|
 |
(GMT+08:00)
2006-03-01 13:54:26
|
 |
ແຫ່ງຕ່າງໆພາກັນກ່າວປະນາມທ່ານເສີນສຸຍປຽນທີ່ປະກາດຢຸດຕິຄະນະກຳມະການທ້ອນໂຮມປະເທດແລະໂຄງການທ້ອນໂຮມປະເທດ
cri
ຕາມຂ່າວສານຊີນຮວາ,ໃນຫຼາຍມື້ມານີ້,ໜັງສືພິມ,ອົງການຈັດຕັ້ງການຄ້າ ມວນຊົນຂອງແຜ່ນດິນໃຫຍ່,ໄຕ້ຫວັນແລະຮົງກົງເປັນຕົ້ນໄດ້ພາກັນຄັດຄ້ານແລະກ່າວປະນາມທ່ານເສີນສຸຍປຽນທີ່ປະກາດຢຸດຕິການໝູນເດີນຂອງຄະນະກຳ ມະການທ້ອນໂຮມປະເທດແລະເຊົາໃຊ້ໂຄງການທ້ອນໂຮມປະເທດ,ກ່າວວ່າທັງນີ້ຈະຂົ່ມຂູ່ການພົວພັນສອງຝັ່ງຊ່ອງແຄບ.
ວັນທີ28ກຸມພາ,ປະທານສະມາຄົມນັກທຸລະກິດໄຕ້ຫວັນຢູ່ແຫ່ງຕ່າງໆຂອງແຜ່ນດິນໃຫຍ່20ກວ່າຄົນໄດ້ປະກາດສານຮຽກຮ້ອງທີ່ຮ່ວມກັນລົງນາມ,ກ່າວປະນາມທ່ານເສີນສຸຍປຽນທີ່ຢຸດຕິຄະນະກຳມະການທ້ອນໂຮມປະເທດແລະ ໂຄງການທ້ອນໂຮມປະເທດ,ຮຽກຮ້ອງໃຫ້ເຈົ້າໜ້າທີ່ໄຕ້ຫວັນຄຳນຶງເຖິງປະຊາຊົນໄຕ້ຫວັນແລະເສດຖະກິດໄຕ້ຫວັນໃຫ້ຫຼາຍ,ຊຸກຍູ້ໃຫ້ການພົວພັນສອງຝັ່ງຊ່ອງແຄບຂະຫຍາຍໄປສູ່ທິດສັນຕິພາບແລະສະຖຽນລະພາບ.
ໜັງສືພິມໄຕ້ຫວັນສະບັບວັນທີ28ກຸມພາ ຈຳນວນໜຶ່ງກໍ່ໄດ້ພາກັນພິມບົດນຳຫຼືບົດຄວາມໂດຍຊີ້ອອກວ່າ,ທ່ານເສີນສຸຍປຽນປະກາດຢຸດຕິຄະນະກຳມະການທ້ອນໂຮມປະເທດແລະໂຄງການທ້ອນໂຮມປະເທດຈະເຮັດໃຫ້ສັງຄົນໄຕ້ຫວັນເສຍຄ່າຕອບແທນຢ່າງເຈັບແສບ.
ມວນຊົນພາຍໃນເກາະໄຕຫວັນຈຳນວນໜຶ່ງກ່າວວ່າ,ການກະທຳດັ່ງກ່າວຂອງທ່ານເສີນສຸຍປຽນໄດ້ທຳລາຍການພົວພັນລະຫວ່າງສອງຝັ່ງຊ່ອງແຄບແລະການພົວພັນລະຫວ່າງພັກຝ່າຍກຳອຳນາດກັບພັກຝ່າຍບໍ່ກຳອຳນາດພາຍໃນເກາະ,ແຮ່ງໄດ້ທຳລາຍຜົນປະໂຫຍດຂອງປະຊາຊົນໄຕ້ຫວັນນັບເປັນແສນເປັນໝື່ນຢ່າງ ໜັກໜ່ວງ.
ໜັງສືພິມສຳຄັນຂອງຮົງກົງກໍ່ໄດ້ພາກັນພິມບົດນຳບົດວິຈານແລະບົດຄວາມໂດຍຊີ້ອອກວ່າ,ທ່ານເສີນສຸຍປຽນຊຸກຍູ້ການແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ ເລື່ອນຂັ້ນເທື່ອລະກ້າວ,ບໍ່ພຽງແຕ່ໄດ້ກໍ່ການພິພາດພາຍໃນເກາະທໍ່ນັ້ນ,ຍັງຈະຂົ່ມຂູ່ການພົວພັນສອງຝັ່ງຊ່ອງແຄບແລະທຳລາຍຜົນປະໂຫຍດແລະອະນາຄົດຂອງປະຊາຊົນໄຕ້ຫວັນຢ່າງໜັກໜ່ວງ.
|
|
|