ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-27 16:23:29    
ເມືອງ​ໄຄ່​ເຟີ່ງ​​ແຂວງ​ເຫີ​ນານ​ເລີ່ມ​ກໍ່​ສ້າງ​ລາ​ຊະ​ທາ​ນີ​ລາ​ຊະ​ວົງ​ຊົ້ງ​ຄືນ​ໃໝ່

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ນັກ​ຂ່າວ​ໄດ້​ຊາບ​ຈາກ​ອົງການ​ປົກຄອງ​ເມືອງ​​ໄຄ່​ເຟີ່ງ​ແຂວງ​ເຫີ​ນານ​ວ່າ,ປີ2006,​ເມືອງ​ໄຄ່​ເຟີ່ງມີ​ແຜນ​ຈະ​ລົງທຶນ380ລ້ານ​ຢວນ,​​ເພື່ອ​ລົງມືກໍ່ສ້າງ​​ເມືອ​ງ​ເກົ່າຂອງລາຊະ​ທານີ​ລາ​ຊະ​ວົງ​ຊົ້ງຢ່າງຮອບດ້ານ,​ເພື່ອ​ຟື້ນ​ຟູ​ໂສມ​ໜ້າທີ່​ກ້ານກຸ່ງ​ຮຸ່ງ​ເຮືອງ​ຂອງ​ເມືອງ​ປ້ຽນລຽງ ລາຊະ​ທານີ​ລາຊະ​ວົງ​ຊົ້ງຄືນ​ໃໝ່.

ເມືອງ​ໄຄ່​ເຟີ່ງຕັ້ງຢູ່​ພາກ​ຕາ​ເວັນ​ອອກຂອງ​ແຂວງ​ເຫີ​ນານ,​ໃນ​ສະ​ໄໝ​ບູຮານ​ເອີ້ນ​ວ່າ​​​ປ້ຽນ ລຽງ,​ແມ່ນໜຶ່ງ​ໃນ7​ລາຊະ​ທານີ​ບູຮານ​ຂອງ​ຈີນ,ນັບ​ມາຮອດ​ປະຈຸ​ບັນ​ໄດ້​ມີ​ປະຫວັດ2700 ກວ່າ​ປີ​ແລ້ວ.​ໃນສະຕະວັດ​ທີ11,​ເມືອງ​ໄຄ່​ເຟີ່ງ​ແມ່ນ​​ໃຈກາງ​ການ​ເມືອງ ​ເສດຖະກິດ​ແລະ​ວັດທະນະ​ທຳ​ຂອງ​ລາຊະ​ວົງ​​ເປຊົ້ງ​ ຄືຊົ້ງເໜືອ​ຂອງ​ຈີນ​ໃນ​ຄາວ​ນັ້ນ,ກໍ​ແມ່ນ​ຕົວ​​ເມືອງ​ໃຫຍ່​ທີ່​ມີລັກສະນະ​ສາກົນ.

ຂອບ​ເຂດ​​ຕົ້ນຕໍ​ຂອງ​ແຜນການ​ກໍ່ສ້າງ​ຄືນ​ໃໝ່ເທື່ອ​ນີ້​ແມ່ນ​​​ເມືອງ​ເກົ່າ​ຫຼັກ​ແຫຼ່ງຂອງໄຄ່​ເຟິ່ງ, ກວມ​ເນື້ອ​ທີ່​ປະມານ15​ຕາລາງ​ກິ​ໂລ​ແມັດ.