ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-02 18:02:02    
ເປັນ​ຫຍັງ​​ຈຶ່ງ​ບໍ່​ຄວນ​ທາ​ລິບ​ສະ​ຕິກ​ເລື່ອຍໆ​(ສຽງ)

cri Author: shuo


ຜູ້ຍິງ​ສ່ວນຫຼາຍມັກ​ງາມ​ມັກ​ທາລິບ​ສະຕິ​ກ,​ແຕ່​ພັດ​ບໍ່​ຮູ້​ວ່າ,ທາ​ລິບ​ສະຕິ​ກ​ເລື່ອຍໆ​ຈະ​​ເປັນ​ໂທດ​ຕໍ່ສຸຂະພາບ.ທີ່​ຈິງ​ແລ້ວ,ລິບ​ສະຕິ​ກ​ແມ່ນ​ຜະລິດ​ຕະພັນ​ເຄມີທີ່​ມີສ່ວນ​ປະກອບ​ສັບສົນ ຊະນິດ​ໜຶ່ງ.ສ່ວນ​ປະກອບສຳຄັນ​ມີ:​ໄຂ​ຂົນ​ແກະ(ລາ​ໂນ​ລິນ),​ໄຂ​ຂີ້​ເຜີ້ງ(​ເຊຣີ​ເດ)​ແລະນ້ຳ​ສີ. ຍ້ອນ​ວ່າ,​ໄຂຂົນ​ແກະ​ຈະ​ຕິດ​ເອົາລະ​ອອງໂລຫະ​ໜັກປະ​ເພດຊືນ​ເປັນຕົ້ນ​ແລະ​ຈຸລິນ​ຊີ ຕ່າງໆ ​ຄືຈຸນລະ​ພື​ກຍາວໃນ​ອາກາດ​,ວັດຖຸ​ມີ​ຜົນຮ້າຍ​​ແລະ​ແມ່​ພະຍາດ​ເຫຼົ່ານີ້​ຈະ​ເຂົ້າ​ໄປ​ໃນ​ຮ່າງ​ກາຍ​ຂອງ​ຄົນ​ເຮົາ​ຢ່າງ​ງ່າຍດາຍທີ່​ສຸດ.ສ່ວນ​ນ້ຳ​ສີສີ​ແດງ​ແມ່ນ​ທາດ​ສີ​ທີ່​ກິນ​ບໍ່​ໄດ້​,ມີ​ຜົນ​ຮ້າຍ​ຕໍ່​ຮ່າງກາຍຄົນ​ເຮົາ.​ໃນຫຼາຍປີ​ມາ​ນີ້,​ໃນ​ເວລາ​ຜະລິດ​ລິບ​ສະຕິ​ກ,ປະ​ເທ​ດຕ່າງໆ​ຍັງ​ໄດ້​ຕື່ມ​ເຄື່ອງຫອມ​ທຽມໃສ່​​,ນັກຄົ້ນຄວ້າ​ໄດ້ຄົ້ນພົບ​ວ່າ,​ເຄື່ອງ​ຫອມ​ທຽມ​ທີ່​​ເອົານ້ຳມັນ​ກູດຼົງ​ເປັນ​ວັດ​ຖຸ​ດິບ​ກໍ​ມີ​ຜົນ​ຮ້າຍ​ຫຼາຍທີ່​ສຸດ​ຕໍ່DNA.ສະນັ້ນ,ລິບ​ສະຕິ​ກ​ເລື່ອຍໆ​ມີ​ຄວາມ​ອັນ​ຕະ​ລາຍ​ແຝງ​ຊ້ອນ​ຢູ່.​​ແຕ່​ວ່າຖ້າ​ທາ​ເປັນບາງ​ຄັ້ງຄາວ​ກໍ​ບໍ່​ພໍເປັນ​ຫຍັງຍ້ອນ,​ແຕ່​ດີ​ທີ່​ສຸດ,ຕ້ອງ​ລ້າງ​ອອກ​ກ່ອນ​ກິນ​ອາຫານ.ພ້ອມ​ກັນນັ້ນ,ຢ່າ​ທາລິບ​ສະຕິ​ກໃຫ້​ເດັກນ້ອຍ​ເດັດຂາດ,​ເພາະ​ວ່າ​ອະ​ໄວ​ຍະ​ວະ​ຂອງ​ເດັກ​ນ້ອຍ​ຍັງ​ອ່ອນ​ແອ,ສະດຸ້ງ​ໄວ​ທີ່​ສຸດ​ຕໍ່​ວັດຖຸ​ເຄມີ,ຈະຖືກ​ຜົນ​ຮ້າຍ​ງ່າຍ​ກວ່າ​ຜູ້​ໃຫຍ່.