ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-03 16:52:55    
ລາງ​ວັນ​ຜົນ​ງານ​ຂອງ​ນັກ​ວິ​ທະ​ຍາ​ສາດ​ເພດ​ຍິງ​ຜູ້​ດີ​ເລີດ​ໃນ​​ໂລກ​ຂອງ​ອົງ​ການ​ຢູ​ເນັສ​ໂກ​ແລະ L'Oreal ສະ​ເຫຼີຍ​ຜົນ

cri Author: da
ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ 2 ມີນາ ຢູ່​ປາລີ ອົງການ​ຢູ​ເນັສ​ໂກ​ແລະກຸ່ມ L'Oreal ຝຣັ່ງປະກາດ​ວ່າ,ນັກວິທະຍາສາດ​ເພດ​ຍິງ 5 ທ່ານ​ຂອງ​ຕູ​ນີຊີ ​ແມັກຊິກ ອາ​ເມ​ລິ​ກາ ອົສຕຼາລີ​ແລະ​​ເບຼຊິນ​ໄດ້​ຮັບ"ລາ​ງວັນ​ຜົນງານຂອງນັກວິທະຍາສາດ​ເພດ​ຍິງ​ຜູ້​ດີ​ເລີດ​ໃນ​​ໂລກ​ຂອງ​ອົງການຢູ​ເນັສ​ໂກ​ແລະL'Oreal ປີ 2006".

ຜູ້​​ໄດ້ຮັບ​ລາງວັນ 5 ທ່ານ​ດັ່ງກ່າວ​​ລ້ວນ​ແມ່ນ​ສາດສະດາຈານ,​ໃນ​ນັ້ນ ສ່ວນ​ຫຼາຍ​ເປັນ​ຜູ້ນຳ​ຫ້ອງ​ທົດ​ລອງ,​ໃນ​ຍາມ​ທຳ​ມະ​ດາ ນອກຈາກ​ດຳ​ເນີ​ນການຄົ້ນຄວ້າ​ແລ້ວ,ຍັງ​ຕ້ອງ​ສອນ​ນັກຮຽນນັກ​ສຶກສາ​ແລະເບິ່ງ​ແຍງ​ຄອບຄົວ.

ລາ​ງວັນ​ດັ່ງກ່າວ​ຍັງ​ໄດ້​ນາມມະຍົດເປັນ"ລາງວັນ​ໂນ​ແບນ​ເພດ​ຍິງ",​ແມ່ນ​ລາງວັນ​ໜຶ່ງດຽວ​ໃນ​ໂລກ​ປະຈຸ​ບັນ​ທີ່​ມອບ​ໃຫ້​ເພດ​ຍິງ​​ທີ່​ດຳ​ເນີນ​ການຄົ້ນຄວ້າ​ວິທະຍາສາດ​ພື້ນຖານ​ເຊັ່ນ​ຊີວະ​ຊາດ ຟີ​ຊິກ​ສາດແລະ​ເຄມີ​ສາດເປັນຕົ້ນ.