ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-28 15:46:18    
ຫາງ​ສຽງ​ມາ​ກາວ​ຊີ້​ອອກ​ວ່າ,​ປະ​ຊາ​ຊົນ​ສອງ​ຝັ່ງ​ຊ່ອງ​ແຄບ​ແລະ​ລູກ​ຫຼານ​ປະ​ຊາ​ຊາດ​ຈີນ​ຢູ່​ພົ້ນ​ທະ​ເລ​ທັງ​ໝົດ​ຕ້ອງ​ພ້ອມ​ກັນ​ສະກັດ​ກັ້ນ​ການ​ສ່ຽງ​ໄພ​ຕື່ມ​ອີກ​ຂອງ​ທ່ານ​ເສີນ​ສຸຍ​ປຽນ

cri
ຕາມ​ຂ່າວCRI,ວັນ​ທີ28ກຸມພາ,​ຫາງ​ສຽງ​ມາ​ກາວ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ທ່ານ​ເສີນ​ສຸຍ​ປຽນ​ທີ່ປະ​ກາດຢຸດ​ຕິການ​ໝູນ​ເດີນ​ຂອງ​ຄະນະ​ກຳມະການ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ແລະ​​ໂຄງ​ການ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບ​ກັນ,​ຊີ້​ອອກ​ວ່າ​ທ່ານ​ເສີນ​ສຸຍ​ປຽນ​ແມ່ນ​ຜູ່​ກໍ່​ຄວາມ​ລຳ​ຄານ​ພາຍ​ໃນ​ເກາະ​ໄຕ້​ຫວັນ,​ສອງ​ຝັ່ງ​ຊ່ອງ​ແຄບ​ກໍ່​ຄື​ພາກ​ພື້ນ​ອາ​ຊີ​ປາຊີ​ຟິກ,​ປະຊາ​ຊົນ​ສອງ​ຝັ່ງ​ຊ່ອງ​ແຄບ​ແລະ​ລູກ​ຫຼານ​ປະຊາ​ຊາດ​ຈີນ​ຢູ່ພົ້ນ​ທະ​ເລ​ທັງ​ໝົດ​ຕ້ອງ​ພ້ອມ​ກັນ​ສະກັດ​ກັ້ນ​ການ​ກະທຳ​ສ່ຽງ​ໄພ​ຕື່ມ​ອີກ​ຂອງ​ທ່ານ​ເສີນ​ສວຍ​ປຽນ.

ໃນ​ບົດ​ນຳ​ຂອງ​ໜັງສື​ພິມ​ມາ​ກາວ​ລາຍ​ວັນ​ຂຽນ​ວ່າ,​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ, ທ່ານ​ເສີນ​ສຸຍ​ປຽນ​ໄດ້​ກໍ່​ການ​ພິ​ພາດ​ກັນ​ພາຍ​ໃນ​ເກາະ​ໄຕ້​ຫວັນ​ຢ່າງ​ປ່ວງ​ບ້າ​ກວ່າ​ເກົ່າ,​ເຮັດ​ໃຫ້ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ເຄັ່ງ​ຕຶງຂຶ້ນ,​ຫັນປ່ຽນ​ສາຍ​ຕາ​ຂອງ​ສັງຄົມ​ໄຕ້​ຫວັນ​ຕໍ່​ທ່ານທີ່​ໄດ້​ພາ​ໃຫ້​ເສດ​ຖະ​ກິດ​ໄຕ້​ຫວັນ​ບໍ່​ຈະ​ເລີນ,​ສັງຄົມ​ປັ່ນ​ປ່ວນ.​ທັງ​ນິ້ມີ​ແຕ່​ຈະ​ເລີນ​ໃຫ້​ມວນ​ຊົນ​ໄຕ້​ຫວັນ​ຮູ້ສຶກ​ບໍ່ພໍ​ໃຈ​ຫຼາຍກວ່າ​ເກົ່າ​ແລະ​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ກວ່າ​ເກົ່າ.

ໃນບົດ​ນຳ​ຂອງ​ໜັງສືພິມ​ຊີ່ນຮວາ​ອ້າວປ້າວ​ຊີ້​ອອກ​ວ່າ,​ການ​ກະ​ກຳປ່ວງ​ບ້າ​ຂອງ​ທ່ານ​ເສີນ​ສຸຍ​ປຽນ​ໄດ້​ເຮັດ​ໃຫ້​ມວນ​ຊົນ​ພາຍ​ໃນ​ເກາະ​ຄຽດ​ແຄ້ນ,ຢູ່​ໃນທົ່ວ​ເກາະ​ໄດ້​ມີ​ສຽງ​ທີ່​ວ່າ​"ຍົກ​ເລີກ​ການ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບ​ກັນ,​ຄວນປົດ​ຕຳ​ແໜ່ງ​ປະທາ​ນາທິ ບໍດີຈະ​ໄຄ​ກວ່າ".