ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-02 10:44:44    
ສະພາ​ປຶ​ກສາ​ການ​ເມືອງປະຊາຊົນ​ຈີນ

cri

ລະບອບຮ່ວມ​ມື​ຫຼາຍພັກ​ແລະ​​ປຶກສາ​ການ​ເມືອງ​ເຊິ່ງນຳ​ໂດຍພັກ​ກອມ​ມູນິດ​ຈີນ​ແມ່ນ​ລະບອບ​ການ​ເມືອງ​ພື້ນຖານ​ຂອງ​ຈີນ,ກໍ່​ແມ່ນ​ລະບອບ​ພັກ​ການ​ເມືອງ​ທີ່​ສອດ​ຄ່ອງ​ກັບ​ສະພາບ​ແຫ່ງຈີນ​ແລະ​ມີ​ສີສັນ​ພິ​ເສດ​ຂອງ​ຈີນ,ຄະນະ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​​ແຫ່ງ​ຊາດຈີນ​ໃນ​ຖານ​ເປັນ​ບ່ອນ​ສຳຄັນທີ່​ບັນດາພັກ​ຝ່າຍ​ປະຊາທິປະ​ໄຕ​ ​ ອົງການ​ຈັດຕັ້ງປະຊາຊົນ ຜູ້​ຊົງ​ຄຸນວຸດ​ທິບັນດາ​ຊົນ​ເຜົ່າ​ແລະ​ວົງ​ການ​ຕ່າງໆ​ເຂົ້າຮ່ວມ​​ແລະ​ປຶກສາ​ການ​ເມືອງ ສະມັກ​ຄີ​ແລະ​​ຮ່ວມ​ມືກັນ,ຖືກ​ເອີ້ນ​ເປັນ​ອົງການ​ຫາລື​ແລະ​ໃຫ້​ຄຳປຶກສາ​ສູ​ງສຸດ​ຂອງ​ຈີນ,​ໂດຍ​ຜ່ານ​ບ່ອນ​ສຳຄັນ​​ກໍ​ຄື: ສະພາປຶກສາການ​ເມືອງ​ປະຊາຊົນຈີນ,ພັກ​ກອມ​ມູນິດ​ແລະ​ລັດຖະບານ​ຈີນ​​ໄດ້​ຫາລື​ບັນຫາ​ສຳຄັນ​ຈຳນວນ​ຫນຶ່ງກັບ​ສະພາ​ປຶກສາ​ການ​ເມືອງ,ຮັບ​ຟັງ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເຫ​ນີຂອງ​ພວກ​ເຂົາ​ເຈົ້າ,ສະພາ​ປຶກສາ​ການ​ເມືອງ​ກໍ​ຈັດຕັ້ງ​ອົງການ​ຈັດຕັ້ງຂອງ​ພັກ​ຝ່າຍ​ຕ່າງໆ​ແລະ​ຜູ່​ຊົງ​ຄຸນ​ວຸດ​ທິວົງ​ການ​ຕ່າງໆ​ບັນດາຊົນ​ເຜົ່າທີ່​ເຂົ້າຮ່ວມ​ສະພາ​ປຶກສາ​ການ​ເມືອງ​ພ້ອມ​ກັນຫາ​ລື​ວຽກບ້ານ​ການ​ເມືອງແຫ່ງ​ຊາດ,ແລະຕິດຕາມກວດກາວຽກ​ງານ​ຂອງ​ອົງການ​ລັດແລະ​ພະນັກງານ​ອົງການລັດ​ແລະ​ສະ​ເຫ​ນີຄວາມ​ເຫັນ​ຕິຕຽນ.


ສະພາ​ປຶ​ກສາ​ການ​ເມືອງ​ຂອງ​ຈີນ​ມີ​ລັກສະນະຕົວ​ແທນ​ຢ່າງ​ກວ້າງຂວາງ​ດ້ານອົງການ​ຈັດຕັ້ງ,ຄະນະ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​​ປະກອບ​ດ້ວຍຜູ່​ຕາງຫນ້າ​ພັກ​ກອມ​ມູນິດ​ຈີນ ບັນດາພັກ​ຝ່າຍ​ປະຊາທິປະ​ໄຕ ຜູ່​ຊົງ​ຄຸນ​ວຸດ​ທິທີ່​ບໍ່​ສັງກັດ​ພັກ​ຝ່າຍ​ໃດ ອົງການ​ຈັດຕັ້ງປະຊາຊົນ  ບັນດາ​ຊົນ​ເຜົ່າ​ແລະ​ວົງ​ການ​ຕ່າງໆ ຜູ່​ຕາງຫນ້າ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ ຜູ່​ຕາງຫນ້າ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວ ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ ພີ່ນ້ອງ​ຮ່ວມ​ຊາດຊາວ​ຈີນ​ຕ່າງ​ດ້າວ​ທີ່​ກັບ​ຄືນ​ປະ​ເທດ​ແລະ​ຜູ່​ຊົງ​ຄຸນວຸດ​ທິທີ່​ໄດ້​ຮັບ​ການ​​ເຊື້ອ​ເຊີນ​ພິ​ເສດ,​ໄດ້​ສ້າງຕັ້ງ 34  ວົງການ,​ໃນ​ສະພາ​ປຶກສາ​ການ​ເມືອງ,ຜູ່​ຊົງ​ຄຸນ​ວຸດ​ທິທີ່​ສັງກັດພັກ​ຝ່າຍ​ຕ່າງ​ກັນ ຊົນ​ເຜົ່າ​ຕ່າງ​ກັນ​ແລະ​​ເຊື່ອຖື​ສາສະຫນາ​ຕ່າງ​ກັນພ້ອມ​ກັນ​ເຂົ້າຮ່ວມ​ແລະຫາ​ລື​ວຽກ​ງານ​ການປົກຄອງ​ໃນ​ກອງ​ປະຊຸມ​ສະພາ​ປຶ​ກສາ​ການ​ເມືອງ, ​ສາມາດ​ສະ​ເ​ຫນີ​ຄວາມ​ຄຶດ​ຄວາມ​ເຫັນຕ່າງ​ໆ​ຢ່າງ​ເຕັມ​ສ່ວນ,ສິດ​ປະຊາທິປະ​ໄຕ​ຂອງ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​ໄດ້​ຮັບ​ການ​ປົກ​ປ້ອງ​ຢ່າງ​ຄົບ​ຖ້ວນ ພ້ອມ​ກັນນັ້ນ,ສະພາ​ປຶ​ກສາ​ການ​ເມືອງ​ຍັງ​ແມ່ນ​ບ່ອນ​ສຳຄັນ​ທີ່​ຫຼາຍພັກ​ຮ່ວມ​ມື​ກັນ,ພັກ​ກອມ​ມູນິດ​ຈີນ​ທີ່​ກຳ​ອຳນາດ​ແລະອີກ 8 ພັກ​ປະຊາທິປະ​ໄຕ​ແມ່ນ​ພາກສ່ວນປະກອບ ສຳຄັນຂອງ​ສະພາ​ປຶກສາການ​ເມືອງ,ບັນດາພັກ​ຝ່າຍ​ປະຊາທິປະ​ໄຕ​ ​ສາມາດ​​ປະກອບ​ຄວາມ​ຄຶດ​ຄວາມ​ເຫັນ​ໃນ​ສະພາ​ປຶກສາ​ການ​ເມືອງ​ໃນ​ນາມ​ພັກການ​ເມືອງ​ຂອງ​ຕົນດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ເຂົ້າຮ່ວມ​ແລະ​ຫາລື​ວຽກ​ງານ​ການ​ປົກຄອງ.


ໂດຍ​ອີງ​ຕາມ​ກົດ​ບັດ​ຂອງສະພາ​ປຶກສາ​ການ​ເມືອງ,ກຳມະການ​ຂອງ​ສະພາ​ປຶກສາ​ການ​ເມືອງ​ສາມາດ ຕິດຕາມ​ກວດກາ​​ແບບປະຊາທິປະ​ໄຕຕໍ່​ລັດຖະບານ​ດ້ວຍ​ຫຼາຍຮູບ​ແບບ,ສ່ອງ​ແສງຄວາມ​ປາ​ຖະຫນາ​ແລະ​ຄຳ​ຮຽກຮ້ອງ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ແລະ​ວົງການ​ຕ່າງໆ,​ໃນ​ນັ້ນ,ຮູບ​ການ​ໂດຍ​ກົງ​ກວ່າ​ຫມູ່​ແລະ​ມີ​ປະສິດທິຜົນ​ກວ່າ​ຫມູ່ທີ່​ເຂົ້າຮ່ວມ​ແລະ​ຫາລື​ວຽກ​ງານ​ການ​ປົກຄອງກໍ​ແມ່ນ​ສະ​ເຫ​ນີ ຍັດຕິ​ໂດຍ​ແນ່​ໃສ່​ນະ​ໂຍບາຍ ທິດ​ທາງ​ຂອງ​ລັດ ບັນຫາ​ສຳຄັນ​ໃນ​ຊີວິດ​ສັງຄົມ,ຍັດຕິ​ແມ່ນ​ຄວາມ​ເຫັນ​ແລະຂໍ້​ສະ​ເຫ​ນີທາງ​ລາຍ​ລັກ​ອັກສອນ​ທີ່​ກຳມະ​ການ​ສະພາ​ປຶກສາ​ການ​ເມືອງ ພັກ​ຝ່າຍ​​​ແລະ​ອົງການ​ຈັດຕັ້ງຕ່າງໆທີ່​ເຂົ້າຮ່ວມ​ສະພາ​ປຶກສາ​ການ​ເມືອງສະ​ເຫ​ນີ​ໃຫ້​ສະພາ​ປຶກສາ​ການ​ເມືອງ​ແລະ​ແມ່ນ​ຮູບ​ການ​ສຳຄັນ​ແນວ​ຫນຶ່ງທີ່​ພວກ​ເຂົາ​ເຈົ້າປະຕິບັດ​ຫນ້າ​ທີ່,ຍັດຕິ​ເຫຼົ່ານີ້​ຈະ​ຖືກ​ສະພາ​ປຶກສາ​ການ​ເມືອງ​ມອບ​ໃຫ້​ ຂະ​ແຫນງ​ການທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ​ຊ​ຳລະ​ແກ້​ໄຂ​,ຂະ​ແຫນງ​ການ​ລັດຖະບານ​ທີ່​ຊຳລະ​ຍັດຕິ​​ຕ້ອງ​ແຈ້ງ​ສະພາບ​ການ​ຊຳລະ​ຍັດຕິ​ໃຫ້​ສະພາ​ປຶກສາການ​ເມືອງ​ຊາບພາຍ​ໃນ​ເວລາ​ກຳນົດ.​ໃນ​ພຶດຕິ​ກຳ,​ຫຼາຍ​ເນື້ອ​ໃນ​ທີ່​ຍັດຕິ​ກ່ຽວ​ພັນ​​ເຖິງ​ນັ້ນລ້ວນ​ແຕ່​ຕ້ອງສ່ອງ​ແສງ​​ໃຫ້​ເຫັນ​ໃນ​ທິດ​ທາງ​ແລະ​ນະ​ໂຍບາຍ​ທີ່​ລັດຖະບານ​ຈີນ​ຈະ​ວາງ​ອອກ​ໃນ​ທີ່​ສຸດ.


ສະພາ​ປຶກສາ​ການ​ເມືອງ​ກໍ​ຖືກ​ເອີ້ນ​ເປັນ​ຄະນະ​ຫົວປັນຍາຂອງ​ຈີນ,ຜູ່​ຊ່ຽວຊານ ນັກປາດ​ຈຳນວນຫຼວງ​ຫຼາຍ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ຈີນ​ລ້ວນ​ແຕ່​ແມ່ນ​ກຳມະການ​ຂອງ​ສະພາ​ປຶກສາ​ການ​ເມືອງ,ພວກ​ເຂົາ​ເຈົ້າຕັ້ງຫນ້າ​ປະກອບ​ຄຳ​ຄຶດ​ຄຳ​ເຫັນ​ໃຫ້​ແກ່ການ​ພັດທະນາ​ແລະ​ການ​ກໍ່ສ້າງ​ຂອງ​ຈີນ​​ໃນແງ່​ແລະ​ດ້ານ​ຕ່າງ​ກັນ,ຄວາມ​ເຫັນ​ແລະ​ຂໍ້​ສະ​ເຫ​ນີຈຳນວນ​ຫຼວງຫຼາຍຖືກລັດຖະບານ​ຈີນ​ຮັບ​ເອົາ,ທັງ​ນີ້​​ໄດ້​ເສີມ​ຂະຫຍາຍບົດບາດ​ຊຸກຍູ້​ອັນຕັ້ງຫນ້າ​ຕໍ່​ການ​ພັດທະນາ​ເສດຖະກິດ​ແລະ​ຄວາມ​ກ້າວຫນ້າ​ຂອງສັງຄົມຈີນ ອາຍຸ​ການ​ຂອງ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ແມ່ນຊຸດ​ລະ 5 ປີ,​ ​ປີ​ຫນຶ່ງຈັດ​ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ຫນຶ່ງ,ປີ​ນີ້,​ກອງ​ປະຊຸມ​ທີ່​ຈະ​ໄຂ​ຂຶ້ນແມ່ນ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງທີ 3 ຂອງ​ສະພາ​ປຶກສາ​ການ​ເມືອງ​ສະ​ໄຫມ​ທີ 10,​ເມື່ອຮອດ​ເວລາ​ນັ້ນ,ຈະ​ມີກຳມະ​ການ 2200 ກວ່າ​ທ່ານ​ເຂົ້າຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້​.