ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-26 20:32:46    
ຜູ່​ຮັບ​ຜິດ​ຊອບ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ,​ທ່ານ​ເສິນ​ສຸຍ​ປຽນ​ຊຸກ​ຍູ້​ການ​ຍົກ​ເລີກ​ຄະ​ນະ​ກຳ​ມະ​ການ​ໂຮມ​ປະ​ເທດ​ຈີນ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ແລະ​ໂຄງ​ການ​​ໂຮມ​ປະ​ເທດ​ຈີນ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ນັ້ນ​ໄດ້​ເຜີຍ​ແບ​ໃຫ້​ເຫັນ​ຕື່ມ​ອີກ​ວ່າ​ເຂົາ​ອຸ​ບາຍ​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ເທື່ອ​ໃໝ່

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ26​ກຸມພາ,ຜູ່​ຮັບຜິດຊອບ​ຫ້ອງການ​ວຽກ​ງານ​ໄຕ້ຫວັນ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ຫ້ອງການ​ວຽກ​ງານ​ໄຕ້ຫວັນ​ຄະນະ​ລັດຖະບານ​ຈີນ​ໄດ້​ໃຫ້​ສຳພາດ​ກ່ຽວ​ກັບ​ທ່ານ​ເສິນ​ສຸຍ​ປຽນ ຜູ່​ນຳ​ເຈົ້າ​ໜ້າ​ທີ່​ໄຕ້ຫວັນ​ຊຸກ​ຍູ້​ການ​ຍົກ​ເລີກ​ຄະນະ​ກຳມະການ​ໂຮມ​ປະ​ເທດ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ແລະ​ໂຄງການ​ໂຮມ​ປະ​ເທດ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນ,ທ່ານ​ກ່າວ​ວ່າ,ການກະທຳ​ຂອງ​ທ່ານ​ເສິນ​ສຸຍ​ປຽນ​ໄດ້​ເຜີຍ​ແບ​ໃຫ້​ເຫັນ​ຕື່ມ​ອີກວ່າ,​ເຂົາ​ອຸບາຍຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ເທື່ອໃໝ່,​ໂດຍ​ສະ​ເພາະ​ແມ່ນຈະ​ແຜ້ວ​ທາງ​ໃຫ້​ອັນ​ທີ່​ວ່າການ​ດັດ​ແປງ​ລັດ​ຖະ​ທຳ​ມະ​ນູນ,​ສະ​ແຫວ​ງຫາ​ການ​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​ໃນ​ດ້ານ​ນິ​ຕິ​ກຳ.

ຜູ່​ຮັບຜິດຊອບ​ຜູ່​ນີ້​ເວົ້າ​ວ່າ,​ໃນຊົ່ວ​ໄລຍະໜຶ່ງ​ມາ​ນີ້,ທ່ານ​ເສິນ​ສຸຍ​ປຽນ​ກ່າວ​ເທື່ອ​ແລ້ວ​ເທື່ອ​ອີກ​ວ່າ,ຈະ​ຍົກ​ເລີກ "ຄະນະ​ກຳມະການ​ໂຮມ​ປະ​ເທດ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນ​"ແລະ​"ໂຄງ​ການ​ໂຮມ​ປະ​ເທດ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນ",​ແລະ​ລົງມື​ສ້າງ​ແຜນການ,ກຽມ​ປະ​ຕິ​ບັດ​ຕົວ​ຈິງ.​ທ່ານ​ເສິນ​ສຸຍ​ປຽນ​ຊຸກ​ຍູ້​ການ​​​ໃຫ້ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນ​​ໃຫ້​​ເປັນ​ເອ​ກະ​ລາດ​ເລື່ອນ​ຂັ້ນ​ເປັນ​ກ້າວໆ,ນີ້​ຍ່ອມ​ຈະ​ພາ​ໃຫ້​ເກີດ​ວິ​ກິດ​ການ​ອັນໜັກໜ່ວງ​ຢູ່​​ເຂດ​ຊ່ອມ​ແຄບ​ໄຕ້​ຫວັນ,​ທຳ​ລາຍ​ສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາຊີ​ປາຊິ​ຟິກ.ນີ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັນ​ສ່ວນ​ວ່າ,ການ​ເຄື່ອນ​ໄຫວ​ທີ່​ແຍກ​ໄຕ້ຫວັນ​ໃຫ້​ເປັນ​ເອ​ກະ​ລາດ​ແມ່ນ​ກົກ​ເຄົ້າ​ໃຫຍ່​ກວ່າ​ໝູ່​ທີ່​ຂົ່ມ​ຂູ່​ສັນ​ຕິ​ພາບ​ຂອງ​ເຂດ​ຊ່ອງ​ແຄບ​ໄຕ້​ຫວັນ.​ເລື່ອງ​ຈິງ​ໄດ້​ຢັ້ງ​ຢືນ​ຫຼາຍ​ເທື່ອ​ແລ້ວ​ວ່າ,​ທ່ານ​ເສິນ​ສຸຍ​ປຽນ​ແມ່ນ​ຜູ່​ກໍ່​ຄວາມ​ຫຍຸ້ງຍາກຂອງ​ພາຍ​ໃນເກາະ​ໄຕ້​ຫວັນ,​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​​ແຄບ​ໄຕ້​ຫວັນ​ແລະ​ພາກ​ພື້ນ​ອາຊີ​ປາຊີ​ຟິກ.