ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Saturday    Apr 19th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-02 13:27:26    
ສະ​ຖາ​ນະ​ການ​ຢາ​ເສບ​ຕິດ​ຂອງ​ອາ​ຊີ​ຍັງ​ຂ້ຽວ​ຂາດ​ຢູ່

cri Author: shuo
ຕາມ​ຂ່າວCRI:ວັນ​ທີ1​ມິ​ນາ,ກົມ​ຄວບ​ຄຸມ​ຢາ​ມຶນ​ສາກົນ​ໄດ້​ປະກາດບົດ​ລາຍ​ງານ​ຢາ​ເສບ​ຕິດ​ສາກົນສົກ​ປີ2005​ໂດຍ​ຂຽນ​ວ່າ,ສະຖານະ​ການ​ຢາ​ເສບ​ຕິດ​ຂອງ​​ພາກ​ພື້ນ​ອາຊີ​ຍັງ​ຂ້ຽວ​ຂາດ​ຢູ່.

ບົດ​ລາຍ​ງານ​ຊີ້​ອອກ​ວ່າ,​ເຖິງ​ວ່າ​ລັດຖະບານ​ອາ​ຟກາ​ນິສະຖານ​ພວມ​ຕັ້ງໜ້າລົບ​ລ້າງ​ການ​ປູກ​ຝິ່ນ​ຢ່າ​ງຜິດ​ກົດໝາຍ,​ແຕ່​ປະ​ເທດ​ດັ່ງກ່າວຍັງ​​ແມ່ນ​ປະ​ເທດ​ຜະລິດຝິ່ນ​ຫຼາຍກວ່າ​ໝູ່​ໃນ​ໂລກ.ປີ2005,ຜົນ​ຜະລິດຝິ່ນ​ຂອງ​ອາ​ຟກາ​ນິສະຖານ​ກວມ​87%ຂອງ​ໂລກ.ບັນຫາ​ຜະລິດ​ຢາ​ເສບ​ຕິດ​ແລະ​ນຳໃຊ້​ຢາ​ເສບ​ຕິດ​ທົ່ວທີບ​​ໄດ້​ສ້າງ​ອຸປະສັກ​ຕື່ມ​ອີກ​​ໃຫ້​ອາ​ຟກາ​ນິສະຖານ​​ເດີນ​ໄປ​ສູ່​​ສະຖຽນ​ລະ​ພາບ.

ບົດ​ລາຍ​ງານ​ຍັງ​ຊີ້​ອອກ​ວ່າ​,ບັນຫາ​ຄ້າຂາຍ​​ແລະ​ເສບຢາ​ເສບ​ຕິດຂອງ​ອາຊີ​ໃຕ້​ຍັງ​ໜັກ​ໜ່ວງ​ຢູ່.​ໃນ​ຫຼາຍ​ປີ​ມາ​ນີ້,ການ​ສັກ​ຢາ​ເສບ​ຕິດ​ພວມ​ກາຍ​ເປັນ​ສາ​ເຫດ​ອັນ​ໜຶ່ງ​ທີ່​ພາ​ໃຫ້​ອັດຕາ​ຕິດ​ເຊື້ອໂຣກ​ເອດ​ສ໌ຂອງ​ບາງ​ປະ​ເທດ​ອາຊີ​ໃຕ້ສູງ​ຂຶ້ນ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040