ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-28 18:13:35    
ໂອ​ກາດ​ການ​ທຸ​ລະ​ກິດ​ຂອງ​"ຟູ​ວາ"​ສິ່ງ​ນຳ​ໂຊກ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ(ສຽງ)

cri

ຕັ້ງ​ແຕ່"ຟູ​ວາ"ສິ່ງ​ນຳ​​ໂຊກ​ງານ​ກິລາ​ໂອ​ລິ​ມປີກ​ປັກ​ກິ່ງ​ປີ2008​ໄດ້​ສະ​ເຫຼີຍ​ແຕ່​ເດືອນ​ພະ​ຈິກ​ປີກາຍ​ມາ​ນີ້,​ປັດ​ຈຸ​ບັນ,​ສິນ​ຄ້າ​ທີ່​ຕິດ​ຮູບ​"ຟູ​ວາ"​ພວມ​ຂາຍ​ດິບ​ຂາຍ​ດີ​ຢູ່​ຕົວ​ເມືອງ​ສຳ​ຄັນ​ຂອງ​ຈີນ.​ຜູ່​ຊ່ຽວ​ຊານ​ຄາດ​ຄະ​ເນ​ວ່າ,​ສິນ​ຄ້າ​"ຟູ​ວາ"​ຈະ​ນຳ​ເອົາ​ຜົນ​ກຳ​ໄລ​ຫຼາຍ​ຮ້ອຍ​ລ້ານ​ໂດ​ລາມາ​ໃຫ້​ຈີນ.​

ໃນ​ຮ້ານ​ຂາຍ​ສິນຄ້າຂອງ​ງານ​ກິລາ​ໂອ​ລິ​ມປິກ​ແຫ່ງ​ໜຶ່ງ​ຢູ່​ປັກ​ກິ່ງ,ນັກ​ຂ່າວ​ໄດ້​ສັງ​ເຫດ​ເຫັນ​ວ່າ​ໃນ​ຮ້ານ​ນີ້​​ໄດ້​ເຕັມ​ໄປ​ດ້ວຍ​ລູກ​ຄ້າ​ທີ່​ມາ​ຊື້​ຜະ​ລິດ​ຕະພັນ​ຟູ​ວາ.ທ່ານ​ລູ​ລິນ​ໂຊກ​ດີ​ຫຼາຍ​ ​ຊື້​ໄດ້​ເຄື່ອງຫຼິ້ນ​ຟູ​ວາ​ຊຸດ​ສຸດ​ທ້າຍ​ທີ່​ຮ້ານ​ດັ່ງ​ກ່າວ​ຈຳ​ໜ່າຍ​ໃນ​ມື້ນັ້ນ.​ທ່ານ​ເວົ້າ​ວ່າ:"​ຂ້ອຍ​ເອງ​ເຄີຍ​ໄດ້​ຊື້​ຊຸດ​ໜຶ່ງ​ແລ້ວ,​ຊຸດ​ທີ່​ຫາ​ກໍ່​ຊື້​ນັ້ນ​ແມ່ນ​ໝູ່​ຕ່າງ​ຖິ່ນ​ໃຫ້​ຂ້ອຍ​ຊ່ອຍ​ຊື້​,ເພາະ​ພວກ​ເຮົາ​ພໍ​ດີ​ຈະ​ໄປ​ຢາມ​ໝູ່"

ນາງ​ຈ່ຽງຈິນ ກໍ​ຢາກ​ຊື້"ຟູ​ວາ"​ເຊັ່ນ​ດຽວ​ກັນ,​ແຕ່​ນາງ​ບໍ່​ໄດ້​ໂຊ​ກດີຄື​ທ່າ​ນລູລິນ,ນາງ​ບອກ​ນັກ​ຂ່າວດ້ວຍ​ຄວາມເສຍດາຍ​ວ່າ,ຍ້ອນ​ວ່າ​ຊື້​ບໍ່​ໄດ້​ເຄື່ອງຫຼິ້ນ​ຟູ​ວາ​ທີ່​ຕົນ​ມັກ,ຈິ່ງ​​​ປ່ຽນ​ມາເລືອກ​ຊື້​ຜ້າ​ໄໝ​ທີ່​ມີ​ຮູບ​ຟູ​ວາ.

ຟູ​ວາ ສິ່ງ​ນຳ​ໂຊກ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ປະກອບ​ດ້ວຍຕຸກກະຕາ5​​ໂຕທີ່​ໜ້າ​ຮັກ​ແລະ​ສະໜິດສະໜົມກັນ​ເຊິ່ງຕ່າງ​ມີ​ຊື່ວ່າ"​ເປໆ""ຈິ່ງ​ໆ""ຮວນໆ""ອິງໆ""ນີໆ".ຕຸ​ກກະຕາ5​ໂຕ​ນີ້​ຕ່າງ​ໄດ້​​ເຮັດ​ເປັນ​ຮູບ​ໂສມ​ຂອງປາ,ໝີ​ແພນ​ດາ,​ໄຟ​ສັກ​ສິດ​ໂອ​ລິ​ມປິກ,​ເຍືອງ​ຕິ​ເບ​ດ​ແລະ​ນົ​ກ​ແອ່ນ.ຊື່​ຂອງ​ສິ່ງ​ນຳ​ໂຊກ​ຫ້າ​ໂຕ​ຕິດ​ກັນ​ກໍ​ເປັນ​ປະ​ໂຫຍ​ກທີ່​ວ່າ"​ເປ​ຈິ່ງ​ຮວນ​ອິງ​ນີ"​ແປ​ວ່າປັກ​ກິ່ງ​ຍິນ​ດີ​ຕ້ອນຮັບ​ທ່ານ.

ເສື້ອເຊີດທີ່ຕິດຮູບຟູວາ

 ຮູບ​ໂສມ​ຂອງ​ຟູ​ວາ​ຫາ​ກໍ່​ປະກົດ​ຕົວ​ອອກ,ກໍ​ ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຄົນ​ທັງຫຼາຍ.ບໍ່ພ​ຽງ​ແຕ່​ຄົນ​ຈີນ​ມັກ​ຮູບ​ໂສມຂອງ​ສິ່ງ​ນຳ​ໂຊກ​ທີ່​ມີ​ຊີວິດ​ຊີວາ​ເທົ່າ​ນັ້ນ,ຊາວ​ຕ່າງປະ​ເທດ​ຫຼາຍໆ​ຄົນ​ກໍມັກ​ຮັກ​ອີກ​ດ້ວຍ.ທ່ານ​ນາງ​ອານ​ນາ ທີ່​ມາ​ຈາກຣັດ​ເຊຍ​ເວົ້າ​ວ່າ:"ຂ້າພະ​ເຈົ້າສຸດທີ່ມັກຟູວາເຫຼົ່ານີ້,​ເພາະພວກມັນມີສີສັນຈີນຫຼາຍ."

ທ່ານນາງຊູອີນາກາ ຢູຄິ ທີ່ມາຈາກຍີ່ປຸ່ນກໍໄດ້ສະແດງຄວາມນິຍົມຊົມ​ຊອບຕໍ່ຟູວາ:"ຟູວາໜ້າ​ຮັກກວ່າຄວາມຄິດຂອງຂ້ອຍ,ຂ້ອຍຫວັງຢາກຊື້​ເຄື່ອງ​ຫຼິ້ນຟູວາຊຸດໜຶ່ງ"

ທ່ານນາງຊາມານຊາທີ່ມາຈາກການາດາກໍຫວັງຢາກຊື້ຟູວາ​ເອົາ​ໄປ​ເປັນຂອງຕ້ອນ.ນາງ​ເວົ້າ​ວ່າ:"ສິ່ງ​ນຳ​ໂຊກ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງລວມມີ​ຫ້າອັນ,ຈັ່ງ​ແມ່ນ​ມວນ​ຫຼາຍ, ​ຂ້ອຍ​ມັກ​ທີ່​ສຸດ​ແມ່ນ"ຈິ່ງໆ"ທີ່​ເປັນ​ຮູບໝີ​ແພນ​ດາ."

1  2