ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-27 18:12:07    
ເພງ​ພື້ນ​ເມືອງ​ເຜົ່າ​ມົງ​ໂກນ​ທີ່​ຂັບ​ຮ້ອງ​ໂດຍ​ນາງ​ເດີ​ເດີ​ມາ​(ສຽງ)

cri Author: shuo


ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ.ຂ້າພະ​ເຈົ້າ​ແມ່ນ​ດາລາ​ວັນ.​ໃນ​ລາຍການ​ພາກ​ນີ້,ຂ້າພະ​ເຈົ້າຈະ​ຈັດ​ເພງພື້ນ​ເມືອງ​ເຜົ່າ​ມົງ​ໂກນ​ທີ່​ຂັບ​ຮ້ອງ​ໂດຍ​ນາງ​ເດີ​ເດີ​ມາ ນັກ​ຮ້ອງ​ຊື່​ດັງ​ຂອງ​ຈີນ​ສູ່​ທ່ານ​ຟັງ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງtian shang de feng "ລົມ​ຢູ່​ເທິງ​ທ້ອງຟ້າ".​ເພງ​ນີ້​​ມີ​ທຳ​ນອງ​ທີ່​ທຸ້ມ​ເລິກ​ແລະ​ເນື້ອ​ຮ້ອງ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ.​ເພງ​ນີ້ບອກ​ຄົນ​​ເຮົາ​ວ່າຕ້ອງ​ຖະ​ໜອມ​ຫວງ​ແຫນ​ກາລະ​ເວລາ,ສະ​ແຫວ​ງຫາ​ອຸດົມ​ການ​​ຂອງ​ຕົນ.

ເນື້ອ​ເພງຮ້ອງວ່າ: "​ເມກ​​ເຝື້ອຢູ່ເທິງທ້ອງຟ້າຕ້ອງ​ສະຫຼາຍຫາຍສູນ,ຢູ່​ເທິງ​ໜ້າດິນ,ອາຍຸ​ຄົນ​ເຮົາ​ຈົ່ງອະມະຕະ,ພວກ​ເຮົາ​ຕ້ອງ​ຖະໜອມ​ຫວງ​ແຫນ​ກາລະ​ເວລາ​ທີ່​ດີງາມ,​ໃຫ້​ຄວາມ​ປາ​ຖະ​ໜາ​ຂອງ​ພວກ​ເຮົາ​ຈົ່ງ​ບັນ​ລຸ​ຜົນ​ເປັນ​ຈິງ."

ນາງ​ເດີ​ເດີມ​າ​ແມ່ນ​ນັກ​ຮ້ອງ​​ເຜົ່າ​ມົງ​ໂກນ​ທີ່​ຮັບ​ຄວາມ​ນິຍົມ​ຊົມ​ຊອບຜູ້​ຟັງ​ອັນ​ກວ້າງ​ໃຫຍ່​ໄພ ສານ.​ນາງ​ເດີ​ເດີ​ມາ​ຊ່າງ​ຮ້ອງ​ເພງ​ຮູບ​ແບບ​ຕ່າງໆ,ທັງຊ່າງ​ຮ້ອງ​ເພງ​ເຜົ່າ​ມົງ​ໂກນ,ທັງ​ຊ່າງ​ຮ້ອງ​ເພງ​ລະຄອນຝ່າຍ​ຕາ​ເວັນ​ຕົກ.ຜ່ານ​ການຄົ້ນຄວ້າ​ເປັນ​ເວລາ​ດົນ​ນານ,ນາງ​ໄດ້​​ເອົາ​ວິທີ​ຂັບ​ຮ້ອງຝ່າຍ​ຕາ​ເວັນ​ຕົກ​ປະສົມ​ປະສານກັບ​ວິທີ​ຂັບ​ຮ້ອງ​ເພງສຽງ​ຍາວ​ເຜົ່າ​ມົງ​ໂກນ,​ໄດ້​ດັດ​ແປງ​ແລະ​ພັດ​ທະ​ນາ​ວິທີ​ຂັບ​ຮ້ອງ​ແລະ​ຂົງ​ເຂດ​ການສະ​ແດງ​ໃຫ້​ສົມບູນ​ຢ່າງ​ບໍ່​ຢຸດ​ຢັ້ງ​ບົນ​ພື້ນ​ຖານ​ທີ່​ຮັກ​ສາ​ຈຸດ​ພິ​ເສດ​ຂອງ​ຊົນ​ເຜົ່າ,​ຈູງ​ໃຈ​ຜູ້​ຟັງ​ດ້ວຍ​ລົດ​ຊາດ​​ພິ​ເສດ​ແລະ​ກິ່ນ​ອາຍ​ຊີ​ວິດ​ອັນ​ເຂັ້ມ​ຂຸ້ນ​ຂອງ​ເຜົ່າ​ມົງ​ໂກນ,​ຄ່ອຍໆ​ຈໍ່​ຕົວ​ຂຶ້ນ​ເປັນ​ລັກ​ສະ​ນະ​ສິ​ລະ​ປະ​ອັນ​ພິ​ເສດ​ຂອງ​ຕົນ,​ຄົນ​ທັງ​ຫຼາຍ​ເອີ້ນ​ນາງ​ເປັນ "ນົກ​ເຂົ້າໝີ້ນ​ໃນທົ່ງ​ຫຍ້າ".

ແຕ່ຊຸມປີ70ສະຕະວັດແລ້ວນີ້ຈົນຮອດປະຈຸບັນ,ນາງ​ເດີ​ເດີ​ມາ​ໄດ້​ເຄື່ອນ​ໄຫວ​ຢູ່​ບົນ​ເວ​ທີ​ສະ​ແດງ​ດົນ​ຕີ​ຊົນ​ເຜົ່າ​ຂອງ​ຈີນ​ຢ່າງ​ຂະ​ຫຍັນ​ຫ້າວ​ຫັນ.​ນາງ​​ຂັບ​ຮ້ອງ​ດ້ວຍສຽງ​​ທີ່​ມີ​ສະ​ເໜພິ​ເສດ​ຂອງ​ຕົນ,​ວາດ​ພາບ​ທົ່ງ​ຫຍ້າ​ອັນ​ກວ້າງ​ຂວາງ​ແລະ​ຮາບ​ພຽງ,​ສັນ​ລະ​ເສີນ​ໂສມ​ໜ້າ​ເຜົ່າ​ມົງ​ໂກນ​ທີ່​ຊື່​ກົງ​ແລະ​ມີ​ຄວາມ​ກະ​ຕື​ລື​ລົ້ນ,​ສະ​ແດງ​ຄວາມ​ຮັກ​ແພງ​ຕໍ່​ທຳ​ມະ​ຊາດ​ແລະ​ຊີວິດ. ຕໍ່​ໄປ​ເຊີນ​ຟັງ​ເພງ​he ying hua "ດອກ​ເຮີ​ອີ່​ງ"​ເພ​ງເຜົ່າ​ມົງ​ໂກນ​ທີ່​ນາງຂັບ​ຮ້ອງ​.

​​ເນື້ອ​​​ເພງ​ຮ້ອງ​ວ່າ:"ຖ້າເຈົ້າຖາມ​ຂ້ອຍ,ບ້ານ​ຂ້ອຍ​ຢູ່​ໃສ,ຕູບ​ຜ້າ​​ທີ່ຢູ່ລະຫວ່າງ​ກາງ​ຕູບ​ຜ້າ​ສາມ​ໜ່ວຍ​ນັ້ນ​ກໍ​ແມ່ນ​ແລ້ວ.ຖ້າວ່າ​ເຈົ້າຖາມ​ຂ້ອຍ,​ຈັງຫວະ​ກ້າວ​ຂອງ​ມ້າ​ຂ້ອຍ​ເປັນ​ແນວ​ໃດ,​ມ້າ ໂຕ​ນັ້ນ​ທີ່​ແລ່ນ​ປານ​ນ້ຳ​ໄຫຼກໍ​ແມ່ນມ້າ​ລາຍນ້ອຍ​ຂອງ​ຂ້ອຍ."

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"ຕາ​ກູ​ລ່າ" ເພງເຜົ່າ​ມົງ​ໂກນ​ທີ່​ຂັບ​ຮ້ອງ​ໂດຍ​ນາງ​ເດີ​ເດີ​ມາ.ຕາ​ກູ​ລ່າ​ແມ່ນ​ຊື່​ຂອງ​ນາງສາວຜູ້​ໜຶ່ງ,​ເພງ​ນີ້​ໄດ້​ສະ​ແດງ​ມິດຕະພາບ​ອັນ​ເລິກ​ເຊິ່ງ​ລະ​ຫວ່າງ​ຜູ້​ຮ້ອງ​ເພງ​ກັບ​ນາງ​ຕາ​ກູ​ລ່າ.​​ເນື້ອ​ເພງ​ຮ້ອງວ່າ: "​ເມກ​ດຳ​ເລື່ອນລອຍ​ຢູ່​ເທິງ​ທ້ອງ​ຟ້າ,​ຈະ​ມີ​ຝົນ​ຕົກ.​ຂ້ອຍ​ເປັນ​ຫ່ວງ​ວ່າອາດພັດ​ພາກ​ຈາກ​ນາງ​ຕາ​ກູ​ລ່າບໍ່​?ເຖິງວ່າ​​ຕົ້ນ​ໄມ້​ກິນ​ໝາກ​ເຕັມ​ພູ,​​ແຕ່​ໂຕ​ທີ່​​ມີ​ໝາກ​ໄມ້ບໍ່​ມີ​ຈັກຕົ້ນ,​ເຖິງ​ວ່າ​​ເອື້ອຍ​ນ້ອງ​ທີ່​ຮູ້ຈັກກັນ​ມີຫຼາຍ,​ແຕ່​ຜູ້​ຮູ້​ໃຈນັ້ນ​ມີ​ແຕ່​ນາງຕາ​ກູ​ລ່າ​ເທົ່າ​ນັ້ນ."

​​ໃນ30​ປີ​ມາ​ນີ້,ນາງ​ເດີ​ເດີ​ມາ​ໄດ້​ຮ້ອງ​ເພງ​ເຜົ່າ​ມົງ​ໂກນ​ຈຳນວນ​ຫຼວງຫຼາຍ,​ໃນ​ສຽງ​ຮ້ອງ​ຂອງ​ນາງ,ທ່ານ​ສາມາດ​ຮູ້ສຶກ​ຄວາມ​ສວຍ​ງາມ​ຂອງ​ທົ່ງ​ຫຍ້າ​ແລະ​ກິ່ນຫອມ​ຂອງ​ຊາ​ນົມ.​​ທ້າຍ​​ນີ້,​ເຊີນ​ທ່ານ​ຟັງ​ເພງliao kuo de cao yuan "ທົ່ງ​ຫຍ້າ​ທີ່​ກວ້າງສຸດ​ສາຍຕາ"ທີ່​ນາງຂັບ​ຮ້ອງ.​ນີ້​ແມ່ນ​ເພ​ງ​ພື້ນ​ເມືອງ​ສຽງ​ຍາວເຜົ່າ​ມົງ​ໂກນ​ທີ່​ຊື່​ດັງ​ເພງ​ໜຶ່ງ,​ເພງ​ນີ້ມີ​ທຳນອງ​ທີ່​ສະ​ຫງ່າ​ອົງ​ອາດ,ຈັງ​ຫວະ​ເສລີ,​ໄດ້​ບັນລະຍາຍ​ຜູ້​ບ່າວ​ລ້ຽງສັດຄິດ​ຮອດ​ຄິດ​ເຖິງ​ແລະ​ຮັກ​ແພງ​ຄູ່​ຮັກ​ຂອງ​ຕົນ.

​ເນື້ອ​​ເພງຮ້ອງ​ວ່າ:"​ເຖິງ​ວ່າ​ມີທົ່ງ​ຫຍ້າທີ່​ກວ້າງສຸດ​ສາຍຕາ,​ແຕ່​ບໍ່​ຮູ້​ຢູ່​ໃສ​ມີ​ບວກ​ຕົມ.​ເຖິງ​ວ່າ​ມີ ນາ​ງສາ​ວທີ່​ສວຍ​ງາມ,​ແຕ່​ບໍ່​ຮູ້​ຄວາມ​ມຸ່ງ​ຫວັງ​ຂອງ​ນາງ."