ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-27 17:10:29    
ສຳ​ຜັດ​ກັບ​ບຸນ​ກຸດ​ຈີນ​ ຢູ່​ໄທ(ສຽງ)

cri

ຍ້ອນ​ວ່າ​ວັດທະນະທຳ​ຈີນ​ກັບ​ໄທ​ຄ້າຍຄື​ກັນ,ສາຍ​ເລືອດ​ສະໜິດ​ສະໜົມ,​ໂດຍ​ສະ​ເພາະ​ແມ່ນ​ຄົນ​ໄທ​ເຊື້ອ​ສາຍ​ຈີນເກືອ​ບສິບ​ລ້ານ​ຄົນ​​ດຸ​ໝັ່ນ​ຂະຫຍັນ​ພຽນ​ແລະມີ​ສະຕິ​ປັນຍາ​ສະຫຼາດ​ສະຫຼຽວ​​ເຂົາເຈົ້າໄດ້​​ເສີມ​ຂະ​ຫຍາຍ​ບົດບາດ​ສຳຄັນໃນ​ສັງຄົມ​ໄທ,​​ຈິ່ງເຮັດ​ໃຫ້​ບຸນ​ກຸດ​ຈີນ​ມີ​ບົດບາດ​ທີ່​ສະ​ເທືອ​ນຫວັ່ນ​ໄຫວບໍ່​ໄດ້.​​ຢູ່​ໄທ​ມີ​30ຊົນ​ເຜົ່າ,​ແຕ່ກ່ອນ​ ​ການ​ສະຫຼອງບຸນ​ກຸດ​ຈີນ​ພຽງ​ແຕ່​ຢູ່​ໃນວົງ​ຊາວ​ຈີນ​ເທົ່າ​ນັ້ນ,ຄົນ​ໄທ​ບໍ່​ເອົາ​ໃຈ​ໃສ່​ແລະ​ກໍບໍ່​ເຂົ້າ​ຮ່ວມ​ຫຼາຍ​ປານ​​ໃດ.​ແຕ່​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,ບຸນ​ປະ​ເພນີ​ທີ່​ແຕ່​ເດີມ​ແມ່ນ​ບຸນ​ຂອງ​ຊາວ​ຈີນນັ້ນ,​ພັດ​ໄດ້​ມີ​ທ່ວງທ່າ​ຫັນ​​ເປັນ​ມື້ບຸນ​ທົ່ວ​ປວງ​ຊົນຢູ່​ໄທ​ແລ້ວ.​ໃນ​​ຍາມ​ບຸນ​ກຸດ​ຈີນ,ການ​ເຄື່ອນ​ໄຫວ​ທີ່​ຈັດ​ຂຶ້ນ​ຢູ່​ຖະໜົນ​ຄົນ​ຈີນ​ໄດ້​ດຶງດູດ​ຫຼາຍ​ລ້ານ​ຄົນ​ມາ​ເຂົ້າ​ຮ່ວມ​ກັນ​ເທົ່າ​ນັ້ນ,​ແລະ​ເນື່ອງ​ໃນ​ໂອກາດທີ່​ບຸນ​ກຸດ​ຈີນ​​ໄດ້​ວຽນມາ​ເຖິງ​,​ຖະໜົນ,ຮ້ານ​ຄ້າ,​ໂຮມ​ແຮມ​​ໃຫຍ່ໃນ​ບາງ​ກອກ​ກໍ່​ໄດ້ປະດັບ​ປະດາ​ໃຫ້​ສວຍ​ງາມ​.​ເມື່ອ​ຍ່າງເຂົ້າ​​​ໃນ​ຮ້ານ​ສັບພະ​ສິນຄ້າ​​ໃຫຍ່​ທີ່​ຕັ້ງ​ຢູ່​​ໃຈກາງ​​ເມືອງ​ບາງ​ກອກ,ກໍ່​ຈະໄດ້​ເຫັນ ໂຄມລະ​ຍ້າສີ​ແດງ​ແຂວນສູງຂຶ້ນ​,"ຂອດ​ຈີນ","ມັງກອນ​ຈີນ"​ແລະ​ເຄື່ອງ​​ເອ້​ຮູບ​ໜາ​ຂອງ​ປີ​ຈໍ​ມີ​ຢູ່​ ທຸກ​​ແຫ່ງ​ຫົນ,ພໍ່ຄ້າ​ສະຫຼາດ​ກໍ່​ໄດ້​ສວຍ​​​ໂອກາດ​ບຸນ​ກຸດ​ຈີນ​ໂຄສະນາ​ສິນຄ້າ,​​ຕັ້ງປ້າຍ​ທີ່​ຂຽນ​ວ່າຫຼຸດ​ລາຄາ​ເພື່ອສະ​ຫຼອງ​Chinese New Year(ບຸນ​ກຸ​ຈີນ).

ເປັນ​ຫຍັງ​ບຸນ​ກຸດ​ຈີນ​ຈິ່ງນັບ​ມື້​ນັບ​ຮຸ່ງ​ເຮືອງ​ຂຶ້ນ​ຢູ່​ໄທ?ທ່ານ​ຢາງ ຄົນ​ໄທ​ເຊື້ອສາຍ​ຈີນ​​ເວົ້າ​ວ່າ,ການ​ພົວ​ພັນ​ໄມ​ຕີ​ຈິດ​ລະຫວ່າງ​ຈີນ​ກັບ​ໄທສະ​ໜິດ​ສະໜົມ​ອ້າຍ​ນ້ອງ,​ແມ່ນ​​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ແລະ​ພື້ນ​ຖານ​ທີ່​ບຸນ​ກຸດ​ຈີນ​ຖືກ​ປະຊາຊົນ​ໄທ​ຮັບຮອງ​ເອົາ.​​ເມື່ອ​ເວົ້າ​ເຖິງ​ຄວາມ​ທີ່ວ່າ"ປະຊາ​ຊົນ​ຈີນ​ທັງ​ສອງ​ປະ​ເທດໄທ​ເປັນູ​ເພື່ອນ​ມິດ​ທັງ​ເປັນ​ຍາດ​ພີ່ນ້ອງ!"ຄຳ​ປາ​​ໄສ​ຂອງ​ທ່ານ​ເຕິ້ງ​ສຽວ​ພີງ​ທີ່​ກ່າວໃນ​ເວລາ​ຢ້ຽມຢາມ​ເມືອງ​ໄທ​ນັ້ນ,ຈົນ​ຮອດ​ປະຈຸ​ບັນ,ທ່ານ​ຢາງ​ຍັງ​ຈື່​​ໄດ້​​ດີ: ທີ່​ຈິງ​ກໍ່​ເປັນ​ແນວ​ນີ້​ແທ້,ພາຍ​ໃຕ້​ການ​ບົ່ມ​ເພາະ​ຢ່າງ​ພຽນຂອງ​ປະຊາ​ຊົນ​ສອງຊາ​ດ ຕົ້ນ​ໄມ້​ມິດຕະພາບ​ຈີນ​ໄທ​ທີ່"ສະໜິດvສະໜົມ​ກັນ​ປານ​ໃນ​ຄອບຄົວ​ດຽວ"ນັ້ນ,ປະຈຸ​ບັນ​ໄດ້​​ເກີດ​ດອກ​ອອກ​ຜົນ​ເຕັມ​ກິ່ງ​ເຕັມ​ງ່າ​ແລ້ວ,​ການ​ພົວພັນໄມຕີ​ຈິດ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍ​ຕົວ​ກ້າວ​ຂຶ້ນ​ຢູ່ແຖວ​ໜ້າ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບບັນ​ດາປະ​​ເທດ​ອາຊ​ຽນ.ຄຽງ​ຄູ່​ກັບ​ກຳລັງ​ແຫ່ງ​ຊາດ​ຂອງ​ຈີນ​​ໄດ້​ເຂັ້າ​ແຂງຂຶ້ນ​ແລະ​ມີ​​ຜົນ​ສະທ້ອນ​ຕໍ່ປະຊາ​ຄົມ​ໂລກນັບ​ມື້​ນັບ​ຫຼາຍ,ຄົນ​ໄທທີ່​ຫວັງ​ຢາກ​ຮູ້ຈັກ​ວັດທະ​ນະທຳ​ຈີນນັບ​ມື້​ນັບ​ຫຼາຍvຂຶ້ນ.ສ່ວນບຸນ​ກຸດ​ຈີນ​ໄດ້​ໂຮມສູນ​ສະແດງ​ຮີ​ດຄອງ​ປະ​ເພນີ​ແລະ​ວັດ​ທະນະ​ທຳ​ພື້ນ​ເມືອງ​ຂອງ​ຈີນ,ຈິ່ງ​ໄດ້​ກາຍເປັນ​ປ່ອງຢ້ຽມ​ພິ​ເສດ​ທີ່​ສະ​ແດງ​ນ້ຳ​ໃຈ​ແລະ​ໂສມ​ໜ້າ​ຂອງ​ຊາດ​ຈີນ,ແລະຮັບ​ຄວາມ​ນິຍົມ​​ຊົມຊອບຈາກ​ປະຊາຊົນ​ໄທ.

ປັດ​​ໄຈ​ສຳຄັນ​ອີກ​ອັນໜຶ່ງ​ທີ່​ການ​ສະຫຼອງ​ບຸນ​ກຸດ​ຈີນ​ໄດ້​ຈັດ​ຂຶ້ນຢູ່​ໄທ​ຢ່າງ​ຄຶກຄື້ນ,ກໍ່​ແມ່ນພະ​ບໍລົມ​ມະ​ວົງສາ​ນຸວົງ​ແລະ​ລັດຖະບານ​ຂອງໄທ​ໃຫ້ຄວາມ​ສົນໃຈໃນ​ລະດັບ​ສູງ​ແລະສະໜັບສະ​ໜູນສຸດຂີດ.​ໃນມື້​ຂຶ້ນປີ​ໃໝ່ຈັນ​ທະ​ຄະຕິ​ຈີນ​ປີ2002,ທ່ານ​ທັກ​ສິນ ຊີ​ນນະ​ວັດ ນາຍົກ​ລັດຖະມົນຕີ​ໄທ​ໄດ້​ນຳພາສະມາຊິກ​​ລັດຖະ​ບານ​ນຸ່ງເສື້ອ​ຈີນ​ໄປອວຍ​ພອນປີ​ໃໝ່ຈີນ​ຢູ່ຄຸ້ມ​ຖະໜົນ​ຄົນ​ຈີນ,ຕັ້ງ​ແຕ່​ນັ້ນ​ມາ,ປີ​​ໃດ​ຈັດ​ພິທີ​ສະຫຼອງ​ບຸນ​ກຸດ​ຈີນແລ້ວ,ບຸກຄົນູ​ສຳ​ຄັນ​ຂອງ​ລັດຖະ​ບານ​ໄທ​ກໍ່​ຈະ​ໄປ​ເຂົ້າ​ຮ່ວມ.​ແຕ່​ປີ2004​ເປັນ​ຕົ້າມາ,ລັດຖະ​ບານ​ຈີນ​ກັບລັດ​ຖະບານ​ໄທ​​ເລີ່​ມຈັດ"ສັບປະ​ດາ​ວັດທະ​ນະທຳ​ບຸນ​ກຸດ​ຈີນ",​​ໄດ້ເພິ່ມ​ເຕີມ​ພະລັງ​ຊີວິດ​ໃໝ່​ການເຄື່ອນ​ໄຫວສະ​ຫຼອງບຸນ​ປະເພ​ນີນີ້.ພ້ອມ​ກັນ​ນັ້ນ,ພະ​ບໍລົມ​ມະ​ວົງ​ສານຸ​ວົງ​ຂອງ​ໄທ​ກໍ່​ໄດ້​ໄປ​ຄຸ້ມຖະ​ໜົນ​ຄົນ​ຈີນ​,ອວຍພອນ​ປີ​ໃໝ່ຕໍ່​ຊາວ​ຈີນ​ອັນ​​ໄພສານ.​ເຈົ້າ​ຍິງ ສິລິ​ນທອນ ​ມັກຮັກ​ວັດທະ​ນະທຳ​ຈີນທີ່ສຸດ,​ໃນ​ຫຼາຍໆ​ປີ,​​ເຈົ້າ​ຍິງ​ຍຶດໝັ້ນ​ເຂົ້າ​ຮ່ວມ​ພິທີ​ສະຫຼອງ​ບຸນ​ກຸດ​ຈີນ​ຢູ່​ຄຸ້ມ​ຖະໜົນ​ຄົນ​ຈີນ.​ໃນເວລາ​ສະມາ​ຊິກພະ​ບໍລົມ​ມະ​ວົງສາ​ນຸວົງ​ມາ​ຮອດຄຸ້ມ​ຖະໜົນ​ຄົນ​ຈີນ​ແລ້ວ,ກໍ່​​ໄດ້ຈະ​​ເກີດມີ​ສະພາບ​ທີ່ທຸກໆ​ຄົນ​ຫຼັ່ງ​ໄຫຼ​ຂຶ້ນ​ສູ່​ຄຸ້ມ​ຖະໜົນ​ຈີນ.ທ່ານ​ພະ​ມາ​ວິ​ໄນອະດີ​​ເອກ​ອັກຄະ​ລາຊະທູດ​​ໄທ​ປະຈຳ​ຈີນ​ເວົ້າ​ວ່າ:"ບໍ່​ມີ​ປະ​ເທດ​​ໃດ​ ​ສາມາດຈັດການ​ເຄື່ອນ​ໄຫວ​ມະ​ໂຫລານ​ແບບ​ນີ້​ຕ້ອນຮັບ​ປີ​ໃໝ່​ຈີນ ຄື​ປະ​ເທດໄທ ​ໄດ້​​.​ໂດຍ​ສະ​ເພາະ​​ແມ່ນ​ສະມາ​ຊິກພະ​ບໍລົມ​ມະ​ວົງ​ສານຸ​ວົງ​ມາ​ຮອດ​ຄຸ້ມຖະໜົນ​ຄົນຈີນ​ອວຍພອນ​ປີ​ໃໝ່​,​ໄດ້​ເຮັດ​ໃຫ້​ພົນລະ​ເມືອງ​ຕື້ນ​ຕັນ​ໃຈ,​ພາໃຫ້​​ເປັນ​ພັນ​ເປັນ​ໝື່ນ​ຄົນມາ​ຊຸມ​ກັນ​ຢູ່​ຄຸ້ມຖະໜົນ​ຄົນ​ຈີນ,ຂະໜາດ​ໃຫຍ່​ແບບ​ນີ້,ສາມາດ​ເວົ້າ​ວ່າ​​ໄດ້ເປັນ​ມື້ບຸນ​ສຳ​ຄັນ​ຂອງ​ໄທ​ແລ້ວ."

ຢູ່​​ໄທ,ບຸນ​ກຸດ​ຈີນ​ນັບ​ມື້​ນັບຟົດ​ຟື້ນ,ຍັງ​ມີ​ຄວາມ​ກ່ຽວ​ພັນ​​ຢ່າງ​ແໜ້ນ​ແຟ້ນກັບ​ຈີນ​ອອກ​ແຮງ​ສ້າງ"ຍີ່​ຫໍ້​ວັດທະ​ນະທຳ​ບຸນ​ກຸດ​ຈີນ"​ໃນ​ການ​ແລກປ່ຽນ​ວັດທະ​ນະ​ທຳກັບ​ຕ່າງປະ​ເທດ.3ປີ​ມາ​ນີ້,​ໂດຍ​ຜ່ານຈາກ"ສັບປະດາ​ວັດທະ​ນະທຳ​​ບຸ​ນກຸດ​ຈີນ"ທີ່​ຈັດ​ຂຶ້ນ​ຢູ່​ໄທ​ໃນ​ແຕ່ລະ​ປີ​ນັ້ນ,ນັກ​ສິນລະ​ປີນຈີນ​ຫຼາຍ​ຮ້ອຍ​ຄົນ​ຂອງ10​ກວ່າ​ແຂວງ,ນະ​ຄອນ​ແລະເຂດ​ປົກຄອງ​ຕົນ​​​ໄດ້ສະ​ແດງລາຍ​ການ​ຮ້ອງ​ເພງ​ ​ຟ້ອນ​ລຳ,ກາຍ​ຍະ​ສິນ,ຄີຕະ​ສິນ,ກົງ​ຟູ​ຈີນ​ແລະ​ສີມື​ຫັດຖະກຳ​ພື້ນ​ເມືອງ​ທີ່​ມີລັກ​ສະນະ​​ ​ຊາດ​ອັນ​ເຂັ້ມ​ຂຸ້ນ​ນັ້ນ​ຕໍ່ມວນຊົນ​​ໄທ.ທັງ​ໄດ້​ເພິ່ມບັນຍາກາດ​ມ່ວນ​ຊື່ນ​ຂອງ​ມື້ບຸນ​,ທັງ​ໄດ້​ສະ​ແດງ​ວັດທະ​ນະທຳ​ຂອງ​ຈີນ​ທີ່​ມີຫຼາຍຮູບ​ຫຼາຍ​ສີ. ນັກ​ທ່ອງ​ທ່ຽວ​ອາ​ເມ​ລິ​ກາ​ຜູ້​ໜຶ່ງ,​ເມື່ອ​ໄດ້​ຊົມ​ການສະ​ແດງ​ເຊີດ​ສິງ​ໂຕ​​ເທິງ​​ເສົາ​ເຂັມ​ສູງ​ຂອງ​ໂຟຊ່ານ​ແຂວງກວາງ​ຕຸ້ງ​ຈີນ​ຢູ່​ພັດ​ທາ​ຢາ​ແລ້ວ,ທ່ານ​ເວົ້າ​ຢ່າງ​ກະ​ຕຸ້ນ​ໃຈວ່າ,​ເມື່ອ​ທຽວ​ກັບ​ການ​ເຊີດ​ສິງ​ໂຕ​ທີ່​ຊົມ​ຢູ່​ອາ​ເມ​ລິ​ກາ,ການ​ສະ​ແດງ​ຈາກ​ຈີນ​ຍິ່ງ​ແທ້​ຍິ່ງ​ມ່ວນ.ຕາມ​ສະຖິຕິ,​ໄດ້​ມີ​​ເກືອບລ້ານ​ຄົນ​ເຄີຍ​ຊົມ​ການສະ​ແດງ​ຂອງ​ຄະນະ​ສິນລະ​ປະກອນ​ຈີນໃນ​ສັບປະດາ​ວັດ​ທະນະ​ທຳບຸນ​ກຸດ​ຈີນ​ແລ້ວ​. ວັດ​ທະນະ​ທຳຍີ່ຫໍ້ບຸນ​ກຸດ​ຈີນ​ໄດ້​​ເຮັດ​ໃຫ້ຜູ້​ຊົມຕິດ​​ໃຈ​ນຳເນື້ອ​ໃນ​ອັນ​ອຸດົມ​ສົມບູນ​ແລະສະ​ເໜ​ພິ​ເສດ​ແລ້ວ,ກາຍ​ເປັນ​ງານ​ລ້ຽງ​ວັດທະນະທຳໃຫຍ່​ໂຕ​ມະ​ໂຫລານ​ທີ່​ມວນ​ຊົນ​ໄທນິຍົມ​ຊົມ​ຊອບ.ບຸກຄົນ​ສຳ​ຄັນ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ຈຳນວນ​ໜຶ່ງ​ທີ່​ມາ​ຢາມ,ກໍຢາກ​​ທົດ​ລອງ​ຈັດການ​​ເຄື່ອນ​ໄຫວ​ເຊັ່ນ​ດຽວ​ກັນໃນ​ປະ​ເທດ​ຂອງ​ຕົນ.

ເມື່ອ​ໄດ້​ຜ່າ​ນ​ບຸນ​ຢູ່​ຕ່າງປະ​ເທດ​ແລ້ວ​ນັກ​ຂ່າວ​ຮູ້ສຶກ​ຢ່າງ​ລົງ​ເຊິ່ງວ່າ,ບຸນ​ກຸດ​ຈີນ​ຫັນ​ເປັນ​ສາກົນ​ແມ່ນ​ຕິດ​ພັນ​ກັບ​ຖານະ​ຂອງ​ຈີນ​ໃນ​ໂລກ​ໄດ້​ຍົກ​ສູງ​ຂຶ້ນ​,​ແລະ​ຍິ່ງ​ຮູ້ສຶກ​ພາກພູມ​ໃຈ​ຫຼາຍ​ທີ່​ສຸດ​ຍ້ອນ​ວ່າ​ວັດ​ທະນະ​ທຳ​ຈີນ​ໄດ້​ຖືກ​ຮັບຮອງ​ເອົາໃນ​ເຂດ​ຕ່າງ​ດ້າວ​ແລະ​ໄດ້​​ມີພະລັງ​ຊີວິດ​ອັນ​ມະຫາ​ສານ.ບຸນ​ກຸດ​ຈີນ​​ເຕັມ​ໄປ​ດ້ວຍ​ຄວາມ​ເບີກບານ​ມ່ວ​ນຊື່ນ​ແລະ​ສິລິມົງ​ຄຸນນັ້ນ,ສອດ​ຄ່ອງ​ກັບ​ສັນຕິ​ພາບ​ແລະ​ການພັດ​ທະນາ​​ເຊິ່ງ​ເປັນ​ກະ​ແສ​ຟອງຂອງ​ໂລກ​ໃນ​ຍຸກ​ປະຈຸ​ບັນ​,ກໍຍ້ອນ​ແນວ​ນັ້ນ,ບຸນ​ກຸດ​ຈີນ​ຈິ່ງ​ເຮັດ​ໃຫ້​ປະ​ເທດ​ແລະ​ປະຊາຊົນ​ນັບ​ມື້​ນັບ​ຫຼາຍ​ນິຍົມ​ຊົມ​ຊອບ​ແລ້ວ,​ແລະ​ເດີນ​​ໄປ​ສູ່​ທົ່ວ​ໂລກ​ດ້ວຍ​ບາດ​ກ້າວກວ້າງ.