ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-28 14:02:01    
ວົງ​ການ​ຕ່າງໆ​ຂອງ​ໄຕ້​ຫວັນ​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ທ່ານ​ເສີນ​ສຸຍ​ປຽນ​ຢຸດ​ຕິ​ການ​ໝູນ​ເດີນ​ຂອງ​ຄະ​ນະ​ກຳ​ມະ​ການ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ແລະ​ໂຄງ​ການ​ໂຮມ​ປະ​ເທດ​ເຈົ້າ​ເປັນ​ເອກະ​ພາບ​ກັນ​

cri
ຕາມ​ຂ່າວສານ​ຊີນ​ຮວາ,​ຕອນ​ບ່າຍ​ວັນ​ທີ27​ກຸມພາ,ທ່ານ​ເສີນ​ສຸຍ​ປຽນ ຜູ່​ນຳ​ເຈົ້າ​ໜ້າ​ທີ່​ໄຕ້ຫວັນ​ໄດ້​​ຈັດອັນ​ທີ່​ວ່າ​"ກອງ​ປະຊຸມຊັ້ນ​ສູງ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ແຫ່ງ​ຊາດ",​ຂືນ​ຕົກ​ລົງ​ຢຸດຕິ​ການ​ໝູນ​ເດີນ​ຂອງຄະນະ​ກຳມະ​ການ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ແລະ​ເຊົາ​ໃຊ້​ໂຄງ​ການ​ໂຮມ​ປະ​ເທດ​ເຈົ້າ​ເປັນ​ເອກະ​ພາບ​ກັນ​.ການ​ກະທຳ​ດັ່ງ​ກ່າວ​ໄດ້​ຖືກ​ຄັດ​ຄ້ານ​ແລະ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຈາກ​ພັກ​ການ​ເມືອງ​ແລະອົງ​ການ​ຈັດ​ຕັ້ງ​ທີ່​ສຳ​ຄັນ​ພາຍ​ໃນ​ເກາະ​ໄຕ້​ຫວັນ​ໃນ​ທັນ​ທີ,​ພັກ​ກົກ​ມີນຕັງ​ຈີນ,​ພັກ​ຊີນ​ມີນ​ເປັນ​ຕົ້ນ​ຕົກ​ລົງ​ກໍ່​ການ​ເຄື່ອນ​ໄຫວປົດ​ຕຳ​ແໜ່ງ​ຂອງ​ທ່ານ​ເສີນ​ສວຍ​ປຽນ.

ທ່ານ​ນາງ​ເຈິ້ງ​ລີ້​ເວີນ ​ໂຄສົກ​ພັກ​ກົກ​ມີນ​ຕັງຈີນ​ກ່າວ​ເນັ້ນ​ວ່າ,​ທ່ານ​ເສີນ​ສຸຍ​ປຽນ​ແລະ​ເຈົ້າ​ໜ້າ​ທີ່​ພັກ​ມີນ​ຈິ້ນ​ຕ້ອງ​ຫາບ​ແບກ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ທັງ​ໝົດ​ຕໍ່​ການ​ກະທຳ​ທີ່​ບໍ່​ຮັບຜິດ​ຊອບ​ຢ່າງ​ໜັກ​ໜ່ວງ,​ຄື​ຢຸດຕິ​​ໃຊ້​ໂຄງການ​ທ້ອນ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບກັນ​ເປັນ​ຕົ້ນ.​ພັກ​ກົກ​ມີນຕັງ​ຕົກລົງ​ກໍ່​ການ​ເຄື່ອນ​ໄຫວປົດ​ຕຳ​ແໜ່​ງຂອງ​ທ່ານ​ເສີນ​ສຸຍ​ປຽນ,​ເພື່ອ​ສ່ອງ​ແສງ​ໃຫ້​ເຫັນ​ປະຊາ​ມະຕິ​ຕົ້ນຕໍ.

ພັກ​ຊີ່ນມີນ​ໄດ້​ປະ​ກາດ​ຂ່າວ​ຊີ້​ອອກ​ວ່າ,​ການ​ກະທຳ​ດັ່ງ​ກ່າວ​ຂອງ​ທ່ານ​ເສີນສຸຍ​ປຽນ​ໄດ້​ທຳ​ລາຍ​ສະ​ພາບ​ປັດຈຸບັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ຢ່າງ​ເດັ່ນ​ຊັດ,​ໄດ້​ຝ່າ​ຝືນ​ກັບ​ປະ​ຊາ​ມະຕິ​ຕົ້ນ​ຕໍ​ໃນ​ສັງ​ຄົມ​ໄຕ້​ຫວັນ​ທີ່​ຫວັງ​ຢາກ​​ໃຫ້​​ເສດຖະກິດ​ຈະ​ເລີນ​ຮຸ່ງ​ເຮືອງ,​ຊີວິດ​ການ​ເປັນ​ຢູ່​ມີ​ຄວາມ​ສະຫງົບ,​ສອງ​ຝັ່ງ​ຊ່ອງ​ແຄບມີ​ສັນ​ຕິພາບ.

ສະຫະພັນ​ທີ່​ບໍ່ກຳ​ອຳນາດ​ທີ່​ປະກອບ​ດ້ວຍ​ພັກ​ກົກ​ມີນ​ຕັງ​ ພັກ​ຊີ່ນ​ມີນ​ແລະຄະ​ນະ​ພັກ​ອົງ​ການ​ນິຕິ​ບັນຍັດ​ແຫ່ງ​ສະຫະ​ພັນ​ສາມັກ​ຄີ​ບໍ່​ຂຶ້ນ​ກັບ​ພັກຝ່າຍ​ໃດ​ໄດ້​ຕົກລົງ​ພ້ອມ​ກັນ​ສະ​ເໜີ​ຮ່າງ​ມະຕິ​ປົດ​ຕຳ​ແໜ່ງ​ຂອງ​ທ່ານ​ເສີນ​ສຸຍ​ປຽນ.

ນອກ​ນີ້,ບຸກຄົນ​ວົງ​ການ​ອຸດສາ​ຫະກຳ​ການ​ຄ້າ​ຂອງ​ໄຕ້​ຫວັນ​ກໍ່​ໄດ້​ພາ​ກັນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ແລະ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ການ​ກະທຳ​ດັ່ງ​ກ່າວ​ຂອງ​ທ່ານ​ເສີນ​ສຸຍ​ປຽນ.