ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-01 20:38:26    
ທ່ານ​ລີ​ຊັ່ນ​ກັບ​ເພງ​ຂອງ​ທ່ານ(ສຽງ)

cri Author: mo


ທ່ານລີຊັນ​ແມ່ນ​ນັກຮ້ອງພິເສດ​​ເທິງເວທີເພງຈີນ, ວ່າ​ທ່ານ​ເປັນ​ນັກ​ຮ້ອງ​ພິ​ເສດ, ບໍ່ພຽງ​ແຕ່ທ່ານເປັນຄົນພິການມາແຕ່​ນ້ອຍ, ​ເວລາຮ້ອງເພງ​ຕ້ອງສັກໄມ້ຄ້ອນເທົ້າທັງ​ສອງ​ເບື້ອງ​ທໍ່​ນັ້ນ,  ວິທີຮ້ອງ​ເພງ​ຂອງ​ທ່ານ​ກໍ​ພິ​ເສດ​ຄື​ກັນ, ​ໄດ້​ຮັບ​ຄວາມນິຍົມ​ຊົມ​ຊອບ​ຈາ​ກ​ຜູ້​ຟັງ​ທັງຫລາຍ.​ ຕົ້ນ​ປີ2005, ທ່ານ​ລີ​ຊັ່ນ​​ໄດ້​ອັດ​CD​ແຜ່ນ​ທີ​ສາມທີ່​​ໃຫ້​ຊື່ວ່າ"Gu du de xiao chuan"​ແປ​ວ່າ"ເຮືອນ້ອຍທີ່ປ່ຽວພອຍ".​​ ໃນ​ລາຍການ​ມື້​ນີ້, ​ແສງ​ແກ້ວຂໍ​ແນະນຳ​​ເພງ​ມ່ວນໆ​ໃນCD​ແຜ່ນ​ນີ້​ສູ່ທ່ານ​ຟັງ.

ທີ່​ທ່ານ​ພວມຟັງ​ຢູ່​ນີ້​ແມ່ນ​​ເພງ"Qiu si" ຄວາມ​ຄິດຮອດໃນ​ລະ​ດູ​ໃບ​​​​ໄມ້​ຫຼົ່ນ, ຂັບ​ຮ້ອງ​ໂດຍ​ທ່ານ​ລີ​ຊັ່ນ. ​ເພງ​ນີ້​ມີ​ເນື້ອ​ຮ້ອງວ່າ: ​ເດິກ​ແລ້ວ, ​ລົມ​ພັດ, ​ໝອກ​ນ້ຳກ້ກຸ້ມກົ້ວ, ຈຶ່ງຮູ້​ວ່າ​ ປີ​​ໜຶ່ງ​ໄດ້​ຜ່ານ​​ໄປອີກ​ແລ້ວ. ຫວນຄຶດ​ປະສົບ​ການ​​ຜ່ານ​ມາ, ຄວາມ​ຄິດຮອດ​ຄິດ​ເຖິງ​​ຫາຍ​ສາບ​ສູນ.​  ຄວາມ​ຝັນ​ພາ​ເຈົ້າມາ​ຫາ​ຂ້ອຍ, ​​​ຝັນ​ເຫັນ​ສອງ​ຄົນ​ເຮົາ​ຮັກ​ກັນ​ຄື​ແຕ່​ກ່ອນ. ​ເມື່ອຕື່ນແລ້ວ​ຈຶ່ງ​ຮູ້​ວ່າທຸກ​ຢ່າງ​ຍັງ​ຄື​ເກົ່າ, ມີ​ແຕ່​ລົມ​ພັດມາ, ​​ເຮັດ​ໃຫ້​ຄິດຮອດ​​ເຫຼືອພັນ​ລະນາ"
ທີ່​ຟັງ​ມານັ້ນ​ແມ່ນ​ເພງ"Qiu si" ຄວາມ​ຄິດໃນ​ລະ​ດູ​ໃບ​​​​ໄມ້​ຫຼົ່ນ ​ໃນCD​ແຜ່ນ​ໃໝ່​ຂອງ​ທ່ານ​ລີ​ຊັ່ນ.

ຂ້ອຍ​ແມ່ນ​ເຮືອນ້ອຍທີ່​ປ່ຽວພອຍ, ຝັກໃຝ່ຢາກ​ມີທ່າເຮືອທີ່ອົບອຸ່ນ. ບໍ່​ວ່າ​ຈະ​ກວງ​ໄກ​ຢູ່​ຂອບ​ຟ້າ, ຂ້ອຍ​ກໍຈະ​ພາຍ​ຄືນ​ມາ​ທຽບ​ທ່າ​, ​ເລົ່າ​ຄວາມ​ຄິດ​ຮອດ​ໃນ​ທ່າມກາງ​ລົມຟອງ​,​ ແລ້ວ​ຈຶ່ງຊັກ​ໃບເຮືອ​ໄປພະ​ເນຈອນ​ເທື່ອ​ໃຫມ່​" ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"wo shi yi zhi gu du de xiao chuan" ຂ້ອຍ​ແມ່ນ​ເຮືອນ້ອຍທີ່ປ່ຽວພອຍ"​ເພງ​​ເອກ​ໃນ​CD​ແຜ່ນ​ໃຫມ່ຂອງ​ທ່ານ​ລີ​ຊັ່ນ.​ ໃນMTVຂອງ​ເພງ​ນີ້​, ທ່ານ​ລີ​ຊັ່ນ​ຫັນ​ຫນ້າ​ສູ່ທະ​ເລ​ທີ່​ກ້ວາງ​​ໃຫຍ່​, ຮ້ອງ​ເພງສະ​ແດງຄວາມຮູ້ສຶກໃນ​ສ່ວນ​ເລິກ​ຂອງຫົວ​ໃຈ. ​​​ໄມ້​ຄ້ຳ​ບ່າ​ກໍ​​ກາຍ​ເປັນ​​​ໄມ້​ພາຍ,​ ພາຍ​ເຮືອ​ນ້ອຍ​ຜ່າ​ລົມ​ຟອງລ່ອງ​ລອຍ​ເທິງ​ທະ​ເລ​, ນຳ​ເອົາ​ຄວາມ​ຝັນ​ແລະ​ຄວາມ​ຫວັງມຸ່ງໄປສູ່​ທ່າ​ເຮືອ​ແຫ່ງ​​ຄວາມສຸກ.

ທີ່ຟັງ​ມາ​ນັ້ນ​​ແມ່ນ​ເພງ"wo shi yi zhi gu du de xiao chuan" ຂ້ອຍ​ແມ່ນ​ເຮືອນ້ອຍທີ່ປ່ຽວພອຍ"​ ຂັບ​ຮ້ອງ​ໂດຍທ່ານ​ລີ​ຊັ່ນ. ທ່ານ​ລີ​ຊັ່ນ​ເກີດ​ຢູ່​ນະຄອນ​ຊີ​ອ່ານ​ແຂວງ​ສ້າ​ນຊີ​​ ​ພາກຕາ​ເວັນ​ຕົກ​ຂອງ​ຈີນ. ທ່ານ​ພິການ​ແຕ່​ນ້ອຍ​ຍ້ອນ​ເປັນພະຍາດ​ໂປ​ລີໂອ ​, ຈຳ​ເປັນ​ຕ້ອງ​ໃຊ້​ໄມ້​ຄ້ຳ​ບ່າຈິ່ງ​ຍ່າງ​ໄດ້.​​ ໃນ​ປີ1992 ທ່ານ​ລີ​ຊັ່ນໄດ້​ເຂົ້າ​ຮ່ວມ​ງາ​ນປະ​ກວດ​ເພງຂອງຄົນ​ພິການ​​​ຈີນທົ່ວ​ປະ​ເທດ​, ​​​ແລ້ວໄດ້​ຮັບ​ລາງ​ວັນ​ທີ​ໜຶ່ງ. ຕໍ່​ມາ​ທ່ານ​​ໄປ​ຊອກ​ຫາ​ຄວາມຝັນດົນຕີຂອງ​ຕົນຢູ່​ປັກ​ກິ່ງ.​ ໃນ​ປີ1999, ທ່ານ​​ໄດ້​ຂຶ້ນ​ຊື່​ລື​ນາມ​​ຍ້ອນ​ຮ້ອງ​ເພງ​ທີ່ຊື່ວ່າ"chuang wai" ​ນອກ​ປ່ອງຢ້ຽມ, ​ກາຍ​ເປັນ​ນັກ​ຮ້ອງຄົນພິການ​ທີ່​ໄດ້​ຮັບ​ຄວາມ​​ຊົມ​​ເຊີຍ​ຈາກ​ຜູ້​ຟັງ​ທັງຫລາຍ.

ຕໍ່​​ໄປ​ເຊີນ​ຟັງ​ເພງ"you shui neng gou ai ni chao guo wo" ມີ​​ໃຜ​ຮັກ​ເຈົ້າຫຼາຍກວ່າຂ້ອຍ. ທ່ານ​ລີ​ຊັ່ນ​​ເວົ້າວ່າ, ​ເພງ​ນີ້​ແມ່ນ​ເພງ​ທີ່​ທ່ານ​ມັກ​ກ່ວາ​ຫມູ່​ໃນCD​ແຜ່ນ​ໃຫມ່​ຂອງ​ທ່ານ. ​ເປັນ​​ເພງ​ລະບາຍ​ອາລົມ​ທີ່​ມ່ວນ​ອອນ​ຊອນ, ​​ສະ​ແດງ​​​ໃຫ້​ເຫັນຄວາມ​ສາມາດ​ຂອງ​ທ່ານ​ລີຊັນໃນ​ການ​ຂັບຮ້ອງ​.

ທີ່​ຟັງ​ມານັ້ນ​ແມ່ນ​​ເພງ"ມີ​​ໃຜ​ຮັກ​ເຈົ້າຫຼາຍກວ່າ​ຂ້ອຍ"

CD​ແຜ່ນ​ໃຫມ່​ຂອງ​ທ່ານ​ລີ​ຊັ່ນໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ​ນັກດົນ​ຕີ​ທີ່​ດີ​ເດັ່ນພາຍ​ໃນ​ປະ​ເທດ​ຈີນ​ເຊັ່ນ: ທ່ານ​ສານ​ປາວ, ທ່ານ​ຈ່າງ​ຫົງ​ກ່ວາງ​ເປັນ​ຕົ້ນ, ນອກ​ນີ້ຍັງ​ໄດ້​​ເລືອກ​ເອົາ​ບົດເພງທີ່​ນັກ​ດົນຕີ​ໃຫມ່ຈຳ​ນວນ​ໜຶ່ງ​ເປັນ​ຜູ້​ແຕ່ງ, ​​​ເຮັດ​ໃຫ້CD​ແຜ່ນນີ້​​ໄດ້​ມີ​ກຳລັງ​ແຮງ​ແລະ​ຄວາມ​ກະ​ຕືລືລົ້ນ​ເພີ່ມ​ຂຶ້ນ. ຕໍ່​ໄປ​ເຊີນ​ຟັງ​ເພງ"da cheng shi" ຕົວ​​ເມື່ອ​ງ​ໃຫຍ່.​ ເພງ​ນີ້​ແມ່ນ​ນັກ​ດົນຕີ​ໃຫມ່ທີ່​​ຊື່ວ່າ​ຫວາງ​ຊີ​ນຢູ​ແຕ່ງ​​ໃຫ້ທ່ານລີ​ຊັ່ນ​ໂດຍ​ຈຳ​ເພາະ.​ ​ເພງ​ນີ້​ມີ​ທຳນອງ​ມ່ວນ​ພິ​ເສດ, ສະ​ແດງ​​ໃຫ້​ເຫັນ​ ​ປະສົບ​ການ​ໃນ​ຊີວິດ​ຕົວ​​ເມືອງຂອງ​ຄົນທັງຫລາຍ.

 ເນື້ອ​ເພງ​ມີຢູ່ວ່າ:"ຍາມຫນາວປີນັ້ນ​, ​ເຈົ້າ​​ຈາກ​ບ້ານ​​ໄປຖິ່ນ​ອື່ນ​, ​ເຈົ້າ​​ວ່າ​​ເຈົ້າຈະ​ໄປ​ສ້າງ​ພາລະກິດຢູ່ເມື່ອ​ງ​ໃຫຍ່. ​ບໍ່​​ໄດ້​ຄິດ​ເລີຍ​ວ່າ, ​ຕົວ​ເມືອງຍັງ​ແອ​ອັດກວ່າ​ທີ່​ຂ້ອນຄິດ​ໄວ້, ທີ່​ຈິງ, ​ໃນ​ຕົວ​ເມືອງ, ຄົນ​ສ່ວນຫຼາຍກໍ​ຄື​ກັບ​ເຈົ້າ​ແລະ​ຂ້ອຍ, ໃນ​ຕົວ​ເມືອງ​ໃຫຍ່​ກໍ​ມີ​ຮ່ອງຮອຍ​ຂອງ​ເຮົາ.
ທ່ານລີ​ຊັ່ນ​​ເອົາ​ໃຈ​ໃສ່​ທີ່​ສຸດນຳ​ພາລະກິດ​ສາທາລະນະ​ປະ​ໂຫຍ​ດຂອງ​ສັງຄົມ.​ພາຍຫລັງ​ຂຶ້ນ​ຊື່​ລື​ນາມ​ແລ້ວ​, ທ່ານ​ໄດ້​ວິ້ງ​ເຕັ້ນນຳ​​​ພາລະກິດສາທາລະນະ​ປະ​ໂຫຍດເກືອບທຸກ​ປີ, ​​ເອົາລາຍ​ໄດ້​ຈາກການສະ​ແດງ​ຂອງ​ຕົນ​ທີ່​ບໍ່​ຫລາຍ​ປານ​​ໃດ​ໄປ​ຊ່ອຍ​​ເຫຼືອຄົນ​ອື່ນ.​ ປີ2004, ທ່ານ​​ລີ​ຊັ່ນ​ໄດ້​ເປັນ"ຜູ້​ໂຄສະນາ​ຄວາມ​ຮັກ"​​ໃຫ້​ແກ່ງານ​ກິລາໂອ​ລິ​ມປິກ​ຄົນ​ພິການ​ຈີນ.​ ເພງ"ai bu hui zou yuan" ​ຮັກ​ຍັງ​ຢູ່​ຄຽງ​ຂ້າງ ​ເພງ​ທີ່ທ່ານ​ລີ​ຊັ່ນ​ແຕ່ງ​​ເພື່ອງານ​ກິ​ລາໂອ​ລິ​ມປິກ​ຄົນ​ພິການ2008 ​ໄດ້ຈັດ​ເຂົ້າ​ໃນCD​ແຜ່ນ​ໃຫມ່​ຂອງ​ທ່ານ. ທ່ານ​​ເວົ້າວ່າ ​CD​ແຜ່ນ​​ໃຫມ່ຂອງ​ທ່ານ​ໄດ້​ຂາຍ​ແຜ່ນ​ຫນຶ່ງ, ທ່ານ​ກໍ​​ບໍລິຈາກ​ເງິນ ​0.1 ຢວນຈີນ​ໃຫ້​ຄະນະ​ຜູ້​ແທນ​ງານກິລາ​ໂອ​ລິ​ມປິກ​ຄົນ​ພິການ2008ຂອງ​ຈີນ. ທ່ານ​​ເວົ້າວ່າ,​ ໃນ​ຖານ​ເປັນ​​ຜູ້​ໂຄສະນາຄວາມ​ຮັກ, ທ່ານ​ຢາກ​ໃຊ້​ການ​ກະທຳ​ຂອງ​ຕົນ​ມາຮຽກ​ຮ້ອງ​ໃຫ້ຄົນ​ຍິ່ງຫລາຍ​ກ່ວາ​​ເກົ່າມາ​ອຸດ​ທິດຄວາມ​​ຮັກ​​ໃຫ້​​ຄົນ​ພິການ.​ ມ້ວນທ້າຍ​ລາຍການມື້​ນີ້, ເຊີນ​ຟັງ​ເພງ"ai bu hui zou yuan" ​ຮັກຍັງ​ຢູ່​ຄຽງ​ຂ້າງ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ລາຍການ​ຢ່ອນ​ອາລົມ​ໃນ​ວັນ​ເສົາ​ພາກ​ນີ້​ຂໍ​ຈົບ​ລົງ​ທໍ່​ນີ້, ສະບາຍດີ.