ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-02 18:10:17    
ແພດ​ສາດ​ຈີນ​ແລະ​ຢາ​ພື້ນ​ເມືອງ​ຈີນ​​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຊົນ​ນະ​ບົດ​ຈີນ​(ສຽງ)

cri Author: shuo


ແພ​ດສາດຈີນແລະ​ຢາ​ພື້ນ​ເມືອງ​ຈີນ​​ໄດ້​ມີ​ປະຫວັດ5​ພັນ​ກວ່າ​ປີ​ແລ້ວ,ມັນ​ແມ່ນພາກ​ສ່ວນ​ປະ​ກອບ​ອັນ​ສຳຄັນ​ຂອງ​ວັດທະນະທຳ​ດັ້ງ​​ເດີມປະຊາ​ຊາດ​ຈີນ,​ໄດ້​ຮັບ​ຄວາມ​​ໄວ້​ເນື້ອ​ເຊື່ອ​​ໃຈ​ຈາກ​ຊາວ​ຈີນ.​ເຖິງ​ວ່າ​ໃນ​ຊູ່​ມື້​ນີ້,​ແພດ​ສາດ​ຕາ​ເວັນ​ຕົກ​ໃນ​ຍຸກ​ປັດ​ຈຸ​ບັນ​ໄດ້​ກາຍ​ເປັນ​ວິ​ທີ​ສຳ ຄັນ​ໃນ​ການ​ປິ່ນ​ປົວ​ພະ​ຍາດ​ແລ້ວ​ກໍ​ຕາມ,​ແຕ່ແພ​ດສາດຈີນແລະ​ຢາ​ພື້ນ​ເມືອງ​ຈີນ​​ຍັງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​​ສຳຄັນ​ຢູ່​ຈີນ​ຍ້ອນມີ​ຈຸດ​ພິ​ເສດ​ຕ່າງໆ ​ເຊັ່ນມີ​ວິທີ​ປິ່ນ​ປົວ​ພະ​ຍາດ​ຫຼາຍ​ຢ່າງ​ຫຼາຍ​ແນວ​ແລະ​ໄດ້​ຮັບ​ຜົນ​ຢ່າງ​ເດັ່ນ​ຊັດ​ແລະ​ທັງ​ລາ​ຄາ​ກໍ​ຖືກ​ກວ່າ.

ຫວ່າງ​ກ່ອນ​ນີ້​ບໍ່ດົນ,ນັກ​ຂ່າວ​ໄດ້​ໄປ​ເອົາ​ຂ່າວອກ່ຽວ​ກັບ​ເລື່ອງ​ນີ້​ຢູ່​​ຊົນ​ນະ​ບົດ​ແຂວງ​ເຊ​ສວນ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​.​

ນາງ​ຢູມີ​ງອີ່​ງ​ແມ່ນ​ຊາວ​ກະສິກອນ​​ບ້ານ​ຢົງ​ເຊີ້ງ ​ເມືອງ​ຕູ່​ຈ່ຽງອ້ຽນ​ແຂວງ​ເຊ​ສວນ,​ເມື່ອ​ຫ້າ​ປີ​ກ່ອນ​ນາງ​ໄດ້​ເປັນ​ພະ​ຍາດ​ຖົງ​ບີອັກ​ເສບຊຳ​ເຮື້ອ.​ໃນຫຼາຍປີ​ມາ​ນີ້,ນາງ​ໄດ້​​ກິນ​ຢາ​ພື້ນ​ເມືອງ​ຈີນ​ໂດຍ​ຕະ​ຫຼອດ,​ປີ​ໜຶ່ງຄ່າ​ຢາ​ກໍມີ​ແຕ່​ປະມານຮ້ອຍ​ຢວນ​ເທົ່າ​ນັ້ນ,​ແຕ່​​ໄດ້​ຮັບ​ຜົນ​​ດີ​ຫຼາຍ. ນາງ​ເວົ້າ​ວ່າ:"ສອງ​ສາມ​ມື້ກ່ອນ,​ຂ້ອຍ​​ໄດ້ເປັນຫວັດ​​,ເຮັດ​ໃຫ້​ຮູ້​ສຶກ​ເຈັບ​ທ້ອງ​ບ່ອນ​ຖົງ​ບີ, ຂ້ອຍກໍ​ຟ້າວ​ກິນ​ຢາ​​ໂລດ,​ພະ​ຍາດ​ຖົງ​ບີ​ອັກ​ເສບ​ຈຶ່ງ​ບໍ່​ໄດ້​ກຳ​ເລີບ​ຂຶ້ນ.​ທຳ​ມະ​ດາ​ແລ້ວ​ໃນ​ເວ ລາ​​ເຈັບ​ໄຂ້​ໄດ້​ພະ​ຍາດ,​ຂ້ອຍ​ກໍກິນ​ຢາ​ພື້ນ​ເມືອງ​ຈີນ."

​ໃນ​ເວລາ​ໄປ​ເອົາ​ຂ່າວ​ຢູ່​ສຸກສາລາ​ບ້ານ​ຢູ້ທາງ​ທີ່​ມໍ່ກັບ​ບ້ານ​ຢົງ​​ເຊີ້ງ,ນັກ​ຂ່າວ​ໄດ້ສັງ​ເກດ​ເຫັນ​ວ່າ,​ໄທບ້ານ​ທີ່​ມາ​ກວດ​ພະຍາດ,ສ່ວນ​ຫຼາຍມັກ​ເລືອກປົວ​ແບບຈີນ.ນາງ​ລໍ​ພີ​ງ ​ໄທບ້ານຜູ້​ໜຶ່ງ​ໄດ້​ບອກ​​ໃຫ້​ນັກ​ຂ່າວຊາບ​ວ່າ."ກິນ​ຢາ​ພື້ນ​ເມືອງ​ຈີນ​ມີ​ຜົນ​ທາງ​ລົບ​ໜ້ອຍ,​ໄດ້ຜົນ​ດີ,ທັງ​ລາ​ຄາ​ກໍ​ຖືກ.​ສະ​ນັ້ນ,​ພວກ​ເຮົາ​ໃຜ​ກໍ​ກິນ​ຢາ​ພື້ນ​ເມືອງ​ຈີນ."

ຜົນການ​ສຳ​ຫຼວດລາຍໜຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ,ຢູ່​ເຂດ​ຊົນນະບົດ,ຄິດ​ສະ​ເລ່ຍ​ແລ້ວ,ຜູ້​ໜຶ່ງ​ຄ່າ​ຢາ​ຈີນ​ເທື່ອ​ໜຶ່ງ​ພຽງ​ແຕ່6​ຢວນຫາ8​ຢວນກໍ​ພໍ​ແລ້ວ,ຖືກ​ກວ່າ​ຢາ​ຫຼວງ​20%​ຫາ​30%.ປະ ຈຸ​ບັນ​ນີ້,ຢູ່​​ໂຮງ​ໝໍ​ຂັ້ນ​ບ້ານ​ແລະ​ຕາ​ແສງ140ກວ່າ​ຫຼັງ​ຂອງ​ເມືອງ​ຕູ່​ຈ່ຽງ​ອ້ຽນ​ລ້ວນ​ແຕ່​ໄດ້​ຕັ້ງ ພະ​ແນ​ກ​ແພດ​ແບບ​ຈີນ.​ການ​​​ເຜີຍ​ແຜ່​ແພດ​ສາດ​ແລະ​ຢາ​​ພື້ນ​ເມືອງ​ຈີນ,​ເຮັດ​ໃຫ້​ຄ່າ​ປິ່ນປົວ​ພະຍາດ​ສະ​ເລ່ຍ​ຕາມ​ຫົວ​ຄົນ​ຂອງ​ເມືອງ​ຕູ່​ຈ່ຽງ​ອ້ຽນ​ຫຼຸດ​ລົງ​ນຳ​ຄູ່​ປີ,​ໄດ້​ຜ່ອນ​ຄາຍ​ການ​ຫາບ​ແບກ​ດ້ານຄ່າ​ປິ່ນ​ປົວ​ຂອງ​ຄົນ​ເຈັບ,​ໂດຍ​ສະ​ເພາະ​ແມ່ນ​ຄົນ​ເຈັບ​​ໃນຊົນ​ນະ​ບົດ.

​ທ່ານຢາງ​ຢົງ​ແມ່ນ​ນາຍໝໍ​ຊົນນະບົດເມືອງ​ຕູ່​ຈ່ຽງອ້ຽນ,​​ໃນສຸກສາລາ​ມີ3ຄົນ​ເຮັດວຽກ​ນຳ​ກັນ, ຮັບ​ຜິດ​ຊອບການ​ປິ່ນປົວ​ພະ​ຍາດ​ພື້ນ​ຖານ​ໃຫ້​​ໄທ​ບ້ານ​​ໃນ​3​ບ້ານ​ທີ່ຢູ່​ອ້ອມ​ຂ້າງ.​ທ່ານ​ເວົ້າ​ວ່າ:"​​ແຫ່ງ​ນີ້​ມີ3​ບ້ານ,​ມີ​ປະ​ຊາ​ກອນ​5500​ກວ່າ​ຄົນ.​ໃນ​ເວ​ລາ​ປົວ​ພະ​ຍາດ​,ສ່ວນ​ຫຼາຍ​ໃຊ້​ຢາຈີນ,​ເວົ້າ​ທົ່ວ​ໄປ,​ກວມ​ປະມານ​40%​ຂອງ​ການ​ປິ່ນປົວ​ທັງ​ມົດ."

​ຍ້ອນ​ວ່າການ​ປົວ​ດ້ວຍ​ຢາຈີນ​​ໄດ້ຮັບ​ຄວາມ​ຊົມ​ເຊີຍ​​ໂດຍ​ທົ່ວ​ໄປ​ຈາກ​ຊາວ​ກະ​ສິ​ກອນ​ທັງ ຫຼາຍ,ສະນັ້ນ,​ໃນຫຼາຍປີ​ມາ​ນີ້,​ແຂວງ​ເຊ​ສວນ​ໄດ້​ອອກ​ແຮງ​ສ້າງ​ຕາ​ໜ່າງ​ບໍ​ລິ​ການ​ແພດ​ສາດ ​ຈີນ​ສາມ​ຂັ້ນ ຄື ຂັ້ນ​ເມືອງ​ ຂັ້ນຕາງ​ແສງ​ແລະ​ຂັ້ນບ້ານ.​ໃນທົ່ວ​ແຂວງ​ມີ​ເມືອງ​80%​ຂຶ້ນ​ໄປ​ໄດ້​ຕັ້ງ​ໂຮງ​ໝໍ​ປົວ​ດ້ວຍ​ຢາ​ຈີນໂດຍ​ຈຳ​ເພາະ,​​ໂຮງໝໍ​ຂັ້ນ​ຕາ​ແສງ​ແລະ​​ເມືອງ​ນ້ອຍ​90%​ໄດ້​ຕັ້ງ​ພະ​ແນກ​ປົວ​ແບບຈີນ,​ໃນ​ຫ້ອງ​ຈ່າຍ​ຢາ​ມີ​ຫວ້ານ​ຢາ​​ຄົບ​ຖ້ວນ,​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຊາວ​ກະ​ສິ​ກອນ​ຢ່າງ​ປອດ​ໄພ​ແລະ​ບັງ​ເກີດ​ຜົນ.

ນອກ​ນີ້,​ແຂວງ​ເຊ​ສວນ​ຍັງ​ໄດ້​ເພີ່ມ​ທະວີ​ການ​ອົບຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ແພດ​ສາດຈີນ.​ແຕ່​ປີ1998​ເປັນຕົ້ນມາ,​ນັບລວມ​ແລ້ວ,ແຂວງ​​ເຊ​ສວນ​ໄດ້​ອົບ​ຮົມ​ນາຍ​ໝໍ​ແພດ ສາດ​ຈີນ1200ກວ່າ​ຄົນ​ໃຫ້​ໂຮງໝໍ​ຂັ້ນ​ເມືອງ​ແລະ​ຂັ້ນ​ຕາ​ແສງ​ແລະ​ບ້ານ,​ພ້ອມ​ກັນ​ນັ້ນ,​ໄດ້​ຕັ້ງໜ້າດຳ​ເນີນ​ການ​ສຶກ​ສາ​ສຳ​ລັບ​ໃຫ້​ນາຍ​ໝໍ​ຊົນນະບົດ​ເສັງ​ເອົາ​ຊັ້ນການ​ສຶກ​ສາ,​ນັບ​ມາ ຮອດ​ປະຈຸ​ບັນ​,ມີ1​ໝື່ນ​ກວ່າ​ຄົນ​​ເສັງ​ໄດ້​ຊັ້ນ​ວິ​ຊາ​ສະ​ເພາະ​ຊັ້ນ​ກາງ​ດ້ານ​ແພດ​ສາດ​ຈີນ.

ສະພາບ​​ໃນ​ແຂວງເຊ​ສວນ​ມີ​ລັກສະ​ນະ​ຕົວ​ແທນ​ຫຼາຍຢູ່​ຈີນ.​ໃນ​ຫຼາຍ​ແຂວງ​ຂອງ​ຈີນ,​ໂດຍ​ສະ​ເພາະ​ແມ່ນ​ແຂວງ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກສ່ວນ​ໜຶ່ງ​ທີ່​ມີ​ປະ​ຊາ​ກອນ​ຊົນ​ນະ​ບົດ​ກວມ​ສ່ວນ​ຫຼາຍ,​ແພດ​ສາດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ພວມ​ເສີມ​ຂະ​ຫຍາຍ​ບົດ​ບາດ​ນັບ​ມື້​ນັບ​ໃຫຍ່​ຫຼວງ.​ນັບ​ມາ​ຮອດ​ທ້າຍ​ປີ2004,​ໃນ​ທົ່ວປະ​ເທດ​ມີ​ໂຮງ​ໝໍ​ແພດ​ສາດ​ຈີນ​ຂັ້ນ​ເມືອງ​​ເກືອບ​1500​ຫຼັງ,​ໃນ​ໂຮງ​ໝໍ​ຂັ້ນ​ຕາ​ແສງ​ປະມານ75%​​ໃນ​ທົ່ວ​ປະ​ເທດ​ໄດ້​ຕັ້ງ​ພະ​ແນກ​ປົວ​ແບບ​ຈີນ,​ຜູ້​ໄປ​ກວດ​ພະ​ຍາດ​ຢູ່​ພະ​ແນ​ກ​ປົວ​ແບບ​ຈີນ​ກວມ​ປະ​ມານ​30%​ຂອງ​ຍອດ​ຈຳນວນ​ຄົນ​ທີ່​ໄປ​ກວດ​ພະ​ຍາດ​ຢູ່​​ໂຮງ​ໝໍ​ຂັ້ນ​ຕາ​ແສງ​ສ່ວນ​​ຫຼາຍ.

​ເພື່ອ​ສະໜັບສະໜູນ​ການ​ພັດທະນາ​ຂອງ​ພາລະກິດ​ແພດ​ສາດແລະ​ຢາ​ພື້ນ​ເມືອງ​ຈີນຢູ່​ຊົນ ນະ​ບົດ​ຕື່ມ​ອີກ,ປີ​ນີ້,ການ​ເງິນ​ສູນ​ກາງ​ຈີນ​ໄດ້​​ເບີກ​ງົບ​ປະ​ມານ​100​ລ້ານ​ຢວນ,​ລອງ​ເຜີຍ​ແຜ່ ຢູ່​​ເມືອງ​ທຸກ​ຍາກ ​ເມືອງ​​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຕົວ​ປົກ​ຄອງ​ຕົນ​ເອງ​ ​ເມືອງ​ຊາຍ​ແດນ​ແລະ​ເຂດ​ອື່ນໆ​ຂອງ​7​ແຂວງ​ທີ່​ຢູ່​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ,​ດັດ​ສ້າງ​ພື້ນ​ຖານ​​ໂຄງ​ລ່າງ​ຂອງ​ໂຮງ​ໝໍ​ປົວ​ແບບ​ຈີນ​ຂັ້ນ​ເມືອງ​ສ່ວນ​ໜຶ່ງ.​ໃນ​ເວ​ລາ​3​ປີ​ຮອດ5​ປີ​ຂ້າງ​ໜ້າ,ການ​ເງິນ​ສູນ​ກາງ​ຍັງ​ຈະ​ສືບ​ຕໍ່​ເພີ່ມ​ທຶນ​ເພື່ອ​ປົວ​ແປງ​ພື້ນ​ຖານ​ແລະ​ອຸປ​ະກອນ​ຂອງ​ໂຮງໝໍ​ປົວ​ແບບຈີນ​ຂອງ​ເຂດ​ດັ່ງ​ກ່າວ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ.