ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-02 14:38:13    
ຂົວ​ອາ​ກາດ​060301(ສຽງ)

cri

ດີ​ໃຈ​ທີ່ໄດ້​ພົບ​ທ່ານ​ອີກ​ໃນ​ລາຍ​ການ"ຂົວ​ອາກາດ"​.ຫວ່າງ​ມໍ່ໆ​ນີ້,ທ່ານ.ຄຳ​ໝັ້ນ.​ແສງ​ທຸມ​ມີ ທີ່ບ້ານ​ຢູ່​​ແຂວງ​ຊຽງ​ຂວາງ​ໄດ້​ຝາກ​​ໃບຕອບ​ຄຳ​​ການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ໄຕ້​ຫວັນ​ໃຫ້ພວກ​ເຮົາ,ຍັງ​ໄດ້​ຂຽນ​ຈົດໝາຍ​ມາໃຫ້​ພວກ​ເຮົາດ້ວຍ,​ໃນ​ຈົດໝາຍ,​ທ່ານ​ຖາມ​ວ່າ:ຕອນ​ນີ້​ຢູ່​ລາວ​ແມ່ນ​ອາກາດ​ໜາວ​ຫຼາຍ​ແລະ​ຍັງ​ມີ​ລົມ​ອີກ​ດ້ວຍ,​ ​ຢູ່​ຈີ​ນພີ້​ເດ,​ເປັນ​ຈັ່ງ​​ໃດ​ແດ່?​ໂອ,ຢູ່​ນະຄອນ​ຫຼວງປັກ​ກິ່ງ​ແຫ່ງ​,​ເຖິງ​ວ່າ​ໄດ້ກ້າວ​ເຂົ້າ​​ລະ​ດູ​​ໃບ​ໄມ້ປົ່ງ ​ແລ້ວ,​​ແຕ່​ອາກາດ​ຍັງ​ໜາວ​​ຫຼາຍ,​ອາດ​ຈະ​ໜາວ​ກວ່າ​​ເມືອງ​ລາວ​ຫຼາຍ,ມື້ວານ​ນີ້​ຍັງ​ມີຫິມະ​ຕົກ,ງາມ​ຫຼາຍ,ຢາກ​ມາຊົມ​ເບິ່ງ​ບໍ່?ຖ້າ​​ເປັນ​ແນວ​ນີ້,ກໍ່​ໃຫ້​ທ່ານ​ຈົ່ງ​ຝາກ​ຈົດ​ໝາຍ​ໃຫ້​ພວກ​ເຮົາ​ເລື້ອຍໆ,​ເຂົ້າ​ຮ່ວມ​ການ​​ເສັງ​ຄວາມ​ຮູ້ຂອງ​ພວກ​ເຮົາ,ກໍຈະ​ມີ​ໂອກາດ​ແຫຼະ.

ໃນ​ຈົດໝາຍ​ຂອງທ່ານ​ຄຳ​ໝັ້ນ,ຍັງ​ໄດ້​ຂຽນ​ວ່າ:ທ່ານ​ຂໍ​ຟັງ​​ເພັງ​ເຢິ໋ນ​ເຊິງ​ຢູ໋ມົ້ງ(ຊີວິດ​ຄົນ​ເໝືອນ​ຄວາມ​ຝັນ)ທີ່​ຂັບ​ຮ້ອງ​ໂດຍອູ່​ສີ​ສຽນ,ແລະ​​ຂໍ​ຟັງ​ຮ່ວມກັບ​ພວກ​ອ້າຍ​ເອື້ອຍ​ໂຄສົກ​ແລະ​ທ່ານ​ຜູ້​ຟັງ​ທຸກ​ທ່ານ,ຖ້າ​ໄດ້​ຟັງ​ແລ້ວ​ຂໍ​ໃຫ້​ມີ​ແຕ່​ຄວາມ​ສຸກສົມ​ຫວັງ.OK,​ໃນ​ລາຍ​ການ​ມື້​ນີ້,ກໍ່​ໃຫ້​ພວກ​ເຮົາ​ຟັງ​ເພັງ"ເຢິ໋ນ​ເຊິງຢູ໋​ມົ້ງ"(ຊີວິດ​ຄົນ​ເໝືອນ​ຄວາມຝັນ),​ຫວັງ​ໃຫ້​ໝົດ​ທຸ​ກຄົນ​ຈົ່ງ​ປະສົບ​ຄວາມສຸກ​ທີ​ຕົນ​ເອງ​ປາດ​ຖະໜາໃນ​ຊີວິດ​ທີ່ເໝືອນ​ຄວາມ​ຝັນ.