ທ່ານທັກສິນ ຊິນນະວັດກ່າວລື້ມວ່າຈະບໍ່ລາອອກຈາກຕຳແໜ່ງຍ້ອນກຳລັງໜີບ
cri
Author: shuo
ຕາມຂ່າວສານຊິນຮວາ:ຕອນຄ່ຳວັນທີ28ກຸມພາ,ພາຍຫຼັງປຶກສາຫາລືກັນກັບຜູ້ບັນຊາການສູງສຸດຂອງກອງປະກອບອາວຸດຂອງໄທແລະຜູ້ບັນຊາການຂອງທະຫານເຮືອ ທະຫານ ບົກແລະທະຫານອາກາດຂອງໄທແລ້ວ,ທ່ານທັກສິນ ຊິນນະວັດ ນາຍົກລັດຖະມົນຕີຮັກສາການຂອງໄທກ່າວວ່າ,ທ່ານຮັບເອົາຄຳຮຽກຮ້ອງຂອງກຸ່ມຄັດຄ້ານລັດຖະບານທີ່ວ່າໃຫ້ທ່ານລາອອກຈາກຕຳແໜ່ງກ່ອນວັນທີ5ມີນານັ້ນບໍ່ໄດ້,ເພາະວ່າ,ມັນບໍ່ສອດຄ່ອງກັບກົດໝາຍມາດຕາໃດໆຂອງໄທ.
ທ່ານທັກສິນ ຊິນນະວັດເວົ້າວ່າ,ບໍ່ວ່າໃຕ້ກໍລະນີໃດ,ນາຍົກລັດຖະມົນຕີກໍຕ້ອງເຮັດວຽກຕາມລັດຖະທຳມະນູນຂອງໄທ,ຈະລາອອກຈາກຕຳແໜ່ງຍ້ອນຄົນສ່ວນໜ້ອຍໂຮມຊຸມນຸມ ແລະຄຳຮຽກຮ້ອງຂອງບາງພັກການເມືອງໃດໜຶ່ງ.ຖ້າວ່າມີຄວາມເຫັນຂັດກັນຕໍ່ລັດຖະທຳມະນູນ,ຫຼາຍຝ່າຍສາມາດປຶກສາຫາລືກັນເພື່ອດັດແກ້ລັດຖະທຳມະນູນ.
|
|