ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-28 20:52:02    
ຄອບ​ຄົວ​ເຮຶອນ​ຖ້ຳ​ຂອງ​ແຂວງ​ສ້ານ​ຊີ່

cri


ເຮຶອນ​ຖ້ຳ​ແມ່ນ​ທີ່​ຢູ່​ອາ​ໄສ​ເກົ່າ​ແກ່​ຂອງ​ປະຊາ​ຊົນ​ຢູ່​ພູ​ພຽງ​ດິນ​ເຫຼືອງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ.​ປະຊາ​ຊົນ​ທ້ອງ​ຖິ່ນທີ່​ອາ​ໄສ​ຢູ່​ໃນຖ້ຳ​ໄດ້​ມີ​ປະຫວັດ​ສາດ​ຫຼາຍ​ພັນ​ປີ​ແລ້ວ,​ຊີ​ວິດ​ການ​ເປັນ​ຢູ່​ໃນ​ຖ້ຳ​ກໍ່​ມີ​ລົດ​ນິຍົມ​ຕ່າງ​ຫາກ.
 


ກ່ອນ​ອື່ນພວກ​ເຮົາ​ໄປ​ເບິ່ງ​ບ້ານ​ຮວ່າ​ຢວນ​ທູນ​ຕາ​ແສງວ້ານ​ຮວ່າ​ສ່ານ​ເມືອງ​ອຽນ​ອ່ານ​ພາກ​ເໜືອ​ແຂວງ​ສ້ານຊີ່​ຂອງ​ຈີນ.​ບ້ານ​ນີ້​ມີ​ຊາວ​ກະສິ​ກອນ​ຮ້ອຍ​ກວ່າ​ຄອບ​ຄົວ,​ສ່ວນ​ຫຼາຍ​ທີ່​ສຸດ​ອາ​ໄສ​ຢູ່​ໃນ​ເຮືອນ​ຖ້ຳ.​ລຸງ​ຈ່າງ​ຈື້ຈຸ້ນ​ອາຍຸ​53ປີ,​ແມ່ນ​ຊາວ​ກະສິ​ກອນ​ທຳ​ມະ​ດາ​ສາ​ມັນ​ຂອງ​ບ້ານ​ຮວ່າ​ຢວນ​ທູນ,​ລຸງ​ມີ​ລູກ​ຊາຍ​ສອງ​ຄົນ,​ລ້ວນ​ແຕ່​ໄດ້​ສ້າງ​ຄອບ​ຄົວ​ແລ້ວ.​ລຸງ​ຈ່າງ​ເວົ້າ​ວ່າ,​ຄອບ​ຄົວ​ຂອງ​ລຸງ​ອາ​ໄສຢູ່​ໃນ​ເຮືອນຖ້ຳທຸກ​ເຊັ່ນ​ຄົນ.
 
ເຮືອນ​ຖ້ຳ​ດີ,​ອຸ່ນ​ຫຼາຍ.​ເລີ່ມ​ແຕ່​ປູ່​ເປັນ​ຕົ້ນ​ມາ​ກໍ່​ອາ​ໄສ​ຢູ່​ເຮືອນ​ຖ້ຳ,​ມາ​ຮອດ​ປັດຈຸບັນ​ມີ​ຫຼາຍ​ເຊັ່ນ​ຄົນ​ແລ້ວ.​ຫຼານ​ຂອງ​ຂ້າພະ​ເຈົ້າ​ກໍ່​ເກີດ​ຢູ່​ໃນ​ຖ້ຳ​ນີ້.​ຂ້າ​ພະ​ເຈົ້າ​ບໍ່​ຢາກ​ປະ​ຖິ້ມຖ້ຳ​ດິນ​ໃຫຍ່​ນີ້,​ເພາະ​ມັນ​ອຸ່ນ​ໃນລະ​ດູ​ໜາວ​ອຸ່ນ,​ແລະ​ເຢັນ​ໃນລະ​ດູຮ້ອນ,​ດີ​ບໍ່​ຢອກ.
 
ຕັ້ງ​ແຕ່4000ປີ​ກ່ອນ,​ປະຊາ​ຊົນ​ທີ່​ດຳລົງ​ຊີວິດ​ຢູ່​ເທິງ​ພູ​ພຽງ​ດິນ​ເຫຼືອງ​ພາກ​ເໜືອ​ແຂວງ​ ສ້ານ​ຊີ່ກໍ່​ມີ​ຮີດ​ຄອງປະ​ເພນີ​ທີ່​ຂຸດ​ຖ້ຳ​ເພື່ອ​ເພິ່ງ​ພາ​ອາ​ໄສ.​ເພາະ​ວ່າ​ດິນ​ເຫຼືອງ​ຢູ່​ເທິງພູ​ພຽງ​ທັງ​ໜຽວ​ທັງ​ແຂງ,​ແລະ​ບໍ່​ມັກ​ເຈື່ອນ.​ເຮືອນ​ຖ້ຳ​ລ້ວນ​ແຕ່​ສ້າງ​ຕາມ​ພູ,​ຄືຂຸດ​ຖ້ຳຢູ່​ຂອງ​ຝາ​ດິນ​ທຳ​ມະ​ຊາດ​ໄປ​ຕາມ​ທາງ​ແຂວງ,​ມັນ​ແມ່ນ​ເລື່ອງ​ງ່າຍ​ແລະ​ສະ​ດວກ​ສຳລັບ​ສ້າງ​ເອົາ​ເອງ​ຢ່າງ​ສະ​ດວກ,​ລາຄາ​ກໍຖືກ,ບໍ່​ໜໍາ​ອາ ໄສຢູ່​ໃນ​ເຮືອນ​ຖ້ຳ,​ລະດູ​ໜາວ​ມັນ​ອຸ່ນ,​ລະ​ດູ​ຮ້ອນ​ມັນ​ເຢັນ.​ສະ​ນັ້ນຈົນ​ຮອດ​ຊູ່​ມື້​ນີ້,​ເຮືອນ​ຖ້ຳ​ຍັງ​ມີຢູ່​ເທິງ​ພູ​ພຽງ​ດິນ​ເຫຼືອງ​ຢ່າງ​ກວ້າງ​ຂວາງ,​ແລະມີ​ປະຊາ​ກອນ40​ກວ່າ​ລ້ານ​ຄົນອາ​ໄສ​ຢູ່​ໃນ​ຫັ້ນ.
 
1  2