ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-28 14:14:10    
ທ້າວ​ຢາວ​ມີງ​ຮັບ​ເລືອກ​ເປັນ​ນັກ​ກິ​ລາ​ບານ​ບ້ວງ​​ເກັ່ງ​ກວ່າ​ໝູ່​ຢູ່​ພາກ​ຕາ​ເວັນ​ຕົກ​ໃນ​ອາ​ທິດ​ແລ້ວ​ນີ້​ຂອງ​NBA

cri Author: shuo
ຕາມ​ຂ່າວCRI:ຕອນ​ຂ້ອນ​ແຈ້ງ​ວັນ​ທີ28​ກຸມພາ​ເວລາ​ປັກ​ກິ່ງ,NBA​ໄດ້​ປະກາດລາຍ​ຊື່​ນັກ​ກິ​ລາ​ບານ​ບ້ວງ​​ເກັ່ງ​ກວ່າ​ໝູ່​ຂອງ​ສະຫະພັນ​ພາກ​ຕາ​ເວັນ​ຕົກ​ແລະ​ສະ​ຫະ​ພັນ​ພາກ​ຕາ​ເວັນ​ອອກ​ໃນ​ອາ​ທິດ​ແລ້ວ​ນີ້.​ທ້າວ​ຢາ​ວມີ​ງ ກອງບຸກ​ກາງຂອງ​ຈີນ​ທີ່​ຂຶ້ນກັບ​ທິມຮິ​ວສ​ເທິ​ນ ລໍ​ກິດສ໌​ໄດ້​ຮັບ​ເລືອກເປັນ​ນັກ​ກິ​ລາ​ບານ​ບ້ວງ​ທີ່​ເກັ່ງ​ກວ່າ​ໝູ່​ຂອງ​ພາກ​ຕາ​ເວັນ​ຕົກ​​ໃນອາທິດ​ແລ້ວ​ນີ້.ທ້າວ​ຢາ​ວມີ​ງ​ໄດ້​ຮັບ​ກຽດ​ດັ່ງ​ກ່າວ​ເທື່ອ​ທຳ​ອິດ​ໃນ​ລະ​ດູ​ການ​ແຂ່ງ​ຂັນ​ນີ້​,​ແລະ​ເປັນ​ເທື່ອ​ທີ​ສອງ​​ໃນ​ຊີ​ວະ​ປະ​ຫວັດ​ຫຼິ້ນ​ບານ​ບ້ວງ​ຂອງ​ເພິ່ນ.ຜູ້​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ເປັນ​ນັກ​ກິ​ລາ​ບານ​ບ້ວງ​​ເກັ່ງ​ກວ່າ​ໝູ່​ຂອງ​ສະ​ຫະ​ພັນ​ພາກ​ຕາ​ເວັນ​ອອກ​ໃນ​ອາ​ທິດ​ແລ້ວ​ນີ້​ແມ່ນ​ທ້າວ​ກິວ​ເບີດ ອາ​ເລ​ນາສ ກອງ​ຫຼັງ​ຂອງ​ທິມວໍ​ຊິງ​ຕັນ ວິ​ຊາດ.

ທ້າວ​ຢາ​ວມີ​ງ​ໄດ້ມີ​ການຫຼິ້ນ​ທີ່​ປະຈັກ​ຕາ​ຄົນໃນ​ອາທິດ​ແລ້ວ​ນີ້,ລາວ​ໄດ້​ນຳພາ​ທິມຮິ​ວສ​ເທິນ ລໍ​ກິດສ໌​​ຮັບ​ໄຊ​ຊະ​ນະ​ສາມ​ຮອບ​ຢ່າງ​ລຽນ​ຕິດ​,​ສະ​ເລ່ຍ​ແລ້ວ​ແຕ່​ລະ​ຮອບ​ລາວ​ໄດ້​ຮັບ​26,7​ຄະ​ແນນ ຍາດ​ໄດ້15,7ບານ​ຢູ່​ແປ້ນ​ບ້ວງ​ແລະ​ມີ​ອັດ​ຕາ​​ໂຍນ​ບານ​ເຂົ້າ​ບ້ວງ​53,3%.