ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-26 20:10:46    
ທ່ານ​ອັບ​ບາສ​ແຍ້ມ​ໃຫ້​ຮູ້​ວ່າ​ອາດ​ຈະ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່ງ

cri
ຕາມ​ຂ່າວCRI,ຫວ່າງ​ມໍ່ໆ​ນີ້,ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ແຍ້ມ​ໃຫ້​ຮູ້​ວ່າ,ຖ້າວ່າ​ອົງການ​ຮາ​ມາສຂັດ​ຂວາງ​ທ່ານ​ຊຸກ​ຍູ້ຂະ​ບວນວິວັດ​ສັນ​ຕິ​ພາບ​ປາ​ເລັສ​ຕິນ​ອິສ​ຣາ​ແອນ,ທ່ານ​ຈະ​ພິຈາລະນາ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງ.

ໃນ​ລາຍການ​ສຳພາດ​​ໂດຍ​ຈຳ​ເພາະ​ຂອງ​ໂທລະພາບ​ອິນ​ດີ​ແປນຕັນ​ເຕ​ລະ​ວິ​ຊັນ​ຂອງ​ອັງ​ກິດ​ທີ່​ອອກ​ອາກາດ​ໃນ​ວັນ​ທີ25​ກຸມພາ,ທ່ານ​ອັບ​ບາສກ່າວ​ວ່າ,ການ​ດຳລົງ​ຕຳ​ແໜ່​ງ​ປະ​ທານ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ແມ່ນ​ຮູບ​ການ​ໜຶ່ງ​ຂອງທ່ານ​​ໃນ​ການຊຸກ​ຍູ້ຂະ​ບວນ​ວິ​ວັດ​ສັນ​ຕິ​ພາບ​ປາ​ເລັສຕິ​ນອິສຣາ​ແອນ.ຖ້າວ່າ​ຄວາມ​ພະຍາຍາມ​ຂອງ​ທ່ານ​ຖືກ​ອົງການ​ຮາ​ມາສ​ຂັດ​ຂວາງ,​ທ່ານ​ຈະ​ພິຈາລະນາ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງ.

ພາຍຫຼັງອົງການ​ຮາ​ມາສ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ສະພາ​ນິ​ຕິ​ບັນ​ຍັດ​ໃນ​ເດືອນ​ມັງ​ກອນ​ແລ້ວ,ຄວາມ​ຂັດ​ແຍ່ງ​ລະຫວ່າ​ງທ່ານ​ອັບ​ບາສກັບ​ອົງການ​ຮາມ​ສ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ.​ສອງ​ຝ່າຍ​ມີ​ຄວາມ​ເຫັນ​ຂັດ​ກັນ​ໃນ​ດ້ານ​ຕ່າງໆ​ເຊັ່ນ​ຈະ​ສື​ບຕໍ່​ເຈ​ລະ​ຈາ​ສັນ​ຕິ​ພາບ​ຫຼື​ບໍ່,ປະ​ລະ​ການ​ຕໍ່ຕ້ານ​ດ້ວຍ​ກຳລັງ​ອາວຸດ,ຮັບ​ເອົາ​ສັນຍາ​ໃນ​ເມື່ອ​ກ່ອນ​ເປັນ​ຕົ້ນ.