ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-01 11:12:28    
ການ​ປະ​ທະ​ກັນ​ລະ​ຫວ່າງ​ຝ່າຍ​ສາ​ສະ​ໜາ​ຂອງ​ອີ​ຣັກ​ໄດ້​ພາ​ໃຫ້​379​ຄົນ​ເສຍ​ຊີ​ວິດ

cri
ຕາມ​ຂ່າວCRI,​ວັນ​ທີ28​ກຸມ​ພາ,​ລັດຖະ​ບານ​ອີ​ຣັກ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ,​ການ​ປະ​ທະ​ກັນ​ລະ​ຫວ່າງ​ຝ່າຍ​ສາສະ​ໜາ​ທີ່​ເກີດ​ຂຶ້ນ​ຍ້ອນ​ສຸ​ເຫຼົ່າ​ອິສລາມ​ອາລີ​ຮາ​ດີ ສະຖານ​ທີ່​ສັກ​ສິດຂອງ​ມຸສ​ລິມ​ນີກາຍ​ຊີ​ອິດ​ຖືກ​ຫຼອນ​ໂຈມ​ຕີ​ດ້ວຍ​ລູກ​ລະ​ເບີດ​ນັ້ນ​ໄດ້​ພາ​ໃຫ້​379ຄົນ​ເສຍ​ຊີວິດ,​458​ຄົນ​ບາດ​ເຈັບ.

ມື້​ດຽວ​ກັນ,​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ສື່​ມວນຊົນ​ກ່ຽວ​ກັບບັນ​ຫາ​ການ​ປະ​ທະ​ກັນ​ລະ​ຫວ່າງ​ຝ່າຍ​ສາ​ສະ​ໜາ​ຂອງ​ອີຣັກ, ທ່ານ​ບຸ​ສ ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາກ່າວ​ວ່າ,​ທ່ານ​ເຫັນ​ວ່າ​ອີ​ຣັກບໍ່​ຫ່ອນ​ຈະ​ເກີດ​ເສິກ​ກາງ​ເມືອງ.​ທ່ານ​ເວົ້າ​ວ່າ,​ຫວ່າງ​ມໍ່ໆ​ນີ້,​ທ່ານ​ໄດ້​ໂທລະ​ສັບ​ລົມ​ກັບ​ຜູ່​ນຳ​ຂອງ​ນິ​ກາຍ​ຊີ​ອິດ,​ຝ່າຍ​ນິກາຍ​ຊຸນ​ນິດ​ແລະ​ຜູ່​ນຳ​ຊາວ​ເຄິດ,​ພວກ​ເຂົາ​ເຈົ້າ​ລ້ວນ​ແຕ່​ຕົກ​ລົງ​ເລືອກ​ເອົາ​ຄວາມ​ສາມັກ​ຄີ​ຫາກ​ບໍ່​ແມ່ນ​ການ​ປະ​ທະ​ກັນ.

ນອກ​ນີ້,​ວັນ​ທີ28​ກຸມພາ,​ທ່ານ​ແມບ​ເລສ໌ ຫົວ​ໜ້າ​ກົມ​ຂ່າວ​ກອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດອາ​ເມ​ລິ​ກາ​ກ່າວ​ວ່າ,​ເຖິງ​ວ່າ​ອີຣັກ​ຍັງ​ບໍ່​ທັນ​ຕົກ​ຢູ່ໃນ​ເສິກ​ກາງ​ເມືອງ​ກໍ່ຕາມ,​ແຕ່​ສະ​ຖານະ​ການ​ໄດ້​ອ່ອນ​ແອ​ທີ່​ສຸດ​ແລ້ວ.​ທ່ານ​ກ່າວ​ເນັ້ນ​ວ່າ,ຂໍ​ກະ​ແຈ​ຂອງ​ການ ຫຼຸດ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ຂອງ​ອີຣັ​ກ​ໃຫ້​ໜ້ອຍ​ລົງ​ແມ່ນ​ຢູ່​ນຳ​ການ​ປະ​ກອບ​ລັດ​ຖະ​ບານ​ສາ​ມັກຄີ​ທົ່ວ​ປະ​ເທດ​ທີ່​ມີ​ບັນ​ດາ​ຝ່າ​ຍ​ເຂົ້າ​ຮ່ວມ​.