|
|
(GMT+08:00)
2006-02-27 16:50:41
|
|
ບໍ່ຕ້ອງເປັນຫ່ວງ(ສຽງ)
cri
Author: min
ໃນຊຸມປີ 60 ສະຕະວັດທີ 20, ມີຄະນະທ່ອງທ່ຽວພັກຟື້ນອີຕາລີຄະນະໜຶ່ງໄປທ່ອງທ່ຽວໂອຕຼີສໂດຍມີທ່ານໝໍເປັນຜູ້ພາທາງ. ໃນເວລາໄປທ່ຽວປ້ອມປາການເອກະຊົນທີ່ຊື່ດັງແຫ່ງໜຶ່ງ, ຜູ້ທີ່ມີຊື່ດັງຜູ້ນັ້ນອອກມາຕ້ອນຮັບດ້ວຍຕົນເອງ. ເຖິງວ່າເພິ່ນມີອາຍຸ 80 ປີແລ້ວ, ແຕ່ເພິ່ນຍັງມີສຸຂະພາບແຂງແຮງ, ໜ້າຊື່ນຕາບານ, ເວົ້າມ່ວນຊວນຫົວ. ທ່ານເວົ້າວ່າ, ບັນດາແຂກມາພີ້ເພື່ອຮຽນນຳຂ້າພະເຈົ້າ, ຈັ່ງແມ່ນຜິດພາດແທ້ໆແລ້ວ, ແຕ່ສິ່ງທີ່ຖືກຕ້ອງແມ່ນຄວນຮຽນນຳໝູ່ເພື່ອນຂອງຂ້າພະເຈົ້າ. ຄື, ໝາຂ້ອຍບໍ່ວ່າໄດ້ຖືກຂົ່ມເຫັງແລະທໍລະມານຢ່າງເຈັບຊ້ຳໜໍາໃຈປານໃດ, ກໍ່ມັກຖິ້ມຄວາມເຈັບປວດທໍລະມານໄປໃນທັນທີ, ແລ້ວແຫ້ນກະດູກຢ່າງສົມອົກສົມ ໃຈ, ແມວຂ້ອຍກໍ່ບໍ່ເສົ້າໝອງຈັກເທື່ອ, ຖ້າວ່າມັນຮູ້ສຶກວິຕົກກັງວົນ, ເຖິງຈະອາລົມເຄັ່ງໜ້ອຍທີ່ສຸດ, ກໍ່ຈະໄປນອນຢ່າງສະບາຍໃຈ, ເຮັດໃຫ້ຄວາມວິຕົກກັງວົນໝົດໄປ. ນົກຂ້ອຍຮູ້ຫາເວລາຫວ່າງພັກຜ່ອນສະເຫວີຍສຸກ. ເຖິງວ່າໃນປ່າມີຂອງກິນຫຼາຍ, ແຕ່ເມື່ອກິນບຶດດຽວແລ້ວກໍ່ຈະເຊົາແລະຮູ້ສຶກພໍໃຈ, ແລ້ວຮ້ອງເພງຂຶ້ນ. ທ່ານອະວຸໂສຜູ້ນີ້ສະຫຼຸບວ່າ: ເມື່ອທຽບໃສ່ກັບສັດພວກນີ້ແລ້ວ, ຄົນເຮົາພັດມັກຊອກຫາຄວາມອຸກອັ່ງໃຫ້ຕົນເອງ, ເມື່ອສັງເກດເບິ່ງສະພາບດັ່ງກ່າວແລ້ວ, ຄົນເຮົາບໍ່ແມ່ນສັດໂງ່ທີ່ສຸດຊັ້ນຫວະ?
ມີນັກວິທະຍາສາດເຄີຍເຮັດ, ສະຖິຕິແລະວິໄຈຢ່າງວິທະຍາສາດຕໍ່ຄວາມວິຕົກກັງວົນຂອງຄົນເຮົາ, ແລ້ວປະກົດເຫັນວ່າ, ຄວາມວິຕົກກັງວົນຂອງຄົນເຮົາເກືອບຮ້ອຍສ່ວນຮ້ອຍແມ່ນບໍ່ຈຳເປັນ. ຕາມສະຖິຕິເຫັນວ່າ, ຄວາມວິຕົກກັງວົນ 40% ແມ່ນກ່ຽວກັບເລື່ອງໃນອະນາຄົດ, 30% ແມ່ນກ່ຽວກັບເລື່ອງທີ່ເກີດຂຶ້ນໃນອະດີດ,22% ແມ່ນມາຈາກເລື່ອງມະຍິກມະຍ່ອຍ, 4% ແມ່ນມາຈາກເລື່ອງທີ່ຄົນເຮົາປ່ຽນແປງບໍ່ໄດ້, ຍັງມີ 4% ແມ່ນມາຈາກເລື່ອງທີ່ຄົນເຮົາພວມເຮັດຢູ່ໃນປະຈຸບັນ.
ຊາວຢິວທີ່ສະຫຼາດສະຫຼຽວເວົ້າວ່າ, ໃນໂລກນີ້ຜູ້ຂາຍໝາກຖົ່ວແມ່ນຄົນທີ່ດີໃຈກວ່າໝູ່, ເພາະວ່າພວກເຂົາເຈົ້າບໍ່ຕ້ອງເປັນຫ່ວງນຳໝາກຖົ່ວຂອງຕົນຂາຍບໍ່ອອກ. ຖ້າໝາກຖົ່ວຂອງພວກເຂົາເຈົ້າຂາຍບໍ່ໝົດ, ກໍ່ເອົາກັບເມືອປຸງແຕ່ງເປັນນ້ຳເຕົາຮູ້, ຖ້ານ້ຳເຕົາຮູ້ຂາຍບໍ່ໝົດກໍ່ເຮັດເປັນເຕົາຮູ້, ເຕົາຮູ້ຂາຍບໍ່ໝົດ, ໃຫ້ມັນແຫ້ງແລ້ວກໍ່ສາມາດເຮັດເປັນເຕົາຮູ້ແຫ້ງໄປຂາຍ, ຖ້າເຕົາຮູ້ແຫ້ງກໍ່ຂາຍບໍ່ໝົດ, ກໍ່ເອົາໄປເອືອບ, ແລ້ວເຮັດເປັນຮູ້ຢູ້. ນອກນີ້, ຍັງມີການເລືອກອີກ, ນັ້ນກໍ່ຄື, ຜູ້ຂາຍໝາກຖົ່ວເອົາໝາກຖົ່ວທີ່ເຫຼືອນັ້ນກັບເມືອຫ້ອງ, ຮົດນ້ຳໃສ່, ໃຫ້ມັນງອກ, ຈາກນັ້ນອີກຈັກສອງສາມມື້ແລ້ວ, ຜູ້ຂາຍໝາກຖົ່ວກໍ່ສາມາດໄປຂາຍຖົ່ວງອກໄດ້, ຖ້າຖົ່ວງອກຂາຍບໍ່ໝົດ, ກໍ່ໃຫ້ມັນເຕີບໃຫຍ່ຂຶ້ນ, ກາຍເປັນໜໍ່ຖົ່ວ, ຖ້າໜໍ່ຖົ່ວຍັງຂາຍບໍ່ໝົດ, ກໍ່ໃຫ້ມັນເຕີບໃຫຍ່ຂຶ້ນອີກ, ຍ້າຍໄປປູກຢູ່ໂຖດອກໄມ້, ຂາຍເປັນໂຖທິວທຽມ, ຖ້າໂຖທິວທຽມຍັງຂາຍບໍ່ອອກ, ກໍ່ຍ້າຍມັນໄປປູກ ຢູ່ໃນໃສ່ດິນ, ໃຫ້ມັນໃຫຍ່ຂຶ້ນ, ຫຼັງຈາກບໍ່ເທົ່າໃດເດືອນແລ້ວ, ມັນຈະເປັນໝາກຖົ່ວໃໝ່ໄດ້ອີກ, ໝາກຖົ່ວໜຶ່ງເມັດກາຍເປັນໝາກຖົ່ວຫຼາຍເມັດ, ທ່ານຄິດບໍ່ວ່າການຂາຍໝາກຖົ່ວຈະແມ່ນເລື້ອງລາບລວຍແທ້ໆ?
ໃນເວລາໝາກຖົ່ວເມັດໜຶ່ງຖືກເບິ່ງຂ້າມກໍ່ມີການເລືອກທີ່ນັບບໍ່ຖ້ວນ, ສຳລັບຄົນເຮົາຢູ່? ຢ່າງໜ້ອຍໃຈຄົນຕ້ອງເຂັ້ມແຂງກວ່າໝາກຖົ່ວເມັດໜຶ່ງ, ລອງຄິດເບິ່ງດູວ່າ, ທ່ານຍັງມີຫຍັງເປັນໜ້າວິຕົກກັງວົນ?
ຄວາມມ່ວນຊື່ນແມ່ນຄົນເຮົາເປັນຜູ້ຊອກມາເອົາເອງ, ຄວາມອຸກອັ່ງກໍ່ແມ່ນຄົນເຮົາເປັນຜູ້ຊອກຫາເຊັ່ນດຽວກັນ. ຖ້າທ່ານບໍ່ຊອກຫາຄວາມອຸກອັ່ງໃຫ້ຕົນເອງ, ແລ້ວຜູ້ອື່ນແມ່ນບໍ່ສາມາດຍື່ນຄວາມອຸກອັ່ງໃຫ້ທ່ານຢ່າງແນ່ນອນ. ທ່ານຜູ້ຟັງທີ່ຮັກແພງ, ໃນເວລາທ່ານຮູ້ສຶກໜັກໃຈທີ່ສຸດ, ເວລາທ່ານຈົ່ມໂອະຈົ່ມໂອ້ຍ, ລອງບັນທຶກຄວາມອຸກອັ່ງຂອງຕົນໄວ້, ແລ້ວທ່ານກໍຈະປະກົດເຫັນວ່າ, ຕາມການວິໄຈຂອງນັກວິທະຍາສາດ, ຄວາມອຸກອັ່ງຂອງທ່ານສ່ວນຫຼາຍແມ່ນບໍ່ຈຳເປັນແລະພວກເຮົາຈະປ່ຽນແປງບໍ່ໄດ້.
ມີຄົນເວົ້າວ່າ, ຄົນເຮົາດຳລົງຊີວິດໝົດເຊັ່ນຊາດ, ເບິ່ງແລ້ວຄືວ່າມັນດົນຫຼາຍ, ທີ່ຈິງແລ້ວກໍ່ມີແຕ່ສາມມື້ເທົ່ານັ້ນ, ຄື: ມື້ນີ້, ມື້ວານນີ້, ແລະມື້ອື່ນ. ມື້ວານນີ້ໄດ້ຜ່ານໄປແລ້ວ,ເປັນຫ່ວງນຳຫຍັງກໍ່ບໍ່ມີບົດບາດ, ມື້ນີ້, ພວກເຮົາພວມດຳລົງຊີວິດຢູ່, ບໍ່ຕ້ອງເປັນຫ່ວງນຳ, ມື້ອື່ນ, ຍັງບໍ່ທັນມາຮອດເທື່ອ, ບໍ່ມີຫຍັງຈະເປັນຫ່ວງນຳ. ຈາກນີ້ເຫັນໄດ້ວ່າ, ບໍ່ມີຫຍັງທີ່ເປັນໜ້າອຸກອັ່ງເປັນຫ່ວງນຳອີກແລ້ວ.
ທ່ານຜູ້ຟັງທີ່ຮັກແພງ, ຫວັງວ່າທ່ານຄົງເບີກບານມ່ວນຊື່ນຢູ່ທຸກມື້ແລະບໍ່ໄປຊອກຫາຄວາມອຸກອັ່ງໃຫ້ຕົນເອງ!
|
|
|