ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-03 16:35:26    
[ໂກ່​ໂສວຈິ້ງ]

cri Author: lm

ສະບາຍດີ​ທ່ານ​ຜູ່ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ອາລະຍະ​ທຳ​ຈີນ, ​ໃນ​ລາຍ​ການ​ພາກ​ນີ້, ຂ້າພະ​ເຈົ້າຈະ​​ແນະນຳ​​ໂກ່​ໂສ​ວຈິ້ງ ນັກວິທະຍາສາດ​ຜູ່​ດີ​ເດັ່ນ​ໃນ​ລາ​ຊະ​ວົງ​ຢວນຂອງ​ຈີນ​ສູ່​ທ່ານ​ຟັງ. ​ໂກ່​ໂສ​ວຈິ້ງ​ເກີດ​ໃນ​ຄອບຄົວ​ນັກຮຽນ​ຮູ້​ເມື່ອ​ປີ 1231. ໃນ​ຍາມ​ຍັງ​ເປັນ​ເດັກນ້ອຍ ເພິ່ນກໍ່ມັກ​ອ່ານ​ໜັງສື, ​ແລະ​ສົນ​ໃຈ​ນຳ​ດາລາສາດ​ເປັນ​ພິ​ເສດ.

ປີ 1275, ​ໂກ່​ໂສ​ວຈິ້ງ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ສຳຫຼວດພູມ​ປະ​ເທດ​ແລະ​ທາງ​ເດີນ​ເຮືອ​ຢູ່​ເຂດ​ທົ່ງພຽງ​ຫວງ​ຫວາຍ, ພ້ອມ​ທັງ​ສ້າງ​ສະຖານີ​ຄົມມະນາຄົມ​ທາງ​ນ້ຳ. ​ໃນ​ຂອບ​ເຂດ​ຫຼາຍ​ຮ້ອຍ​ລີ້​ມົນທົນຕາມ​ຄອງ​​ນ້ຳ​ເກົ່າຂອງ​ແມ່​ນ້ຳ​ເຫຼືອງ​ແຕ່ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ​ເມິ້ງ​ຈິ່ນ​ແຂວງ​ເຫີ​ໜານ, ​ໂກ່​ໂສ​ວຈິ້ງ​ໄດ້​ວັດ​ແທກ​​ພູມ​ປະ​ເທດ​ແລະ​ວາງ​ແຜນ​ຊົນລະ​ປະ​ທານ, ທັງ​ແຕ້ມ​ເປັນ​ແຜນ​ທີ່, ​ແລະໝາຍ​ເຫດ​ໄວ້​ຢ່າງ​ລະອຽດ. ​ໃນ​ການ​ແຕ້ມ​ແຜນ​ທີ່, ​ເພິ່ນ​ໄດ້​ຖື​ໜ້າ​ນ້ຳ​ທະ​ເລ​ເປັນ​ມາດຖານ, ​ເລີ່​ມນຳ​ໃຊ້​ຄຳ​ນິຍາມ​ສຳຄັນ​ໃນ​ພູມ​ສາດ​ແລະວັດ​ແທກ​ວິ​ທະ​ຍາຄື ລະດັບ​ໜ້ານ້ຳ​ທະ​ເລ.

​​ການ​ປະກອບສ່ວນຫຼາຍກວ່າ​ໝູ່​ຂອງ​ໂກ່​ໂສ​ວຈິ້ງໃນ​ດ້ານ​ຊົນລະປະ​ທານ​ແມ່ນ ​​ໄດ້​ຂຸດ​ຄອງ​ນ້ຳ​ຈາກ​ຕ້າ​ຕູ່ (ປັດຈຸບັນ​ຄື​ປັກ​ກິ່ງ) ຮອດ​ທົ່ງ​ໂຈ່​ວ. ​ໃນ​ຄາວ​ນັ້ນ, ຄອງ​ນ້ຳ​ທີ່​ມີຊື່​ສຽງ​ດົ່ງ​ດັງ​ໃນ​ສະ​ໄໝ​ບູຮານ​ຂອງຈີນ​ພຽງ​ແຕ່​ເນັ່ງ​ໄປ​ຮອດ​ທົ່ງ​ໂຈ່​ວ (ປັດຈຸບັນ​ຄື​ເຂດ​ທົ່ງ​ໂຈ່​ວຂອງ​ປັກ​ກິ່ງ) ​ເທົ່າ​ນັ້ນ. ປີ 1291, ​ໂກ່​ໂສວຈິ້ງ​ໄດ້​ສະ​ເໜີ​ໃຫ້​ສ້າງ​ຊົນ​ລະ​ປະ​ທານ 11 ​ເສັ້ນ ​ເຊິ່ງລວມທັງ​ຄອງ​ນ້ຳ​ຂົນ​ສົ່ງ​ສະບຽງ​ອາຫານ​ມາສູ່​ລາຊະທານີ​ຕ້າ​ຕູ່, ​ແລະ​​ໄດ້ເປັນ​ປະທານດຳ​ເນີນ​ໂຄງການ​ດັ່ງກ່າວ​ໃນ​ປີ​ລຸນ​ມາ. ຄອງ​ນ້ຳ​ຍາວ 80 ກິ​ໂລ​ແມັດສາຍ​ນີ້​ພ້ອມ​ດ້ວຍໂຄງການ​ຄົບຊຸດໃຊ້​ເວລາ​ພຽງ​ປີ​ເຄິ່ງກໍ່​ສ້າງສຳ​ເລັດ​ແລ້ວ, ​ໄດ້​ຕັ້ງຊື່ວ່າ​ຄອງ​ນ້ຳ "ທົ່ງ​ຮຸ້ຍ". ​ເຮືອ​ຂົນ​ສົ່ງ​ສະບຽງ​ອາຫານ​ຈາກ​ພາກ​ໃຕ້​ສາມາດແລ່ນ​ຕາມ​ຄອງ​ນ້ຳ​ໃຫຍ່​ເຂົ້າມາ​ຮອດ​ປັກ​ກິ່ງ​​. ​ແຕ່​ນັ້ນມາ, ຄອງ​ນ້ຳ​ໃຫຍ່​​ປັກ​ກິ່ງ​ຫາງ​ໂຈ່​ວ ​ເຊິ່ງ​ແມ່ນ​ເສັ້ນທາງ​ຄົມມະ​ນາ​ຄົມ​ສຳຄັນ​ລະຫວ່າງ​ເໜືອ​ໃຕ້​ຂອງ​ຈີນ​ໃນ​ສະ​ໄໝ​ບູຮານ​ກໍ່ສ້າງ​ສຳ​ເລັດ​ແລ້ວ.

ປີ 1276, ​ໂກ່​ໂສ​ວຈິ້ງ​ໄດ້ຮັບຄຳ​ສັ່ງ​ໃຫ້​ຮັບຜິດຊອບການ​ສ້າງ​ປະຕິທິນ​ໃໝ່, ອັນ​ໄດ້​ເລີ່ມ​ຕົ້ນ​ວຽກ​ງານວັດແທກດາລາສາດ​ແລະ​ຄົ້ນຄວ້າວິທີ​ຄຳນວນ​ວັນ​ເດືອນ​ປີທີ່​ມີ​ຂະ​ໜາດ​ໃຫຍ່​ກວ່າ​ຍາມ​ໃດ​ໝົດ​ໃນ​ປະຫວັດ​ດາລາສາດ​ຈີນ​ຈົນກະທັ້ງທົ່ວ​ໂລກ​ໃນ​ຄາວ​ນັ້ນ, ຫຼັງຈາກ​ນັ້ນ ດາລາສາດ​ຈີນ​ໄດ້​ເລີ່​ມກ້າວ​ຂຶ້ນສູ່​ກະ​ແສ​ສູງ​ເທື່ອໃໝ່​.

​ໂກ່​ໂສວຈິ້ງ​ສຸມ​ກຳລັງ​ຄົ້ນຄວ້າ​ເຄື່ອງ​ວັດ​ແທກ​ດາລາສາດ​​ແບບໃໝ່ກ່ອນ, ​ເພິ່ນ​ກວດ​ກາ​​ເຄື່ອງ​ວັດ​ແທກ​​ເກົ່າຢ່າງ​ລະອຽດ​. ​ແລະ​ພ້ອມ​ກັບ​ນາຍ​ຊ່າງ​ທັງຫຼາຍ ຄົ້ນຄວ້າ​ຜະລິດ​ເຄື່ອງ​ວັດ​ແທກ​ດາລາສາດ​ເກືອບ 20 ຊະນິດ, ​ເຄື່ອງ​ວັດ​ແທກ​ເຫຼົ່ານີ້​ລ້ວນ​ແຕ່​ມີ​ຈຸດ​ພິ​ເສດ​ທີ່​ໃຊ້​​ໄດ້ ງ່າຍ​ດາຍ​ແລະ​ແມ່ນ​ຢຳ. ​ແຕ່​ໜ້າ​ເສຍດາຍ ​ເຄື່ອງ​ວັດ​ແທກ​ສະບັບຕົ້ນ​ເຫຼົ່ານີ້​ເປ​ເພ​ໄປໝົດ​ແລ້ວ, ບໍ່​ໄດ້​ຮັກສາ​ໄວ້​ຕໍ່​ມາ. ຕົວຢ່າງ​ຄື ​ເຄື່ອງ​ວັດ​ແທກ "ຈຽນ​ອີ" ທີ່​ໂກ່​ໂສ​ວຈິ້ງ​ຄົ້ນຄວ້າ​ຜະລິດ​ນັ້ນ ​ແມ່ນ​ເຄື່ອງ​ວັດ​ແທກ​ດາລາສາດ​ທີ່​ມີ​ຊື່ສຽງດົ່ງ​ດັງ​ໃນ​ໂລກ, ສັບພະ​ຄຸນ​ຂອງ​ມັນ​ແມ່ນ​ວັດ​ແທກ​ທີ່​ຕັ້ງຈຸດ​ພິກັດ​ຂອງດາວຢູ່​ເທີ​ງ​ຟ້າ. ເມື່ອ​ປີ 1276, ໂກ່​ໂສວຈິ້ງ​ໄດ້ຄົ້ນຄວ້າ​ປະດິດ​ສ້າງ​ເຄື່ອງ​ວັດ​ແທກດາລາສາດ​​ແບບໃໝ່ທີ່​ມີ​ອົງ​ປະກອບ​ງ່າຍດາຍ​ຄື "ຈຽນ​ອີ" . "ຈຽນ​ອີ" ມີລະດັບ​ແມ່ນ​ຢຳ​ໃນ​ການ​ສັງ​ເກດ​ວັດ​ແທກ​, ສ່ວນ​ເຄື່ອງ​ວັດ​ແທກ​ດາລາສາດ​ຂອງ​ຝ່າຍ​ຕາ​ເວັນ​ຕົກທີ່ຄົນ​ດານ​ມາກ​ປະດິດ​ສ້າງຫຼັງຈາກ​ນັ້ນ 300 ປີ​ຈຶ່ງ​ສາ​ມາດ​ປຽບ​ທຽບກັບ "ຈຽນ​ອີ" ​ໄດ້.

​ໂກ່​ໂສ​ວຈິ້ງ​ກັບ​ຜູ່​ອື່ນ​ອີງ​ຕາມ​ຂໍ້​ມູນ​ເອກະສານ​ຈຳນວນຫຼວງຫຼາຍທີ່​ສັງ​ເກດວັດ​ແທກ​ໄດ້, ​ແລະ​ຄົ້ນຄວ້າ​ປະຕິທິນ​ແຕ່​ລາຊະວົງຮັ້ນຕາ​ເວັນ​ຕົກ​ເປັນຕົ້ນມາ 70 ຊະນິດຢ່າງ​ລະອຽດ, ​ແລ້ວ​ຮຽບຮຽງ​ປະຕິທິນ​ສະບັບ​ໃໝ່​ທີ່​ຊື່ວ່າ "​ໂຊ້​ວສື​ລີ້". ​ເລີ່​ມ​ແຕ່​ປີ 1281, ປະຕິທິນ "​ໂຊ້​ວສື​ລີ້" ​ເລີ່​ມປະກາດ​​ໃຊ້​ໃນ​ທົ່ວ​ປະ​ເທດ, ​ເວລາ​ນຳ​ໃຊ້​ປະຕິທິນ​ດັ່ງກ່າວ​ຍາວ​ເຖິງ 363 ປີ ຄື​ແຕ່​ປີ 1281 ຮອດ​ປີ 1643, ​ແມ່ນ​ປະຕິທິນ​ທີ່​ນຳ​ໃຊ້​​ເປັນ​ເວລາ​ຍາວ​ນານ​ກວ່າ​ໝູ່​ໃນ​ປະຫວັດສາດ​ຈີນ.

ປະຕິທິນ "​ໂຊ້​ວສື​ລີ້" ກໍ່​ແມ່ນ​ປະຕິທິນ​ສະບັບ​ໜຶ່ງ​ທີ່​ແມ່ນ​ຢຳກວ່າ​ໝູ່​ໃນ​ສະ​ໄໝ​ບູຮານ​ຈີນ, ມັນຖື 365,2425 ມື້​ເປັນ​ປີ​ໜຶ່ງ, ຖ້າ​ຄຳນວນ​ດ້ວຍ​ຊົ່ວ​ໂມງ​ແລ້ວ ​ແມ່ນ 365 ມື້ 5 ຊົ່ວ​ໂມງ 49 ນາທີ 12 ວິນາທີ, ຜິດ​ກັບ​ເວລາ​ຕົວ​ຈິງ​ຂອງ​ໜ່ວຍ​ໂລກ​ໝູນ​ອ້ອມ​ດວງ​ຕາວັນ​ຮອບ​ໜຶ່ງ​ພຽງ 26 ວິນາທີ, 3320 ປີ​ຈຶ່ງ​ຜິດ​ກັນ 1 ມື້​ເທົ່າ​ນັ້ນ, ຄື​ກັນ​ກັບ​ປະຕິທິນ​ສຸລິຍະ​ຄະຕິ​ທີ່​ໃຊ້​ກັນ​ທົ່ວ​ໄປ​ໃນ​ສາກົນ​​ໃນປັດຈຸບັນຢ່າງ​ສົມບູນ. ​ແຕ່​​ເມື່ອ​ຮອດ​ປີ ຄ.ສ. 1582 ປະ​ຕິ​ທິນ​ສຸລິຍະ​ຄະຕິຈຶ່ງ​ເລີ່​ມນຳ​ໃຊ້, ​ໃຊ້​ກວ່າປະຕິທິນ "​ໂຊ້​ວສື​ລີ້" 300 ປີ.

ພາຍຫຼັງປະຕິທິນ "​ໂຊ້​ວສື​ລີ້" ຮຽບຮຽງ​ຢ່າງ​ສຳ​ເລັດ​ຜົນ​ແລ້ວ, ​ໂກ່​ໂສວຈິ້ງ​ໄດ້​ສຸມ​ກຳ​ລັງ​ເຂົ້າ​ໃນ​ວຽກ​ການ​ຂຽນ, ​ໄດ້​ຂຽນ​ໜັງສື​ດາລາສາດ "ທຸ່ຍ​ປູ້" ​ແລະ "ລີ້​ເສິງ" ​ເປັນ​ຕົ້ນ 10 ກວ່າ​ຊະນິດ, ລວມ 100 ກວ່າ​​ເຫຼັ້ມ. ພາຍຫຼັງມາ ໜັງສື​ເຫຼົ່ານີ້ລ້ວນ​ແຕ່​ຫາຍ​ສາບ​ສູນ​​ໄປແລ້ວ. ສ່ວນ​ເຄື່ອງ​ວັດ​ແທກ​ດາລາສາດ "ຈຽນ​ອີ" ​ແລະ​ເຄື່ອງ​ດາລາສາດ​ອື່ນໆ​ທີ່​ຖືກ​ຄົນ​ຮຸ້ນຫຼັງ​ຍ້ອງຍໍ​ວ່າ "ເປັນ​ເຄື່ອງ​ດາລາສາດ​ທີ່​ງາມ​ປານີດ" ທີ່​ໂກ່​ໂສ​ວຈິ້ງ​ຄົ້ນຄວ້າ​ປະດິດ​ສ້າງ​ນັ້ນ, ​ເຄີຍ​ຖືກ​ຮັກສາ​ໄວ້​ຢ່າງ​ຈົບງາມຈົນ​ຮອດ​ລາ​ຊະ​ວົງ​ຊິ່ງ​ຕອນ​ຕົ້ນ ​ເຊິ່ງ​ແມ່ນ​ລາ​ຊະ​ວົງ​ສຸດ​ທ້າຍ​ຂອງຈີນ.

​ໂກ່​ໂສ​ວຈິ້ງ​​ໄດ້ດຳ​ເນີນ​ພາລະກິດ​ວິທະຍາສາດ​ເຕັກນິກ 60 ກວ່າ​ປີ, ບໍ່​ພຽງ​ແຕ່​ໄດ້​ຮັບ​ຜົນ​ງານ​ດີ​​ເດັ່ນ​ໃນ​ດ້ານ​ດາລາສາດ​ແລະ​ດ້ານ​ໂຄງການ​ຊົນລະປະທານ​ເທົ່າ​ນັ້ນ, ​ແລະ​ກໍ່​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ດ້ານພູມ​ສາດ ຄະນິດສາດ​ແລະ​ວິສະວະກຳ​ກົນ​ຈັກ​ເປັນ​ຕົ້ນ, ​ໂກ່​ໂສ​ວຈິ້ງ​ແມ່ນ​ນັກປາດຜູ່​ດີ​​ເດັ່ນ​ຜູ່​ໜຶ່ງ​ໃນ​ສະຕະວັດ​ທີ 13 ຂອງ​ໂລກ.