ໃນໄລຍະໄຂກອງປະຊຸມສອງສະພາຝ່າຍຕຳຫຼວດຈີນຈະໃຊ້ມາດຕະການເພື່ອອຳນວຍຄວາມສະດວກໃຫ້ແກ່ຊີວິດປະຈຳວັນຂອງປະຊາຊົນ
cri
ຕາມຂ່າວCRI,ກ່ອນກອງປະຊຸມສອງສະພາເຊິ່ງເປັນເຫດການສຳຄັນໃນຊີວິດການເມືອງຂອງປະຊາຊົນຈີນໃກ້ຈະວຽນມາເຖິງ,ຝ່າຍຕຳຫຼວດຈີນກ່າວວ່າ,ໃນໄລຍະໄຂກອງປະຊຸມ,ໃນຂະນະທີ່ເຮັດວຽກປ້ອງກັນຄວາມປອດໄພຂອງກອງປະຊຸມນັ້ນ,ຈະເຈາະຈົງຫຼຸດຄວາມບໍ່ສະດວກທີ່ກອງປະຊຸມນຳມາໃຫ້ປະຊາຊົນໃນດ້ານຄົມມະນາຄົມນັ້ນໃຫ້ໜ້ອຍລົງ.
ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນໃນວັນທີ2ມີນາ,ກະຊວງປ້ອງກັນຄວາມສະຫງົບຈີນໄດ້ໃຫ້ທັດສະນະດັ່ງກ່າວ.
ກອງປະຊຸມສຳຄັນສອງຄັ້ງດັ່ງກ່າວຈະໄຂຂຶ້ນຢູ່ປັກກິ່ງໃນຕົ້ນເດືອນມີນາທຸກປີ.
|
|