ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-02 14:13:23    
ປະ​ຊາ​ຄົມ​ໂລກ​ກ່າວ​ປະ​ນາມ​ທ່ານ​ເສີນ​ສຸຍ​ປຽນ​ທີ່​ຢຸດ​ຕິ​ຄະ​ນະ​ກຳ​ມະ​ການ​ທ້ອນ​ໂຮມ​ປະ​ເທດ​ແລະ​ໂຄງ​ການ​ທ້ອນ​ໂຮມ​ປະ​ເທດ

cri
ຕາມ​ຂ່າວCRI,​ພາຍຫຼັງ​ທ່ານ​ເສີນ​ສຸຍ​ປຽນ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຢຸດຕິ​ການ​ໝູນ​ເດີນ​ຄະນະ​ກຳ​ມະ​ການ​ທ້ອນ​ໂຮມ​ປະ​ເທດ​ແລະ​ເຊົາ​ໃຊ້​ໂຄງ​ການ​ທ້ອນ​ໂຮມ​ປະ​ເທດ​ແລ້ວ,​ວັນ​ທີ1​ມີນາ,​ອົງ​ການ​ຈັດ​ຕັ້ງ​ສາກົນ​ແລະ​ປະ​ເທດ​ຈຳ​ນວນ​ໜຶ່ງສືບ​ຕໍ່​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະທຳ​ຂອງ​ທ່ານ​ເສີນ​ສຸຍ​ປຽນ​ທີ່​ເຈຕະ​ນາ​ແບ່ງ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອ​ກະລາດ.

ວັນ​ທີ1ມີນາ,​ໂອ​ຕຼີສປະ​ເທດ​ປະທານ​ວຽນ​ຂອງ​ສະຫະ​ພາບ​ເອີ​ລົບ​ໄດ້ຕາງ​ໜ້າ​ສະຫະ​ພາບ​ເອີ​ລົບ​ອອກ​ຖະ​ແຫຼງ​ການ​ກ່າວ​ເນັ້ນ​ວ່າ,​ການ​ກະທຳ​ຂອງ​ທ່ານ​ເສີນ​ສຸຍ​ປຽນ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ຮັກ​ສາສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະນາ​ໂດຍສັນ​ຕິຂອງ​ຊ່ອງ​ແຄບ​ໄຕ້​ຫວັນ,​ສະຫະ​ພາບ​ເອີ​ລົບ​ຫວັງ​ໃຫ້​ສອງ​ຝັ່ງ​ຊ່ອງ​ແຄບ​ຈົ່ງ​ຮັກສາ​ຄວາ​ມ ອົດ​ກັ້ນ​ໄວ້,ຫຼີກ​ເວັ້ນບໍ່​ໃຫ້​ສະຖານະ​ການ​ເຄັ່ງ​ຕຶ່ງຂຶ້ນ​ອີກ.

ມື້​ດຽວ​ກັນ,​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍກ່າວວ່າ,​ຫຼັກ​ໝັ້ນ​ຂອງ​ຝ່າຍຣັດ​ເຊຍ​ກ່ຽວ​ກັບ​ບັນຫາ​ໄຕ້​ຫວັນ​ບໍ່​ໄດ້​ປ່ຽນ​ແປງ.

ໃນ​ຖະ​ແຫຼງການ​ຂອງກະ​ຊວງ​ການ​ຕ່າງປະ​ເທດ​ໂກຼ​ອາຊີ​ທີ່​ປະກາດ​ໃນ​ວັນ​ທີ1ມີນາ​ຂຽນ​ວ່າ,ລັດ​ຖະ​ບານ​ໂກຼອາ​ຊີຍຶດ​ໝັ້ນ​ນະ​ໂຍ​ບາຍ​ຈີນ​ດຽວ,​ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ສອງ​ຝັ່ງ​ຊ່ອງ​​ແຄບ​ໄຕ້​ຫວັນ​ເພີ່ມ​ທະວີ​ການ​ສົນທະ​ນາ​ກັນ​ແລະ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ.

ກະຊວງ​ການ​ຕ່າງປະ​ເທດ​ຂອງແຊກ​ບີ​ມົງ​ເຕ​ເນ​ໂກຼກໍ່​ໄດ້ອອກ​ຖະ​ແຫຼ​ງການ​ວ່າ,​ການກໍ່​ການ​ແບ່ງ​ແຍກ​ແລະ​ການ​ປະ​ທະ​ກັນ​ຈະ​ເຂົ້າ​ແທນ​ການ​ຮ່ວມ​ມື​ແລະ​ທ້ອນ​ໂຮມ​ປະ​ເທດ​ໂດຍ​ສັນ​ຕິບໍ່​ໄດ້,ລັດຖະ​ບານແຊກ​ບີມົງ​ເຕເນ​ໂກຼສະ​ໜັບ​ສະ​ໜູນ​ນະ​ໂຍບາຍ​ປະ​ເທດ​ດຽວ​ສອງ​ລະ​ບອບ​ຂອງ​ລັດ​ຖະ​ບານ​ສ.ປ.ຈີນ,​ສະໜັບ​ສະ​ໜູນ​ສອງ​ຝັ່ງ​ຊ່ອງ​ແຄບ​ດຳ​ເນີນ​ການ​ໄປມາ​ຫາ​ສູ່​ກັນ​ດ້ານ​ໄປສະນີ​​​,ການ​ເດີນ​ເຮືອ​ເດີນ​ອາກາດ, ແລະ​ການ​ຄ້າ.

ກ່ອນ​ໜ້າ​ນີ້,​ລັດຖະ​ບານ​ຝລັ່ງ,​ຍີ່ປຸ່ນ,​ຟິລິບ​ປິນ,​ສິງກະ​ໂປ​ແລະ​ໄຊ​ປຼັດ​ກໍ່​ຕ່າງ​ໄດ້​ກ່າວລຶ້ມ​ຫຼັກ​ໝັ້ນ​ຫຼັກ​ການທີ່​ຍຶດ​ໝັ້ນ​ນະ​ໂບບາຍ​ຈີນ​ດຽວ.