ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-02 17:54:29    
ທ່ານ​ອັບ​ບັສ​ເວົ້າ​ວ່າ​ກຽມ​ມອບ​ອຳ​ນາດ​ຄວບ​ຄຸມ​ກອງ​ທັບ​ປ້ອງ​ກັນ​ຄວາມ​ປອດ​ໄພ​ປາ​ເລັສ​ຕີນ​ສ່ວນ​ຫຼາຍ​ໃຫ້​ລັດ​ຖະ​ບານ​ຊຸດ​ໃໝ່

cri Author: min
ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້, ທ່ານ​ອັບ​ບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ກ່າວ​ວ່າ, ທ່ານ​ກຽມ​ຈະ​ມອບອຳນາດ​ຄວບ​ຄຸມ​ກອງທັບ​ປ້ອງກັນ​ຄວາມ​ປອດໄພ​ປາເລັສຕີນ​ສ່ວນຫຼາຍ​ໃຫ້​ລັດຖະ​ບານ​ຊຸດ​ໃໝ່​ທີ່ ກຸ່ມ​ຮາມັສ​ຮັບຜິດຊອບ​ສ້າງຕັ້ງ​ຂຶ້ນ​ໃນ​ໄວໆນີ້.

ວັນ​ທີ 1 ມີນາ, ໜັງ​ສື​ພິມ​ຮາອາ​ເຣສ​ຂອງ​ອິດສະ​ລາ​ແອນ​ແຈ້ງ​ຂ່າວ​ວ່າ, ​ຕົ້ນ​ອາທິດ​ນີ້, ທ່ານ​ອັບ​ບັສ​ເວົ້າ​ຕໍ່​ສະຖານີ​ໂທ​ລະ​ພາບ​ອັນ​ຈາ​ຊີ​ລາ​ຂອງ​ກາ​ຕາ​ວ່າ, ​ໃນ​ອົງການ​ຕ່າງໆ​ຂອງ​ກອງທັບ​ປ້ອງ​ກັນ​ຄວາມ​ປອດ​ໄພ​ປາ​ເລັສ​ຕີນ, ທ່ານ​ຈະ​ຄວບ​ຄຸມແຕ່​ອົງການ​ຂ່າວ​ກອງ.

ກ່ອນ​ໜ້າ​ນີ້, ​ການ​ແບ່ງ​ອຳນາດ​ຄວບ​ຄຸມ​ກອງທັບ​ປ້ອງ​ກັນ​ຄວາມ​ປອດ​ໄພ​ແນວ​ໃດ​ແມ່ນ​ຂໍ້​ຂັດ​ແຍ່ງ​ທີ່ໃຫຍ່​ກວ່າ​ໝູ່​ລະ​ຫວ່າງ​ທ່ານ​ອັບ​ບັສ​ແລະ​ກຸ່ມ​ຮາ​ມັສ, ນີ້​​ແມ່ນ​ທ່ານ​ອັບ​ບັສປະ​ກາດ​ທ່ານ​ເປັນ​ເທື່ອ​ທຳ​ອິດ​ວ່າ​ກຽມ​ປະ​ລະ​ອຳນາດ​ຄວບຄຸມ ກອງທັບ​ປ້ອງ​ກັນ​ຄວາມ​ປອດ​​ໄພ​ສ່ວນຫຼາຍ.