ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-28 11:05:32    
ຈີນ​ເພີ່ມ​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ທະ​ຫານ​ຢ່າງ​ເໝາະ​ສົມ​ບໍ່​ມີ​ເຈ​ຕະ​ນາ​ຂົ່ມ​ຂູ່​ປະ​ເທດ​ໃດໆ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ27​ກຸມພາ,ທ່ານ​ຊາວ​ກ່າງ​ຊ່ວນ ທີ່​ປຶກສາ​ແຫ່ງ​ລັດ​ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ເພີ່ມ​ຄ່າ​ໃຊ້​ຈ່າຍດ້ານ​ການ​ທະ​ຫານ​ຢ່າງ​ເໝາະ​ສົມ​ບໍ່​ມີ​ເຈຕະນາ​ຂົ່ມ​ຂູ່​ປະ​ເທດ​ໃດໆ.

ໃນ​ເວລາ​​ເຈລະຈາ​ກັບທ່ານ​ຊາ​ມູ​ເອວສະມິດ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສວິສຢູ່​ທີ່​ປັກ​ກິ່ງ,ທ່ານ​ຊາວ​ກ່າງ​ຊ່ວນ​ກ່າວ​ວ່າ,​ໂດຍ​ສອດ​ຄ່ອງ​ກັບ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ຂອງ​ຈີນ,ຈີນ​​​ໄດ້​ປະຕິບັດ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ແບບ​ປ້ອງ​ກັນ​ຕົວ.ຈີນ​ເພີ່ມ​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ທະຫານ​ຢ່າງ​ເໝາະ​ສົມ,ປັບປຸງ​ອາວຸດຍຸດ​ໂທ​ປະກອບ​ໃຫ້ດີ​ຂຶ້ນ,ຍົກລະດັບ ​ທັນ​ສະ​ໄໝ​ຂອງ​ກອງທັບ​ໃຫ້​ສູງ​ຂຶ້ນ,ທັງ​ນີ້​ແມ່ນ​ເພື່ອ​ຄວາມ​ຕ້ອງການ​ທີ່​ປ້ອງ​ກັນຄວາມ​ປອດ​ໄພ​ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ຊາດ​ທັງ​ນັ້ນ,ບໍ່​ມີ​ເຈຕະນາຂົ່ມ​ຂູ່​ປະ​ເທດ​ໃດໆ​ໃນ​ດ້ານ​ກົກ​ຮາກ,​ແຮ່ງ​ບໍ່ຫ່ອນ​ຈະ​ກາຍ​ເປັນ​ການ​ທ້າ​ທາຍ​ຕໍ່​ຄວາມ​ປອດ​ໄພ​ຂອງ​ໂລກ​ກໍ​ຄື​ຂອງ​ພາກ​ພື້ນ.

ທ່ານ​ສະມິດກ່າວ​ວ່າ,ຫວັງ​ໃຫ້​ສອງ​ປະ​ເທດ​ເພີ່​ມທະວີ​ການ​​ໄປມາຫາ​ສູ່​ກັນສອງ​ຕໍ່​ສອງ​ຕື່ມ​ອີກ,​ເປີດ​ກວ້າງ​ການ​ສົນທະນາ​ທາງ​ການ​ເມືອງ,ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ຂະຫຍາຍ​ໄປ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.ສວິສຍິນ​ດີ​ສືບ​ຕໍ່​ທຳ​ຄວາ​ມພະຍາຍາມ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງປະ​ເທດ​ໃນ​ທຸກ​ຂົງ​ເຂດ.