ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-28 14:26:11    
ສື່​ມວນ​ຊົນ​ສ.ເກົາ​ຫຼີ​ເຫັນ​ວ່າ​ທ່ານ​ເສີນ​ສຸຍ​ປຽນ​ຢຸດ​ຕິ​ການ​ໝູນ​ຂອງ​ຄະ​ນະ​ກຳ​ມະ​ການ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ແລະ​ໂຄງ​ການ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ຈະ​​ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ເຄັ່ງ​ຕຶງ​ຂຶ້ນ

cri
ຕາມ​ຂ່າວCRI,​ວັນ​ທີ28ກຸມພາ,​ສື່ມວນ​ຊົນ​ຕ່າງໆ​ຂອງ​ສ.ເກົາ​ຫຼີ​ໄດ້​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ທ່ານ​ເສີນ​ສຸຍ​ປຽນ ຜູ່​ນຳ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ປະກາດ​ຢຸດ​ຕິການ​ໝູນ​ເດີນ​ຂອງ​ຄະນະ​ກຳມະ​ການ​ໂຮມ​ປະ​ເທດ​​ເຂົ້າ​ເປັນ​ເອກະ​ພາບ​ກັນແລະ​ເຊົາ​ໃຊ້​ໂຄງການ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ.ສື່​ມວນ​ຊົນ​ສ.​ເກົາ​ຫຼີ​ເຫັນ​ວ່າ,​ການ​ກະທຳ​ທີ່​ອັນຕະ​ລາຍ​ຂອງ​ທ່ານ​ເສີນ​ສຸຍ​ປຽນ,ຈະ​ເຮັດ​ໃຫ້ການ​ພົວພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ເຄັ່ງ​ຕຶງຂຶ້ນ.

ບົດ​ຄວາມ​ເລື່ອງ​ໄຕ້​ຫວັນ​ປະລະ​ການ​ທ້ອນ​ໂຮມ​ກັບ​ແຜ່ນດິນ​ໃຫຍ່​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ທີ່​ພິມ​ລົງ​ໜັງສືພິມ​ອາຊີ​ຕາ​ເວັນ​ອອກ​ລາຍ​ວັນຊີ້​ອອກ​ວ່າ,ທ່ານ​ເສີນ​ສຸຍ​ປຽນ​ບໍ່​ເອົາ​ຫົວຊາ​ນຳ​ຄຳ​ເຕືອນ​ຂອງ​ແຜ່ນດິນ​ໃຫຍ່ຈີນ​ແລະ​ອາ​ເມ​ລິ​ກາ,​ຕົກ​ລົງ​ຍົກ​ເລີກ​ການ​ທ້ອນ​ໂຮມປະ​ເທດ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ.ການ​ກະ​ທຳ​ດັ່ງກ່າວ​ຈະ​ພາ​ໃຫ້​ພາຍ​ໃນ​ເກາະ​ໄຕ້​ຫວັນ​ແລະການ​ພົວ​ພັນ​ສອງ​ຝັ່ງ​ຊ່ອງ​ແຄບເກີດ​ຄວາມ​ປັ່ນ​ປ່ວນ.​ໜັງ​ສືພິມ​ເກົາ​ຫຼີ​ລາຍ​ວັນ​ຊີ້​ອອກ​ວ່າ,​ຖ້ອຍ​ຄວາມ​ຍົກ​ເລີກ​ການ​ທ້ອນ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ທ່ານ​ເສີນ​ສຸຍ​ປຽນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ເປົ້າ​ໝາຍ​ໄລຍະ​ຍາວ​ຂອງ​ທ່ານ​ກໍ່​ແມ່ນ​ແບ່ງ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອ​ກະລາດ,​ພັດ​ບໍ່​ແມ່ນ​ການ​ໂຮມ​ສອງ​ຝັ່ງ​ຊ່ອງ​ແຄບ​ເຂົ້າ​ເປັນ​ເອກະ​ພາບ​ກັນ.ມື້​ດຽວ​ກັນ,​ສື່​ມວນ​ຊົນ​ທີ່​ສຳຄັນ​ອື່ນໆ​ຂອງ​ສ.​ເກົາຫຼີ​ກໍ່​ໄດ້ລາຍ​ງານ​ເຫດ​ການ​ດັ່ງກ່າວ​ຢ່າງ​ລະອຽດ.