ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-28 14:47:19    
ບຸກ​ຄົນ​ຊື່​ດັງ​ຂອງ​ຮົງ​ກົງ​ກ່າວ​ປະ​ນາມ​ທ່ານ​ເສີນ​ສຸຍ​ປຽນ​ທີ່​ຢຸດ​ຕິ​ການ​ໝູນ​ເດີນ​ຂອງ​ຄະ​ນະ​ກຳ​ມະ​ການ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ແລະ​​ເຊົາ​ໃຊ້​ໂຄງ​ການ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ

cri
ຕາມ​ຂ່າວສານ​ຊີນຮວາ,​ວັນ​ທີ27​ກຸມພາ,​ບຸກ​ຄົນ​ຊື່​ດັງ​ຈຳ​ນວນ​ໜຶ່ງ​ຂອງ​ຮົງ​ກົງ​ໄດ້​ພາກັນ​ກ່າວ​ປະ​ນາມ​ທ່ານ​ເສີນ​ສຸຍ​ປຽນທີ່​ຂືນ​ຕົກ​ລົງ​ຢຸດ​ຕິການ​ໝູນ​ເດີນ​ຂອງ​ຄະ​ນະ​ກຳມະ​ການ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບ​ກັນແລະ​ເຊົາ​ໃຊ້​ໂຄງ​ການ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບ​ກັນ.​ພວກ​ເພິ່ນ​ກ່າວ​ວ່າ,​ອັນ​ນີ້​ໄດ້​ເປີດ​ເຜີຍ​ອີກ​ເທື່ອ​ໜຶ່ງ​ໃຫ້​ເຫັນທາດ​ແທ້ຂອງ​ທ່ານ​ເສີນ​ສຸຍ​ປຽນທີ່​ຢາກ​ແບ່ງ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອກະ​ລາດ,​ຕ້ອງ​ມີ​ສະຕິ​ລະວັງ​ຕົວ​ໃນ​ລະດັບ​ສູງ​ຕໍ່​ທ່ານ​ເສີນ​ສຸຍ​ປຽນ​ທີ່​ນຳ​ເອົາ​ຄວາມ​ສຸກ​ຂອງປະ​ຊາຊົນ​ແລະ​ສັນຕິພາບ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​​ແຄບມາ​ຫຼິ້ນ​ພະນັນ​ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ທາງ​ການ​ເມືອງ.

ທ່ານ​ລິວ​ໜາຍ​ຊຽງ ກຳມະ​ການ​ສະພາ​ປືກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດຈີນ​ຂອງ​ເຂດຮົງ​ກົງ​ກ່າວ​ວ່າ,​ການ​ກະທຳ​ດັ່ງກ່າວ​ຂອງ​ທ່ານ​ເສີນ​ສຸຍ​ປຽນ​ໄດ້​ສະ​ແດງ​ໃຫ້​ເຫັນ​ອີກ​ເທື່ອ​ໜຶ່ງ​ວ່າ,​ທ່ານ​ພວມ​ອອກ​ແຮງ​ສຸດ​ຂີດ​ຊຸກ​ຍູ້​ການ​ແບ່ງ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອກະລາດ,​ແລະເຈ​ຕະນາ​ທຳ​ລາຍ​ບໍ່​ໃຫ້​ການ​ພວພັນ​ລະຫວ່າງ​ສອງ​ຝັ່ງ​ຂະຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ໂດຍ​ສັນ​ຕິ.

ທ່ານ​ລິງ​ຢິວຊື່ ນັກຄົ້ນ​ຄວ້າ​ຊັ້ນ​ສູງຂອງ​ໜ່ວຍ​ນະ​ໂຍບາຍ​ສູນ​ກາງ​ຂອງ​ອົງການ​ປົກ​ຄອງ​ເຂດ​ພິ​ເສດ​ຮົງ​ກົງ​ກ່າວ​ວ່າ,​ທ່ານ​ເສີນ​ສຸຍ​ປຽນ​ຫວັງ​ຢາກ​ໃຊ້​ການ​ກະທຳ​ດັ່ງ​ກ່າວ​ຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ຫຍຸ້ງ​ຍາກ​ພາຍ​ໃນ​ເກາະ​ໄຕ້​ຫວັນ​ຍ້ອນ​ທ່ານ​ກຳ​ອຳນາດ​ບໍ່​ຖືກ​ວິທີ,​ແລະ​ຫັນປ່ຽນ​ສາຍ​ຕາ​ຂອງ​ມວນ​ຊົນ.

ທ່ານ​ລິງ​ຢິວ​ຊື່​ກ່າວ​ເນັ້ນ​ວ່າ,​ການ​ເຄື່ອນ​ໄຫວແບ່ງ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອກະ​ລາດ​ເລື່ອນ​ຂັ້ນ,ຈະ​ຂົ່ມຂູ່​ສະຖາ​ນະ​ການ​ຊ່ອງ​ແຄບ​ໄຕ້​ຫວັນ,​ທຳລາຍ​ສັນຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາຊີ​ອາ​ຊິ​ຟິກ.