ການສະຫຼອງປີໃໝ່ ແມ່ນຮີດຄອງປະເພນີທ່ົວໄປ ຂອງບັນດາປະເທດ ແລະເຂດ ແຄ້ວນໃນໂລກ, ຢູ່ຈີນໄດ້ຈັດປີໃໝ່ສາກົນເຂົ້າເປັນວັນພັກປະຈຳຊາດຈີນໄດ້ພ້ອມກັນກັບ ປະເທດແລະເຂດແຄ້ນສ່ວນຫຼາຍໃນໂລກໃຊ້ວິທີນັບວັນເດືອນປີຕາມຄິດຕະສັງກາດ.ຈັດ ວັນທີ 1 ມັງກອນເປັນວັນຂຶ້ນປີໃໝ່. ສ່ວນບຸກກຸດຈີນ ແມ່ນບຸນປະເພນີຕາມຈັນທະຄະຕິ ຂອງຈີນ.
ຊາວຍ່ີປຸ່ນແມ່ນເອົາໃຈໃສ່ນຳວັນຂຶ້ນປີໃໝ່ເປັນພິເສດ. ພໍຮອດຍາມກາງຄືນວັນສ່ົງ ທ້າຍປີເກົ່າ, ວັດວາອາຮາມຢູ່ຕາມແຫ່ງຕ່າງໆໃນຕົວເມືອງແລະຊົນນະບົດກໍຕ່າງຕີລະຄັງ 108ເທ່ືອ,ເພ່ືອກຳຈັດປັດເປົ່າມານຮ້າຍອອກໜີ, ພໍສຽງລະຄັງໝົດໄປແລ້ວຄົນທັງຫຼາຍກໍ ຈະນອນຫັຼບຝັນດີ. ເພ່ືອປາຖະໜາຫາລາງດີທ່ີຈະມີສິລິມຸງຄຸນໃນປີໃໝ່.ຕອນຮຸ່ງເຊົ້າວັນ ຂຶ້ນປີໃໝ່ ກໍພາກັນອອກໄປສູ່ຖະໜົນຫົນທາງ, ເພ່ືອຮັບຕາເວັນຂຶ້ນແລ້ວ ກໍໄປນະມັດສະ ການວັດແລະໄປຢາມຍາດມິດ. ຜູ່ໄປຢາມຍາດມິດນັ້ນ ຕ້ອງມອບແພມົນຜືນນ່ືງທ່ີຂຽນຊ່ື ຂອງຕົນໃຫ້ຍາດມິດ.
ເມ່ືອຮອດບຸນປີໃໝ່, ສປປເກົາຫຼີມັກຕິດເຈັ້ຍຕັດຮູບໃສ່ປ່ອງຢ້ຽມ, ຕິດຄຳກອນ ເປັນຄູ່ແລະຮູບອວຍພອນປີໃໝ່. ຕອນຮຸ່ງເຊົ້າວັນຂຶ້ນປີໃໝ່, ຄົນທັງຫຼາຍຍັດເງິນຈຳນວນ ນ່ືງໃສ່ເຟືອງທ່ີເຮັດເປັນຮູບຄົນ,ແລ້ວຖິ້ມໄວ້ຢູ່ທາງສ່ີແຍກ,ແປວ່າໄດ້ສ່ົງມານຮ້າຍອອກໜີ ແລ້ວ,ເພ່ືອຕ້ອນຮັບລາງດີເຂົ້າມາ.ຍາມຫົວຄ່ຳ,ຄົນທັງຫຼາຍມັກເອົາຜົມຫົ່ຼນຂອງໝົດຄອບ ຄົວໃນໝົດປີໄປຈູດຖິ້ມ. ອວຍພອນໃຫ້ຄົນໝົດເຮືອນຢູ່ເຢັນເປັນສຸກຕະຫຼອດປີ. ສະນັ້ນ ເພ່ິນຈ່ິງເອີ້ນວ່າປີໃໝ່ຈູູດຜົມ. ໃນວັນຂຶ້ນປີໃໝ່, ແມ່ຍິງເຜົ່າເກົາຫີຼພາກັນນຸ່ງເຄ່ືອງໃໝ່ໃນ ຍາມບຸນແລ້ວອອກໄປແຂ່ງຂັນຫິ້ຼນໂອ່ນໂລ່ນຊາ.
ເລ່ີມແຕ່ວັນທີ 31 ຕຸລາທຸກໆປີ, ແມ່ນປີໃໝ່ຂອງອິນເດຍ,ລວມມີ 5 ມື້, ໃນປີ ໃໝ່ມື້ທຳອິດແມ່ນບ່ໍອະນຸຍາດໃຫ້ຜູ່ໃດຄຽດຜູ່ອ່ືນ,ແລະບ່ໍໃຫ້ໂມໂຫ.ຢູ່ອິນເດຍມີບາງທ້ອງ ຖ່ິນໃນຕອນເຊົ້າວັນຂຶ້ນປີໃໝ່,ເຮືອນຫັຼງໃດກໍໄດ້ຍິນສຽງຮ້ອງໄຫ້ຢູ່ບ່ໍເຊົາ. ໜ້າຕາຜູ່ໃດ ກໍ ນ້ຳຕາໄຫຼອາບແກ້ມ. ພວກເຂົາເຈົ້ານຶກວ່າ, ວັນເວລາຜ່ານໄປໄວໂພດ,ຊີວິດຂອງຄົນຈ່ິງ ສັ້ນຫຼາຍ, ການທ່ີພວກເຂົາເຈົ້າໃຊ້ສຽງໄຫ້ມາຕ້ອນຮັບປີໃໝ່ນັ້ນແມ່ນເພ່ືອສະແດງຄວາມ ອຸທານຕ່ໍຊີວິດຂອງຄົນເຮົາ.
ເອຢິບແມ່ນອາລະຍະປະເທດທ່ີເກົ່າແກ່ບູຮານ. ເມ່ືອ 40 ປີກ່ອນຄ.ສ.,ຊາວເອ ຢິບກໍຮູ້ສັງເກດໝູ່ດາວແລ້ວ,ພວກເຂົາເຈົ້າປະກົດເຫັນວ່າ,ເມ່ືອດາວໝາປ່າກັບຕາເວັນໂພ່ ຂຶ້ນພ້ອມກັນ,ແມ່ນ້ຳນິນກໍມາກຂື້ນໃນທັນທີ. ຊາວເອຢິບຈ່ິງຖືມື້ນັ້ນເປັນວັນຂຶ້ນປີໃໝ່.ເອີ້ນ ວ່ານ້ຳມາກປີໃໝ່. ຊາວເອຢິບມັກວາງໂຕະໄວ້ຢູ່ໜ້າປະຕູ, ແລ້ວເອົາຈານຫຼາຍໜ່ວຍໃສ່ ໝາກຖ່ົວເຫືຼອງເຂົ້າເບຼແລະອ່ືນໆໄວ້ຢູ່ເທິງໂຕະເພ່ືອເປັນສັນຍາລັກໃຫ້ແກ່ການເກັບກ່ຽວ ເຂົ້າໄດ້ເຕັມເລົ້າເຕັມເຍຍ. ປີໃໝ່ຂອງເອຢິບ ແມ່ນໃນລະດູໃບໄມ້ຫ່ົຼນ, ເພາະວ່າການຜະ ລິດກະສິກຳຂອງເອຢິບແມ່ນເລ່ີມແຕ່ລະດູໃບໄມ້ຫ່ົຼນ.
ຢູ່ມົງໂກລີ,ຜູ່ເຖົ້າຜູ່ແກ່ມັກແຕ່ງເປັນຄົນລ້ຽງແກະໃນສະໄໝບູຮານນຸ່ງເສື້ອໜັງສັດຖື ໝວກໜັງມືຈັບໄມ້ແສ້, ແກ່ວງມາດັງເປຍະເປຍະ,ເພ່ືອສະແດງວ່າຂັບໄລ່ຜີສາງມານຮ້າຍ ແລະອວຍໄຊໃຫ້ພອນແກ່ກັນ.
ປີໃໝ່ປີນຂຶ້ນສູ່ຈຸດສູງຂອງເຢຍລະມັນ.ໃນວັນຂຶ້ນປີໃໝ່,ຊາວເຢຍລະມັນມັກເສັງ ກັນປີນຂື້ນສູ່ຈຸດສູງ. ພວກເຂົາເຈົ້າມັກເລືອກກົກໄມ້ລຳຊ່ືແລະສູງຮານງ່າໄມ້ຖິ້ມ ແລ້ວໃຫ້ ພວກຜູ່ບ່າວເສັງກັນປີນຂື້ນສູ່ຍອດສູງ,ເພ່ືອສະແດງວ່າ ຊີວິດການເປັນຢູ່ໄດ້ສູງຂຶ້ນນຳຊູ່ປີ.
ຫັດກາຍໃນວັນຂຶ້ນປີໃໝ່ຂອງສະວິສ, ຊາວສະວິສສະຫຼອງວັນຂື້ນປີໃໝ່,ບາງພວກ ກໍພາກັນໄປປີນພູ, ຢືນຢູ່ຈອມພູ ອວ່າຍໜ້າໄປໃສ່ພູດອຍທ່ີປົກຫຸ້ມໄປດ້ວຍຫິມະຂາວກະ ຈະ, ເປ່ັງສຽງຮ້ອງເພງດົງດັງ, ຍ້ອງຍໍສໍລະເສີນຊີວິດການເປັນຢູ່ອັນອ່ິມນຳສຳລານ. ບາງ ພວກກໍແລ່ນສະກີຕາມທາງຫິມະຢູ່ເທິງພູ ຄືຈ່ັງວ່າພວມສະແຫວງາເສັ້ນທາງແຫ່ງຄວາມ ສຸກ, ບາງພວກກໍຈັດການແຂ່ງຂັນຍ່າງໄມ້ໂຢກເຢກ. ຍິງຊາຍນ້ອຍໃຫຍ່ພາກັນເຂົ້າຮ່ວມ ການເຄ່ືອນໄຫວ. ຕ່າງຄົນຕ່າງສະແດງຄວາມອວຍພອນໃຫ້ແກ່ກັນ.
ບິດຫູໃນຍາມຂຶ້ນປີໃໝ່ຂອງເບຼຊິນ. ຢູ່ຊົນນະບົດເບຼຊິນມີປະເພນີໂດດເດ່ັນແນວນ່ືງ ຄືຄັນເຫັນໜ້າກັນໃນວັນຂຶ້ນປີໃໝ່,ແນວໃດຄົນທັງຫຼາຍກໍຈະບິດຫູກັນໝົດແຮງເພ່ືອອວຍ ພອນປີໃໝ່ໃຫ້ກັນ.
|