ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-02 11:37:56    
ພາ​ສີ​ຂອງ​ຮົງ​ກົງ​ແລະ​ໄທ​​ເຊັນ"ການ​ຈັດ​ວາງ​ຮ່ວມ​ມື​ຊ່ອຍ​ເຫຼືອ​ກັນ"

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 1 ມີນາ ຢູ່​ທີ່​ຮົງ​ກົງ ພາສີ​ຂອງຮົງ​ກົງ​​ແລະໄທ​ໄດ້​​ເຊັນ​"ການຈັດ​ວາງຮ່ວມ​ມື​ຊ່ອຍ​ເຫຼືອ​ກັນ",​​​ເພື່ອເພີ່ມ​ທະວີ​ການ​ຮ່ວມ​ມື​ໂຈມ​ຕີ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ.

ທ່ານ​ຖ່າງ​ສຽນ​ມິ​ງ ຫົວໜ້າ​​ພາສີ​ຮົງ​ກົງ​ກ່າວ​ວ່າ,"ການຈັດ​ວາງ​​"ດັ່ງກ່າວ​ເປັນ​ຂີດ​ໝາຍ​ສະ​ແດງ​​ໃຫ້​ເຫັນວ່າ,​ພາສີ​ຂອງ​ຮົງ​ກົງ​ແລະໄທຕັດສິນໃຈ​ຜ່ານ​ຈາກ​ການ​ຊ່ອຍ​ເຫຼືອ​ກັນ​​​ດ້ານ​ບໍລິຫານ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນໃນ​ຫຼາຍ​ຂອບ​​ເຂດ,ຊຶ່ງ​ລວມທັງ​ການ​ປາບ​ປາມ​ການ​ຄ້າ​ເຖື່ອນແລະ​ການ​ຄ້າ​ຢາ​ເສບ​ຕິດ ພ້ອມ​ດ້ວຍ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ.

ຕາມ​ການແນະນຳ​,​ພາສີ​ຮົງ​ກົງ​​ໄດ້​ເຊັນ"ການຈັດ​ວາງ​ຮ່ວມ​ມື​ຊ່ອຍ​ເຫຼືອ​ກັນ"ກັບກົມ​ໃຫຍ່​ພາສີ​ເຂດ​ໃນ​ແລະອົງການ​ພາສີ​ອີກ 9 ອົງການ,ຄືນິວຊີ​ແລນ ອົສຕຼາລີ ອັງກິດ ອາ​ເມ​ລິ​ກາ ຝຣັ່ງ ​ແບນ​ຊິກ ກາ​ນາ​ດາ ອິນ​ເດຍ​ແລະ​ສ.​ເກົາຫຼີ.