ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-02 18:11:47    
ປີ​ນີ້ ຈີນ​ຈະ​ວາງ​ກົດ​ໝາຍ​​ເພື່ອ​ເກັບ​ອາ​ກອນ​ລາຍ​ໄດ້​ຕໍ່​ວິ​ສາ​ຫະ​ກິດ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ

cri Author: da
ຕາມ​ຂ່າວCRI: ປີ​ນີ້ ຈີນ​ຈະ​ວາງ​ກົດໝາຍ​ເພື່ອເກັບ​ອາກອນລາຍ​ໄດ້ຕໍ່ວິ​ສາ​ຫະກິດ​ພາຍ​ໃນ​ແລະ​ຕ່າງປະ​ເທດຢ່າງ​ເປັນ​ເອກະ​ພາບ​ກັນ,​ເພື່ອ​ສ້າງ​ລະບອບ​ອາກອນລາຍ​ໄດ້ຕໍ່​ວິ​ສາ​ຫະກິດ​ທີ່​ເປັນ​ເອກະ​ພາບ​ກັນ.

ວັນ​ທີ 1 ມີນາ​ ຢູ່​ທີ່​ປັກ​ກິ່ງ,ຜູ້​ຮັບຜິດຊອບ​ພະ​ແນ​ກ​ທີ່​ກ່ຽວຂ້ອງ​ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​​ເຜີຍ​​ໃຫ້​ຮູ້​ຂ່າວ​ດັ່ງກ່າວ.

ຕາມ​ການ​ແນະນຳ​,ການ​ວາງ​ກົດໝາຍ​​ເພື່ອ​ເກັບອາກອນ​ຢ່າງ​ເປັນ​ເອກະ​ພາບ​ຕໍ່​ວິ​ສາ​ຫະກິດ​ພາຍ​ໃນ​ແລະ​ຕ່າງປະ​ເທດ,​ແມ່ນ​​ເພື່ອ​ສອດຄ່ອງ​ກັບ​ຂໍ້​ກຳນົດ​ຂອງ​ອົງການ​ການ​ຄ້າ​ໂລກ,ສ້າງ​ກະຕິ​ກາຕະຫຼາດ​ທີ່​ທ່ຽງ​ທຳ,​ເປັນ​ເອກະ​ພາບ​ກັນແລະ​ປອດ​​ໃສ,ຊຸກຍູ້​​ໃຫ້​ວິ​ສາ​ຫະກິດ​ແກ່ງ​ແຍ່ງກັນ​ຢ່າງ​ທ່ຽງ​ທຳ.ປະຈຸ​ບັນ,ພາກສ່ວນ​ທີ່ກ່ຽວຂ້ອງ​ຂອງ​ລັດຖະບານ​ຈີນກຳລັງ​ຮ່າງ​ກົດໝາຍ​ວ່າ​ດ້ວຍອາກອນລາຍ​ໄດ້ຂອງ​ວິ​ສາ​ຫະກິດທີ່ກ່ຽວຂ້ອງ.

ປະຈຸ​ບັນ ຈີນ​ປະຕິບັດ​​ອັດຕາ​ອາກອນລາຍ​ໄດ້ຂອງ​ວິ​ສາ​ຫະກິດ 3 ຊະ​ນິດ​ທີ່​ຕ່າງ​ກັນ,​ໃນ​ນັ້ນ ອັດຕາ​ອາກອນລາຍ​ໄດ້​ຂອງ​ວິ​ສາ​ຫະກິດ​ທຶນ​ຕ່າງປະ​ເທດ​ທີ່​ສະ​ເລ່ຍ​ແລ້ວ​ແມ່ນ 11%,ວິ​ສາ​ຫະກິດ​ພາຍ​ໃນປະກາດ​ມີ 22%,​ໃນ​ນັ້ນ ລັດວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ແລະ​ຜ້ານກາງ​ມີ 30%.