ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-02 18:13:18    
ປະ​ທານ​ອົງ​ການ​ສະພາ​ອິສ​ລາມ​ຮຽກ​ຮ້ອງ​ໃຫ້​ບັນດາ​ຝ່າຍ​ຂອງ​ອີ​ຣັກ​ສິ້ນ​ສຸດ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ຮຸນ​ແຮງ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 1 ມີນາ,ທ່ານ​ບາ​ດາ​ວີ ປະທານ​ອົງ​ການ​ສະພາ​ອິສ​ລາມ ນາຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ໄດ້​ຮຽກຮ້ອງ​ໃຫ້​ຜູ້ນຳ​ບັນດາ​ຝ່າຍ​ອີ​ຣັກ​ເຈລະຈາ​ກັນ,ສິ້ນ​ສຸດ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງ,​ເຮັດ​ໃຫ້​ປະ​ເທດ​ມີ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ມື້​ດຽວ​ກັນ,ທ່ານ​ບາ​ດາ​ວີ​ໄດ້​ອອກ​ປະ​ກາດແຈ້ງ​ການ​ໂດຍ​ຊີ້​ອອກ​ວ່າ,ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ທີ່​ພວມ​ເລື່ອນ​ຂັ້ນ​ຢູ່​ອີຣັກ​ອາດ​ຈະ​​ເສຍ​ການ​ຄວບ​ຄຸມ.ທ່ານ​ຕາງ​ໜ້າ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ສະພາ​ອິສ​ລາມ,​ຮຽກ​ຮ້ອງ​ໃຫ້​ປະຊາ​ຊົນ​ແລະ​ຜູ້ນຳ​ບັນ​ດາ​ເຜົ່າ ບັນດາ​ຝ່າຍ​ຂອງ​ອີ​ຣັກ​ຈົ່ງ​ໃຊ້​ທຸກ​ການ​ເຄື່ອນ​ໄຫວທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ທີ່​ເປັນ​ໄປໄດ້,ສິ້ນ​ສຸດ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ຮຸນ​ແຮງ,ດຳ​​ເນີນ​ການ​ເຈລະຈາ​ສັນຕິ​ພາບ,ຊຸກຍູ້​ຂະ​ບວນວິວັດ​ປອງ​ດອງ​ຊາດດ້ວຍ​ທ່າ​ທີ​​ຈິງ​ຈັງ.​