ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-01 18:11:06    
ຫໍ​ພິ​ພິດ​ທະ​ພັນ​ວິ​ຈິດ​ຕະ​ກຳ​ຈີນ​ວາງ​ສະ​ແດງ​ເຄື່ອງ​ສີ​ລະ​ປະ​ກຳ​ໃໝ່​ເລື່ອຍໆ​(ສຽງ)

cri Author: shuo

 


ໃນ​ຊີວິດ​ວັດທະນະທຳ​ສິລະ​ປະ​ຂອງ​ປັກ​ກິ່ງທີ່​ມີ​ການ​ປ່ຽນ​ແປງ​ຄູ່​ມື້​ແລະ​ມີ​ເນື້ອ​ໃນ​ຫຼາຍ​ຮູບ​ຫຼາຍ​ສີ​,ຫໍພິພິດທະພັນ​ວິຈິດ​ຕະກຳຈີນ​ໃນ​ຖານ​ເປັນ​ຫໍພິພິດທະພັນ​ວິຈິດ​ຕະ​ກຳ​ລະ​ດັບ​ຊາດ​ພຽງ​ແຫ່ງ​ດຽວ​ຂອງ​ຈີນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳ​ຄັນ​ທີ່​ສຸດ,​ການ​ເຄື່ອນ​ໄຫວ​ສິ​ລະ​ປະ​ຈຳ​ນວນ​ຫຼວງ​ຫຼາຍ​ທີ່​ສ່ອງ​ແສງ​ໃຫ້​ເຫັນທ່ວງທ່າສິລະ​ປະ​ຂອງຈີນ​​ແລະຂອງ​ໂລກ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ພິ​ພິດ​ທະ​ພັນ​ດັ່ງ​ກ່າວ​.

ປີ​ນີ້,ຫໍ​ພິພິດທະພັນ​ວິຈິດ​ຕະກຳ​ຈີນ​ໄດ້ຈັດ​ລາຍ​ການວາງສະ​ແດງ​ສິ່ງ​ຍອດ​ຢ້ຽມ​ຈີນ​ແລະ​ຕ່າງ​ປະ​ເທດ​115​ລາຍ.ປັດຈຸບັນ,ພວມ​ຈັດ​ງານ​ວາງສະ​ແດງ​ຫຼາຍ​ລາຍ​ເຊັ່ນ​ວິ​ຈິດ​ຕະກຳ​ພື້ນ​ເມືອງ,​ຮູບ​ແຕ້ມ​ສີ​ນ້ຳ​ມັນ,​ຮູບ​ຖ່າຍ​ຂອງ​ຈີນ​ເປັນ​ຕົ້ນ.​ເລີ່ມ​ແຕ່​​ເດືອນ​ມີ​ນາ​ເປັນ​ຕົ້ນ​ໄປ,​ຫໍ​ພິ​ພິດ​ທະ​ພັນ​ວິ​ຈິດ​ຕະ​ກຳ​ຈີນ​ຈະ​ຈັດ​ງານ​ວາງສະ​ແດງ​ສິ່ງ​ຍອດ​ຢ້ຽມ​ຕ່າງປະ​ເທດຢ່າງ​ເປັນ​ລະ​ບົບ​ເຊັ່ນ​ງານ​ວາງ​ສະ​ແດງ​ສິລະ​ປະກຳ​ຍອດ​ຢ້ຽມຣັດ​ເຊຍ,ງານ​ວາງສະ​ແດງ​ແກ້ວ​ຜະ​ລຶກ​ຝະ​ຣັ່ງ,​ງານ​ວາງ​ສະ​ແດງ​ສິ​ລະ​ປະກຳ​ຍຸກ​ປັດ​ຈຸ​ບັນ​ຂອງ​​ແມັກ​ຊິກ,ງານ​ວາງສະ​ແດງ​ສິນ​ລະ​ປະ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຍຸກ​ປັດ​ຈຸ​ບັນ​ຂອງ​​ໂອ​ຕຼິສ​ເປັນ​ຕົ້ນ,​ງານ​ວາງ​ສະ​ແດງ​ເຫຼົ່າ​ນີ້​ຈະຈັດ​ຂຶ້ນ​ຢູ່​ຫໍ​ວິ​ຈິດ​ຕະ​ກຳ​ຈີນ​ຢ່າງ​ເປັນ​ລຳ​ດັບ,​ຜູ້​ຊົມ​ຈີນ​ຈະ​ໄດ້​ຊົມ​ເບິ່ງ​ອາ​ຫານ​ຕາ​​ເຫຼົ່າ​ນີ້​ຢ່າງ​ອີ່ມ​ຫູ​ອີ່ມ​ຕາ.

ຫິພິພິດທະພັນ​ວິຈິດ​ຕະກຳ​ຈີນ​ຕັ້ງ​ຢູ່​ໃຈກາງ​ເມືອງ​ປັກ​ກິ່ງ,​ແປະ​ກັບ​ພະ​ລາດ​ຊະ​ວັງ​ກູ້​ກົງ​ທີ່​ມີ​ຊື່ສຽງດົ່ງດັງ​ໃນ​ໂລກ.​ຍ່າງ​ຕາມ​ກຳ​ແພງ​ຫຼັງ​ພະ​ລາ​ຊະ​ວັງ​ກູ້​ກົງ​ໄປ​ທາງ​ທິດ​ຕາ​ເວັນ​ອອກ,​ກໍ​ຈະ​ໄດ້​ເຫັນ​ຕຶກ​ໃຫຍ່​ທີ່​ປະຈັກ​ຕາ​ຂອງ​ຫໍ​ພິ​ພິດ​ທະ​ພັນ​ວິ​ຈິດ​ຕະ​ກຳ​ຈີນ,​ຊາຍ​ຄາ​ເຮືອນ​ທີ່​ງໍ​ຂຶ້ນ​ແບບ​ບູ​ຮານ,​ຫຼັງ​ຄາ​ເຮືອນ​ທີ່​ມຸງ​ດ້ວຍ​ດິນຂໍ​ສີ​ເຫຼືອງ,ຢູ່​ອ້ອມ​ແອ້ມ​ຕຶກ​ໃຫຍ່​​ຍັງ​ມີ​ລະບຽງ​ແລະ​ສາລາ,​ມີ​ຕົ້ນ​ໄມ້​ອ້ອມ​ຮອບ,​ໝົດ​ອາ​ຄານ​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ສິ່ງ​ກໍ່ສ້າງ​ດັ້ງ​ເດີມ​ຂອງ​ຈີນ​ຢ່າງ​​ເດັ່ນ​ຊັດ,​ຄື​ສະ​ຫງ່າ​ງາມ,​ເຄັ່ງ​ຂຶມ,​ລຽບ​ງ່າຍ​ແບບ​ບູ​ຮານ​ແລະ​ມີ​ກິ່ນ​ອາຍຍຸກ​ປັດ​ຈຸ​ບັນ.​ເຊິ່ງ​ເປັນ​ສິ່ງ​ກໍ່ສ້າງ​ສັນຍະ​ລັກ​ຫຼັງ​ໜຶ່ງ​ທີ່​ມີ​ຊື່​ສຽງ​​ໃນ​ນະຄອນ​ປັກ​ກິ່ງ.

ຢູ່​ຈີນ​ໃນ​ຊູ່​ມື້​ນີ້,ຫໍພິພິດທະພັນ​ແລະ​ຫໍ​ວາງສະ​ແດງ​ທຸກ​ປະ​ເພດ​ທີ່​ທັນ​ສະ​ໄໝ​ແລະ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ໄດ້​ປະກົດ​ຕົວ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ,​ແຕ່​ວ່າ,ຫໍພິພິດທະພັນ​ວິຈິດ​ຕະກຳ​ຈີນ​​ພັດໄດ້​ເປັນ​ສູນ​ວາງ​ສະ​ແດງ​ທ່ວງທ່າ​ຂະຫຍາຍຕົວ​ຂອງ​ສິລະ​ປະ​ຈີນຕະ​ຫຼອດ​ມາ,​ແລະ​ເປັນ​ປ່ອງ​ຢ້ຽມ​ສຳ​ຄັນ​ແຫ່ງ​ໜຶ່ງ​ທີ່​ຈີນ​ດຳ​ເນີນ​ການ​​ແລກປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ກັບ​ໂລກ.

ທີ່​ຈິງ​ແລ້ວ,ຫໍພິພິດທະພັນ​ວິຈິດ​ຕະກຳ​ຈີນ​ໃນ​ຖານ​ເປັນ​ຫໍພິພິດທະພັນ​ວິຈິດ​ຕະກຳ​ລະດັບ​ຊາດ​ພຽງ​ແຫ່ງ​ດຽວ​ຂອງ​ຈີນ,​ກໍ​ມີ​ຄວາມ​ໝາຍ​ສັນຍະລັກ​ໃນ​ໃຈ​ຂອງ​ວິຈິດ​ຕະ​ກອນ​ແລະ​ຜູ່​ນິຍົມ​ຈິດຕະກຳ​ຂອງ​ຈີນ.ຈິດຕະກອນຫຼາຍໆ​ຄົນ​ໄດ້​ຖື​ການຈັດ​ງານ​ວາງສະ​ແດງ​ຂອງ​ຕົນ​ຢູ່​ຫໍພິພິດທະພັນ​ວິຈິດ​ຕະກຳ​ຈີນ​ເປັນ​ກຽດສັກ​ສີ​ພິ​ເສດ​ໃນ​ຊີ​ວິດ​ຂອງຕົນ.ທ່ານ​ຟ້າ​ນຕີອານ ຫົວໜ້າຫໍພິພິດທະພັນ​ວິຈິດ​ຕະກຳ​ຈີນ​ກ່າວ​ວ່າ: "ຂ້າພະ​ເຈົ້າ​ເຫັນ​ວ່າ​ນີ້​ແມ່ນ​ຍ້ອນ​ບົດບາດ​ຂອງ​ມູນ​ເຊື້ອ​ທີ່​ວົງ​ການ​ວິຈິດ​ຕະກຳ​ເອົາ​ໃຈ​ໃສ່​ນຳວັດທະນະທຳ,​ແລະ​ແບບ​ແຜນ​ຂອງ​ສັງ​ຄົມ,​ແມ່​ແທ້,​ເມື່ອ​ປະ​ເຊີນ​ກັບ​ປະ​ກົດ​ການ​ວິຈິດ​ຕະກຳ​ທີ່​ຄຶກຄັກ​ໃນ​ຊູ່​ມື້​ນີ້,ຜ່ານ​ຈາກ​ການ​ຄັດ​ເລືອກ​ດ້ານ​ວິຊາ​ການ​ແລະ​ວັດ​ທະ​ນະ​ທຳ​ຂອງ​ຫໍ​ພິ​ພິດ​ທະ​ພັນ​ພວກ​ເຮົາ​ແລະ​ຜູ່​ຊ່ຽວ​ຊານ​ດ້ານ​ຕ່າງໆ​,​ເຮັດ​ໃຫ້​ງານ​ວາງສະ​ແດງ​ສາ​ມາດ​ກາຍ​ເປັນ​ທ່ວງ​ທ່າ​ດ້ານ​ວິ​ຊາ​ການ​ແຫ່ງ​ການ​ຂະ​ຫຍາຍ​ຕົວ​ຂອງ​ວິຈິດ​ຕະກຳ​ໃນ​ຊູ່ມື້​ນີ້."

ແຕ່​ຊຸມ​ປີ80​ສະຕະວັດ​ແລ້ວ​ນີ້​ຮອດ​ປັດ​ຈຸ​ບັນ,ຫໍ​ພິພິດທະພັນວິຈິດ​ຕະກຳຈີນ​ໄດ້​ຈັດ​ງານ​ວາງ​ສະ​ແດງ​ວິຈິດ​ຕະກຳ​ທຸກ​ປະ​ເພດ​ແລະ​ງານ​ວາງສະ​ແດງ​ສິລະ​ປະກຳ​ຂອງ​ຈິດຕະກອນທີ່​ມີ​ຊື່​ສຽງ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ຕັ້ງ3000​ກວ່າ​ເທື່ອ,ງານ​ວາງສະ​ແດງ​ລັກສະນະ​ທົ່ວ​ປະ​ເທດ​ທີ່​ມີ​ອິດ​ທິພົນ​ເກືອບ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ດັ່ງກ່າວທັງໝົດ,ງານ​ວາງສະ​ແດງ​ສິ່ງ​ຍອດ​ຢ້ຽມ​ຕ່າງປະ​ເທດ​ທີ່​ມີ​ລະດັບ​ສູ​ງກໍ​ໄດ້​ຈັດ​ຂຶ້ນຢູ່ແຫ່ງ​ນີ້ຄື​ກັນ.

ກຳລັງ​ດຶງ​ດູດ​ແລະອິດ​ທິພົນຂອງ​ຫໍພິພິດທະພັນ​ວິຈິດ​ຕະກຳ​ຈີນ​ໃນ​ວົງ​ການ​ວິຈິດ​ຕະກຳ​ແມ່ນ​​ແຍກ​ອອກ​ຈາກເຄື່ອງສິລະ​ປະກຳອຸດົມສົມບູນ​ທີ່​ເຂົາ​ສະ​ສົມ​ໄວ້​ນັ້ນ​ບໍ່​ໄດ້.​ຈຳ​ນວນ​ປະ​ເພດ​ແລະ​ຄຸນ​ນະ​ພາ​ບຂອງ​ສິລະ​ປະກຳ​​ໃນ​ຫໍ​ພິພິດ​ທະ​ພັນ​ວິຈິດ​ຕະກຳ​ຈີນ​ສະສົມນັ້ນໄດ້​ມີ​ທ່າ​ແຮງ​ທີ່​ບໍ່​ມີ​ໃຜ​ປຽບທຽບ​​ໄດ້​ໃນ​ປະ​ເທດ​ຈີນ.ປັດຈຸບັນ,ຫໍ​ດັ່ງ​ກ່າວ​ໄດ້​ສະ​ສົມເຄື່ອງ​ສິ​ລະ​ປະ​ກຳ​ທຸກ​ປະ​ເພດ7​ໝື່ນ​ກວ່າ​ເຄື່ອງ,ຕົ້ນຕໍ​ແມ່ນ​ເຄື່ອງສິ​ລະ​ປະກຳ​ຍອດ​ຢ້ຽມ​ໃນ​ສະ​ໄໝ​ມໍ່​ແລະ​ປັດ​ຈຸ​ບັນ,​ໃນ​ນັ້ນ,ສ່ວນ​ຫຼາຍ​ແມ່ນ​ເຄື່ອງວິຈິດ​ຕະກຳ​ຂອງ​ຈິດຕະກອນ​ທີ່ສ້າງ​ຜົນ​ສະ​ທ້ອນ​ສຳ​ຄັນ​ຕໍ່​ຮູບ​ແຕ້ມ​ດັ້ງ​ເດີມ​ຂອງ​ຈີນ​ໃນ​ສະຕະວັດ​ທີ20.

ໃນເຄື່ອງ​ສິລະ​ປະກຳ​ຕ່າງໆ​ຂອງ​ຫໍພິພິດທະພັນ​ວິຈິດ​ຕະກຳ,ທ່ານລູ​ເຕີ​ວິກພ້ອມ​ດ້ວຍ​ພັນ​ລະ​ຍາ ນັກ​ສະ​ສົມ​ເຢຍລະ​ມັນ​ໄດ້​ມອບເຄື່ອງ​ສິລະ​ປະກຳ​ເອີ​ລົບ​ອາ​ເມ​ລິ​ກາ117​ເຄື່ອງ​ໃຫ້​ຫໍ​ດັ່ງກ່າວ,​ໃນ​ນັ້ນ,ມີຮູບ​ແຕ້ມ​ຂອງ​ທ່ານ​ປີກັສໂຊ4​ແຜ່ນ.​​​​ນີ້​ແມ່ນ​ຈີນສະສົມເຄື່ອງ​ສິລະ​ປະ​ຝ່າຍ​ຕາ​ເວັນ​ຕົກ​ຈຳນວນ​ຫຼວງຫຼາຍ​ເປັນຄັ້ງທຳ​ອິດ.ຈິດ​ຕະ​ກອນ​ຂອງ​ຫຼາຍ​ປະ​ເທດ ​ເຊັ່ນ​ສ.​ເກົາ​ຫຼີ ຍີ່ປຸ່ນ ອິສຣາແອນ ອາກ​ຊັງ​ຕີນ ຝະຣັ່ງ​ແລະ​ອາ​ເມ​ລິ​ກາ​ເປັນຕົ້ນກໍ​ໄດ້​ບໍ​ລິ​ຈາກ​ຜົນ​ງານ​ໃຫ້​ຫໍພິພິດທະພັນ​ວິຈິດ​ຕະກຳ​ຈີນ.​ອາ​ຈານ​ໃຫຍ່​ດ້ານ​ສິ​ລະ​ປະ​ແລະ​ຈິດ​ຕະ​ກອນ​ຊື່​ດັງ​ອັນ​ໄພສານ​ຂອງ​ຈີນ​ກໍ​ພາ​ກັນ​ບໍ​ລິ​ຈາກ​ໃຫ້​ຫໍພິພິດທະພັນ​ວິຈິດ​ຕະກຳຈີນ.ປີ2005,​ຫໍ​ພິ​ພິດ​ທະ​ພັນ​ວິ​ຈິດ​ຕະກຳ​ຈີນ​ລວມ​ໄດ້​ຮັບ​ຜົນ​ງານ​ບໍລິຈາກ6400​ກວ່າ​ເຄື່ອງ.

ທ່ານ​ຟ້າ​ນຕີ​ອ່ານ ຫົວໜ້າ​ຫໍພິພິດທະພັນ​ວິຈິດ​ຕະກຳ​ຈີນ​ເວົ້າວ່າ:"ພວກ​ຂ້າພ​ະ​ເຈົ້າ​ຄິດ​ວ່າ,​​ເລີ່ມ​ແຕ່​ປີ2006,ຈຸດປະສົງ​ຂອງ​ຫໍພິພິດ​ທະ​ພັນ​ວິຈິ​ດຕະກຳ​ຈີນ​ແມ່ນຈຳ​ນວນ​ການ​ວາງ​ສະ​ແດງ​ຈະ​ຫຼຸດ​ໜ້ອຍ​ລົງ,​ແລະຍົກຄຸນ​ນະພາ​ບການວາງສະ​ແດງ​ໃຫ້​ສູງ​ຂຶ້ນ,ຍາດ​ແຍ່ງ​ໃຫ້ນັບ​ມື້​ນັບ​ສູງ​ຂຶ້ນ,ນີ້​ບໍ່​ພຽງ​ແຕ່​ແມ່ນ​ເປົ້າໝາຍ​ຂອງ​ຫໍພິພິດທະ​ພັນ​ວິຈິດ​ຕະກຳ​ເອງ​ເທົ່າ​ນັ້ນ,ຫາກ​ຍັງແມ່ນ​ຄວາມ​ປາຖະໜາ​ຂອງ​ວົງ​ການ​ວິ​ຈິດ​ຕະ​ກຳ​ອີກ​ດ້ວຍ.​ສະ​ນັ້ນ,​ຕ້ອງ​ຍາດ​ແຍ່ງ​​ໃຫ້​ມີ​ຄຸນ​ນະພາ​ບຍິ່ງ​ດີກ​ວ່າ​ເກົ່າ,ປະຖົມ​ປັດ​ໄຈ​ແມ່ນ​​ຫຼຸດ​ຈຳ​ນວນ​ການ​ວາງ​ສະ​ແດງ​ໃຫ້​ໜ້ອຍ​ລົງ,​​​ແຕ່​ໃຫ້​ດີ​ຂຶ້ນກວ່າ​ເກົ່າ."

ປະຈຸ​ບັນ​,ຫໍພິພິດທະພັນ​ວິຈິດ​ຕະກຳ​ຈີນ​ໄດ້​ຕິດ​ຕໍ່​ພົວພັນຢ່າງ​ກວ້າງຂວາງ​ກັບຫໍ​ພິ​ພິດ​ທະ​ພັນ​ວິ​ຈິດ​ຕະ​ກຳ​ວິດ​ນີ​ຂອງ​ອາ​ເມ​ລິ​ກາ ຫໍ​ພິ​ພິດ​ທະ​ພັນ​ວັນ​ກໍ​ຂອງ​ໂຮນ​ລັງ ຫໍ​ລູ​ເວຼີ ຫໍ​ແວກ​ຊາຍ​ແລະ​ສູນ​ສິລະ​ປະ​ຊອກ​ສ໌ປອມ​ປີ​ດູຂອງຝະຣັ່ງ ຫໍ​ພິ​ພິດ​ທະ​ພັນ​ລອນ​ດອນ​ຂອງ​ອັງ​ກິດ​​ແລະ​ສ.​ເກົາຫຼີ ສະ​ໂລ​ວາ​ກີ​ແລະ​ແຟງ​ລັງ​ເປັນຕົ້ນ,​ໄດ້ບັນລຸ​ຄວາມ​ຈຳນົງຂອງ​ການ​ຮ່ວມ​ມື​ໃນ​ຂັ້ນ​ພື້ນ​ຖານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​​ແລກປ່ຽນ​ວັດທະ ນະທຳ​ໃນ​ປີ​ນີ້​ແລະ​ປີໜ້າ.ຕາມ​ແນະນຳ​ວ່າ,​ໂຄງ​ການ​ສ້າງ​ຂະ​ຫຍາຍ​ຫໍ​ພິ​ພິດ​ທະ​ພັນ​ວິຈິດ​ຕະກຳ​ຈີນ​ຈະ​ລົງມື​ກໍ່ສ້າງ​ໃນ​​ໄວໆ​ນີ້,ຈະ​ສ້າງ​ຂະ​ຫຍາຍ​ຫໍ​ໃໝ່​ປະມານ4​ໝື່ນ​ຕາລາ​ງແມັດ,​ເນື້ອ​ທີ່​ເທົ່າ​ກັບ1,5​ເທົ່າ​ຂອງ​ຫໍ​ເກົ່າ.ຮອດ​ເວລາ​ນັ້ນ,ຫໍ​ພິ​ພິດ​ທະ​ພັນ​ວິ​ຈິດ​ຕະ​ກຳ​ຈີນ​ຈະ​ກາຍ​ເປັນ​ຫໍພິພິດທະພັນ​ວິ​ຈິດ​ຕະ​ກຳ​ລະດັບ​ສາກົນ​ທີ່​ສາມາດຈັດການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ດ້ານ​ວິ​ຈິດ​ຕະ​ກຳ​ສາ​ກົນ​ຂະ​ໜາດ​ໃຫຍ່,​ແລະ​ຈະ​ກາຍ​ເປັນ​ສູນ​ຊົມ​ເບິ່ງ​​​ເຄື່ອງ​ສິລະ​ປະ​ແລະ​ລື້ນ​ເລີງ​ທີ່​ເປີດປະຕູ ງາມ​ລຽບ​ແລະ​ມີ​ຄວາມ​ສະໜິດສະໜົມ​,​ເພື່ອ​ຕ້ອນຮັບ​ ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ2008.