ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-27 17:57:55    
"ສູ່​ກວ່າ​ງ"ຄອມ​ພິວ​ເຕີ​ທີ່​ມີ​ປະ​ສິດ​ທິ​ຄຸນ​ສູງ​ຂອງ​ຈີນ

cri


ລູກ​ລະ​ເບີດ​ປະລະມານູ​ ລູກ​ລະ​ເບີດ​ອິ​ໂຕຼ​​​ແຊັນ​ແລະດາວ​ທຽມ, ການບິນ​ອະວະກາດ​ບັນທຸກ​ຄົນ, ​ເຂົ້ານາ​ນ້ຳ​ປະສົມ​ພັນ, ຄອບ​ພິວ​ເຕີ​ທີ່​ມີ​ປະສິດ​ທິຄຸນ​ສູງ, ​ແອ​ງສຸລິນ​ງົວ​ສັງ​ເຄາະທຽມ, ​ແລະ​ການຄົ້ນຄວ້າໝວດ​​ແຢັນ​ເປັນຕົ້ນ​ ​ແມ່ນ​ຜົນສຳ​ເລັດ​ດ້ານວິທະຍາສາດ​ສຳຄັນ 7 ລາຍ​ທີ່ມີ​ລັກສະນະ​ຂີດ​ໝາຍ​ທີ່ນັກວິທະຍາສາດ​ເຕັກນິກ​ອັນ​ໄພສານ​ຂອງຈີນ​​ໄດ້​ຮັບຕັ້ງ​ແຕ່​ສ້າງຕັ້ງປະ​ເທດ​ຈີນ​ໃໝ່​ໂດຍສ​ະ​ເພາະ​ແມ່ນ​ດຳ​ເນີນ​ການ​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ​ນີ້. ​ໃນ​ຜົນສຳ​ເລັດວິທະຍາສາດ​ເຕັກນິກ 7 ລາຍ​ດັ່ງກ່າວ, ຄອບ​ພິວ​ເຕີ​ທີ່​ມີ​ປະສິດ​ທິຄຸນ​ສູງ​ໄດ້​ເປັນ​ທີ 5. ​ໃນ​ຖານ​ເປັນ​ຍີ່​ຫໍ້​ດັງ​ທີ່​ກວມ​ອັດຕາສ່ວນ​ຂອງ​ຕະຫຼາດຄອບ​ພິວ​ເຕີ​ປະສິດ​ທິຄຸນສູງ​ທີ່​ຈີນ​ຜະລິດນັ້ນສູງ​ກວ່າ​ໝູ່, ຍີ່​ຫໍ້"ສູ່​ກວ່າງ"​ແມ່ນ​ຍິ່ງ​ປະຈັກ​ຕາ​ຄົນ.

ຄອບ​ພິວ​ເຕີ​ປະສິດທິຄຸນ​​ສູງ"ສູ່ກວ່າງ"​ເລີ່​ມຜະລິດເມື່ອ 14 ປີ​ກ່ອນ. ​ເພື່ອ​ທຳລາຍ​ການ​ອັດ​ຕັນ​ແລະການ​ຜູກຂາດ​ຂອງ​ຕ່າງປະ​ເທດ, ພັດທະນາອຸດສາຫະກຳ​ຄອມ​ພິວ​ເຕີ​ປະສິດ​ທິຄຸນ​ສູງຂອງ​ຈີນ​ເອງ, ປີ 1992, ​ໃນ​​ແຜນການ 863 ຂອງ​ຈີນ​ໄດ້​ລົງທຶນ 2 ລ້ານ​ຢວນຄົ້ນຄວ້າ​ຜະລິດ​ສູ່ກວ່າງ​ເລກ 1. ຕໍ່​ມາ, ຈີນ​ໄດ້​ຜະລິດສູ​ກວ່າງ​ເລກ 1, ສູ່​ກວ່າ​ງ 1000, ສູ່ກວ່າ​ງ 2000, ສູ່​ກວາງ 3000, ສູ່​ກວາງ 4000… ຫຼັງຈາກ​ນັ້ນ 14 ປີ, ຄອມ​ພິວ​ເຕີ​ປະສິດ​ທິຄຸນ​ສູງ​ສູ່ກວ່າ​ງ​ໄດ້​ກາຍ​ເປັນກຳລັງ​ສຳຄັນ​ແງ່​ໜຶ່ງ​​ໃນ​ຕະຫຼາດພາຍ​ໃນ​ປະ​ເທດ​ຈີນ​ທີ່​ສາມາດ​ແຂ່ງຂັນ​ກັບ​ບໍລິສັດ​ໃຫຍ່​ຂອງ​ຕ່າງປະ​ເທດ. ສິ່ງ​ທີ່​ເປັນ​ໜ້າ​ກ່າວ​ເຖິງ​ນັ້ນ​ແມ່ນ: ປີ 2004, ສູ່​ກວ່າ​ງ 4000 A-ຄອມ​ພິວ​ເຕີ​​ເໜືອຊັ້ນທີ່​ຄິດ​ໄລ່​ໄດ້ 11000 ຕື້​ເທື່ອຕໍ່​ວິນາທີ​ເຄື່ອງ​ທຳ​ອິດ​ຂອງ​ຈີນ​ໄດ້​ຄົ້ນຄວ້າ​ສຳ​ເລັດ​ຜົນ​​ແລະ​ນຳ​ໃຊ້​ຢ່າງ​ສຳ​ເລັດ​ຜົນ, ​ໄດ້​​ເຮັດ​ໃຫ້​ຈີນ​ກາຍ​ເປັນ​ປະ​ເທດທີ​ສາມ​ທີ່​ສາມາດ​ຄົ້ນຄວ້າ​ຜະລິດ​ຄອບ​ພິວ​ເຕີ​ປະສິດ​ທິຄຸນ​ສູງ​ແບບ​ສິນຄ້າທີ່​ຄິດ​ໄລ່​ໄດ້ 10000 ​ຕື້ເທື່ອ​ເຊິ່ງຖັດຈາກ​ອາ​ເມ​ລິ​ກາ ​ແລະ​ຍີ່​ປຸ່ນ.

ທ່ານບັນດິດ​ລີ​ໂກ​ເຈຍ ຜູ້​ຄົ້ນຄວ້າ​ຄອບ​ພິວ​ເຕີ​ປະສິດ​ທິຄຸນ​ສູງ​ສູ່​ກວ່າງ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ເຕັກນິກ​ຄິດ​ໄລ່​ຂອງ​ສະພາ​ບັນດິດ​ວິທະຍາສາດ​ຈີນ​ເວົ້າວ່າ, ​ເຖິງ​ວ່າ​ເວົ້າ​ໃນ​ດ້ານ​ຊັບ​ສົມບັດ​ແລະ​ຂະ​ໜາດ​ການ​ຄຸ້ມ​ຄອງ​ແລ້ວ, ບໍລິສັດ​ສູ່ກວ່າງຍັງບໍ່​ທໍ່ 1/100 ຂອງ​ບໍລິສັດ​ໃຫຍ່​ຂອງ​ຕ່າງປະ​ເທດກໍ​ຕາມ, ​ແຕ່​ເຄື່ອງ​ເຊີ​ເວີ​ປະສິດ​ທິຄຸນ​ສູງ​ສູ່​ກວ່າງ​ໄດ້​ມີ​ຖານະ​​ໃນ​ຕະຫຼາດ​ແລ້ວ, ທັງ​​ມີ​ບົດບາດ​ທີ່​ເຂົ້າ​ແທນ​​ບໍ່​ໄດ້ຕໍ່​ການ​ພັດທະນາ​ເສດຖະກິດ​ແລະ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຈີນ.

ມີ​ຕົວ​ເລກ​ດັ່ງ​ລຸ່ມ​ນີ້​ເປັນ​ການ​ຢັ້ງຢືນ: ​ໃນ​ການ​ລຽນ​ລຳດັບຄອມ​ພິວ​ເຕີ​ປະສິດ​ທິຄຸນສູງ​ ​TOP100 ຂອງ​ຈີນທີ່​ເປີດ​ເຜີຍ​ໃນ​ເດືອນພະຈິກປີ 2005, ຍີ່​ຫໍ້​ເຊີ​ເວີ​ທີ່​ຈີນ​ຜະລິດ​ໄດ້​ລື່ນ​ກາຍ​ຍີ່​ຫໍ້​ຕ່າງປະ​ເທດ​​ເປັນຄັ້ງທຳ​ອິດ​ດ້ວຍ​ທ່າ​ແຮງ​ 51%, ສ່ວນ​ສູ່​ກວ່າງ​ໄດ້​ຮັບ​ເລືອກ​ດ້ວຍ​ລະບົບ 25 ຊຸດ, ຄວາມ​ໄວ​ໃນ​ການ​ຄິດ​ໄລ່​ຈາກ 300 ຕື້​ເທື່ອ​ຮອດ 11000 ​ຕື້​ເທື່ອ, ກວມ​ໂກ​ຕາ​​ເຄິ່ງໜຶ່ງຂອງຕະຫຼາດ​ເຊີ​ເວີ​ທີ່​ຈີນ​ຜະລິດ. ຈາກ​ສູນ​ຄອມ​ພິວ​ເຕີ​ເໜືອ​ຊັ້ນທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ຮອດ​ສູນ​ອິນ​ເຕີ​ເນັດ​ຂອງ​ມະຫາວິທະຍາ​ໄລຫຼາຍ​ແຫ່ງ, ຈາກ​ພະ​ແນ​ກຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວສານ​ທີ່​ກ່ຽວພັນ​ເຖິງຄວາມ​ສະຫງົບ​ຍາວ​ນານ​ຂອງ​ຊາດ​ຮອດ​ຕະຫຼາດຫຼັກຊັບ​ທີ່​ໃຫຍ່​ກວ່າ​ໝູ່​ທົ່ວ​ປ​ະ​ເທດ, ລ້ວນ​ແຕ່​ໄດ້​ເຫັນ​ເຊີ​ເວີ​ສູ່​ກວ່າງ. ຄອນ​ພິວ​ເຕີສູ່​ກວ່າງ​ໄດ້​ໃຊ້​ເຂົ້າ​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງ​ກວ້າງຂວາງ​ເຊັ່ນ​ອຸ​ຕິ​ນິຍົມ, ການ​ສຳຫຼວດຢັ່ງ​ແທກ​ນ້ຳມັນ​ເຊື້ອ​​ໄຟ, ​ແລະ​ການ​ຍິງ​ສົ່ງ​ຍານ​ອະວະກາດ​ເປັນຕົ້ນ, ​ໄດ້​ຮັບ​ໃຊ້​ເສດຖະກິດ​ແຫ່​ງຊາດ​ຢ່າງ​ແທ້​ຈິງ.

ຄອມ​ພິວ​ເຕີ​ສູ່​ກວ່າງທີ່ກຳ​ເນີ​ດ​ຂຶ້ນແລະ​ພັດທະນາ​ໄດ້​ທັບ​ມ້າງ​ເສັ້ນອັດ​ຕັນ​ແລະ​ມາດຖານ​ຈຳກັດ​ຂອງ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ໃນ​ດ້ານ​ຄອມ​ພິວ​ເຕີ​ປະສິດ​ທິຄຸນ​ສູງ, ​ໄດ້​ທຳລາຍ​ສະຖານະ​ການຜູກຂາດ​ຂອງ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ໃນ​ຕະຫຼາດຄອມ​ພິວ​ເຕີ​ປະສິດ​ທິຄຸນ​ສູງ​ຂອງ​ຈີນ, ​ໄດ້​ປະຢັດ​ເງິນ​ນັບ​ເປັນ​ຮ້ອຍ​ລ້ານ​ຢວນ​ໂດຍ​ກົງຫຼືທາງ​ອ້ອມ​ໃຫ້​ແກ່ລັດ​ແລະ​ວິ​ສາ​ຫະກິດ​ຈີນ.

ທ່ານ​ລີ​​ໂກ​ເຈຍ​ເວົ້າວ່າ, ​ໃນ​ບໍລິສັດ​ໃຫຍ່​ຂອງ​ຕ່າງປະ​ເທດ, ມີຫຼາຍໝື່ນ​ຄົນ​ດຳ​ເນີນ​ການຄົ້ນຄວ້າພັດທະນາ, ​ແຕ່ລະ​ປີ, ​ການ​ລົງທຶນ​ເຂົ້າ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດກໍ​ມີເຖິງຫຼາຍຕື້​​ໂດ​ລາ, ບໍລິສັດ​ນ້ອຍ​​ແຫ່ງ​ໜຶ່ງຂອງ​ຈີນ​​ແຂ່ງຂັນກັບ​ພວກ​ເຂົາ​ເຈົ້າບໍ່​ຕ່າງ​ຫຍັງ​ກັບ​​ເອົາ​ໄຂ່​ທຸບຫີນ. ພວກ​ຂ້າພະ​ເຈົ້າບໍ່ສາມາດ​ໄລ່​ທັນຫຼືລື່ນ​ກາຍ​ບໍລິສັດ​ໃຫຍ່​ຂອງ​ຕ່າງປະ​ເທດ​ໃນດ້ານເຕັກ​ນິກທຸກ​ລາຍຂອງ​ຄອມ​ພິວ​ເຕີ, ​ແຕ່​ໃນ​ດ້ານ​ເຕັກນິກ​ໃດ​ໜຶ່ງ​ທີ່​ຄັດ​ເລືອກ​ຢ່າງ​ພຽນ​ໃຈ​ນັ້ນ, ຢາກໄລ່​ທັນ​ເຂົາ​ແມ່ນ​ອາດ​ເປັນ​ໄປ​ໄດ້. ຜຶດຕິ​ກຳ​ຂອງ​ສູ່​ກວ່າງກໍ​ໄດ້​ຢືນຢັນ​ຈຸດ​ນີ້​ແລ້ວ.

​ໃນ​ເວລາ​​ເລີ່​ມສ້າງ​ພາລະກິດ, ຍິ່ຫໍ້​ຄອມ​ພິວ​ເຕີ​ສູ່​ກວ່າງບໍ່​ທັນ​ຖືກ​ຜູ້​ໃຊ້​ຮັບ​ຮູ້, ຖ້າ​ແຜ່ນ​ຊິ​ບ​ ແຜ່ນCPU ລະບົບ(system) ຊອບ​ແວຂອງ​ເຄື່ອງ​ເຊີ​ເວີ​ລ້ວນ​ແຕ່​ເຮັດ​ເອງ, ຜູ້​ໃຊ້​ຈະ​ຮັບ​ເອົາ​ຍາກ. ສະນັ້ນ, ບໍລີ​ສັດສູ່​ກວ່າງ​​ໄດ້​​ເລີ່​ມ​​ເຮັດ​ຈາກການ​ປະດິດ​ສ້າງIC, ​ຊີ້ນ​ສ່ວນ​ອື່ນ​ແລະ​ລະບົບsystem​ແມ່ນ​​ໃຊ້​ຜະລິດ​ຕະພັນກະ​ແສຫຼັກ​ໃນ​ຕະຫຼາດ. ​ເສັ້ນທາງ​ເຕັກນິກ​ທີ່​ຕິດ​ແທດ​ຕົວ​ຈິງ​ດັ່ງກ່າວໄດ້​ຮັບ​ຄວາມ​ຮັບຮອງ​ຈາກ​ຜູ້​ໃຊ້. ຈາກ​ນັ້ນຫຼາຍປີ, ສູ່​ກວ່າງຈິ່ງ​​ເລີ່​ມຜະລິດ​ແຜ່ນCPUໂດຍ​ຕົນ​ເອງ, ​ໃຊ້​ລະບົບ​system linux.

ທ່ານ​ລີ​ໂກ​ເຈຍ​ເວົ້າວ່າ, ​ເວົ້າ​ສຳລັບ​ປະ​ເທດ​ພວມ​ພັດທະນາ​ທີ່​ມີ​ປະຊາກອນຫຼາຍ​ແຕ່​ເງິນ​ທຶນມີ​ຈຳກັດ​ຄື​ຈີນ​ນີ້ແລ້ວ, ຕ້ອງ​ເດີນ​ຕາມ​ເສັ້ນທາງ​ຫັນ​ເປັນ​ຂໍ້​ມູນ​ຂ່າວສານ​ທີ່ໃຊ້​ຕົ້ນທຶນ​ໜ້ອຍ​, ສ້າງ​ປະ​ເທດ​ແບບ​ປະຢັດ. ທ່ານ​ເວົ້າວ່າ: ພວກ​ຂ້າພະ​ເຈົ້າພວມ​ດຳ​ເນີນ​ການ​ປະດິດ​ສ້າງ​ໃນ​ດ້ານ​​ເຄື່ອງ​ເຊີ​ເວີຕົ້ນທຶນ​ຕ່ຳ, ພາຍ​ໃນ​ຫຼາຍປີ​ຂ້າງ​ໜ້າ, ຄອມ​ພິວ​ເຕີ​ທີ່​ຄິດ​ໄລ່​ໄດ້ 100 ຕື້​ເທື່ອທີ່​​ເສຍ​ເງິນພຽງ 1-2 ໝື່ນ​ຢວນກໍ​ອາດຈະ​ຄົ້ນຄວ້າ​ຜະລິດ​ຢ່າງ​ສຳ​ເລັດ​ຜົນ, ນີ້​ໝາຍ​ຄວາມ​ວ່າ, ຢູ່​​ເທິງໂຕະ​ຂອງນັກ​ສຶກສາ​ແລະຜູ້​ຄົ້ນຄວ້າ​ວິທະຍາສາດ​ທຳ​ມະ​ດາ​ກໍ​ອາດ​ມີ​ຄອມພິວ​ເຕີ​ທີ່​ຄິດ​ໄລ່​ໄດ້ຮ້ອຍ​ຕື້​ເທື່ອ​ຕໍ່​ວິນາທີ​.

ທ່ານ​ກ່າວ​ວ່າ, ບາດກ້າວ​ຕໍ່​ໄປ, ສູ່​ກວາງຈະ​ໃຊ້​ແຜ່ນ​ຊິ​ບ​ທີ່​ຈີນ​ຜະລິດ, ຍາດ​ແຍ່ງ​ຜະລິດຄອມ​ພິວ​ເຕີ​ເໜືອ​ຊັ້ນທີ່​ຄິດ​ໄລ່​ໄດ້​ໜຶ່ງ​ແສນ​ຕື້​ເທື່ອ​ໃນ​ງານ​ກິລາ​ໂອ​ລິມປິກ​ປີ 2008.
(ຈົບ)