ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-28 10:47:33    
ໄຂ້​ຫວັດ​ສັດ​ປີກ​ທີ່​ແຜ່​ລາມ​ຕໍ່​ມາ

cri
ຕາມ​ຂ່າວCRI,​ໄຂ້ຫວັດ​ສັດ​ປີກ​ມີ​ທ່ວງທ່າ​ສືບ​ຕໍ່ແຜ່​ລາມ​​ໃນ​ທົ່ວ​ໂລກ,​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາກົນ​ທີ່​ກ່ຽວຂ້ອງ​ໄດ້​ໃຊ້​ມາດ​ຕະການ​ປ້ອງ​ກັນ​ຄວບ​ຄຸມ​ທີ່​ສົມ​ຄູ່​ກັນ.

ວັນ​ທີ27​ກຸ​ມພາ,ບົສນີ ​ແຮກ​ເຊ​ໂກ​ວິນ​ແລະ​ນີ​ເຊ​ລ້ວນ​ແຕ່​ຢືນ​ຢັນ​ວ່າ​ໄດ້​ປະ​ກົດ​ເຫັນ​ໄຂ້​ຫວັດ​ສັດ​ປີກ​ປະ​ເພດ​ຮ້າຍ​ແຮງ​ແບບH5N1​ເທື່ອ​ທຳ​ອິດ.ນີ​ເຊ​ແມ່ນ​ປະ​ເທດ​ທີ​ສາມ​ທີ່​ໄດ້​ປະ​ກົດ​ເຫັນ​ ​ໄຂ້ຫວັດ​ສັດ​ປີກ​ຢູ່​ອາ​ຟິຼກກາ.ມື້​ດຽວ​ກັນ,ປາ​ກີ​ສະ​ຖານ​ກໍ​ຢືນ​ຢັນ​ວ່າ​​ໄດ້​ປະ​ກົດ​ເຫັນ​ ​ໄຂ້​ຫວັດ​ສັດ​ປີກ​​ໃນ​ແດນ​ຂອງ​ປະ​ເທດ​ຕົນ​​ເທື່ອ​ທຳ​ອິດ,​ແຕ່​ຍັງ​ບໍ່​ທັນ​ໄດ້​ຢືນ​ຢັນ​ວ່າ​ແມ່ນ​ເຊື້ອ​ໄຂ້​ຫວັດ​ສັດ​ປີກ​ແບບ H5N1​ຫຼື​ບໍ່.​ບົສນີ ​ແຮກ​ເຊ​ໂກ​ວິນ ​ແລະ​ປາ​ກີ​ສະ​ຖານ​ໄດ້​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ພະຍາດ​ຈຳ​ນວນ​ໜຶ່ງ,​ອົງ​ການ​ອະ​ນາ​ໄມ​ສັດ​ຂອງໂລກ​ກໍ​ກ່າວ​ວ່າ​ຍິນ​ດີ​ໃຫ້​ຄວາມ​ຊ່ອຍ​​ເຫຼືອ​ແກ່​ລັດຖະບານ​ນີ​ເຊ​ໃນ​ດ້ານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ.

 ວັນ​ທີ27​ກຸມພາ,ສາທາລະນະ​ລັດ​ອາ​ດີ​ເກ​ແຫ່ງຣັດ​ເຊຍ​ຢືນຢັນ​ວ່າ​ໄດ້​ປະກົດ​ເຫັນ​ໄຂ້​ຫວັດ​ສັດ​ປີກ.ມື້​ດຽວ​ກັນ,ທ່ານ​ປູ​ຕິນ ປະທານາທິບໍດີ​ຣັດ​ເຊຍ​ກ່າວ​ວ່າ,ລັດຖະບານຣັດ​ເຊຍ​ຈະ​ສ້າງ​ຕັ້ງ​ກອງ​ບັນ​ຊາ​ການ​ໃຫຍ່​​ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ,​ແລະ​ເພີ່ມ​ການ​ລົງ​ທຶນ​ທາງ​ການ​ເງິນ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ແລະ​ປິ່ນປົວ​ໄຂ້​ຫວັດ​ສັດ​ປີກ.ນອກ​ນີ້,​ວັນ​ທີ​27​ກຸມ​ພາ,​ຢູ່​ເມືອງ​ໂອ​ເດຊາ ​ເມືອງ​ທ່າ​ອູ​ແກຼນກໍ​ ​ຢືນຢັນ​ວ່າ​ໄດ້​ປະກົດ​ເຫັນ​ໄຂ້​ຫວັດ​ສັດ​ປີກ.

ວັນ​ທີ27​ກຸມພາ,ຢູ່​ຈໍ​ເຈຍ​ແລະ​ໂກຼອາຊີ​ທີ່​ປະກົດ​ເຫັນ​ຫ່ານ​ຟ້າ​ຕາຍ​ໃນ​ຫວ່າງ​ມໍ່ໆ​ນີ້​ລ້ວນ​ແຕ່​ຢືນ​ຢັນ​ວ່າ,​ໃນ​ໂຕ​ຫ່ານ​ຟ້າ​ຕາຍ​ໄດ້​ກວດ​ພົບ​ເຊື້ອ​ໄຂ້ຫວັດ​ສັດ​ປີກ​ປະ​ເພດ​ຮ້າຍ​ແຮງ​ແບບ H5N1​.