ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-03 17:20:36    
ແຊມ​ປຽນ​ໂລກ​ລາຍ​ການ​ໄຕ່​ສະ​ເກັດ​ຄູ່​ຂອງ​ຈີນ​ອຳ​ລາ​ຈາກ​ສະ​ໜາມ​ນ້ຳ​ກ້າມ​ຢູ່​ຕູ​ຣິນ​ຢ່າງ​​ໄດ້​ຜົນ​ເຕັມ​ເມັດ​ເຕັມ​ໜ່ວຍ​ທີ່​ຕູ​ຣິນ(ສຽງ)

cri Author: lm

ສະບາຍ​ດີທ່ານ​ຜູ່​ຟັງທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ໂລກ​ກິລາ​. ​ໃນ​ລາຍ​ການ​ແຂ່ງ​ຂັນ​​ໄຕ່​ສະ​ເກັດ​ຄູ່​ລວດລາຍ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ຕູຣິນໃນ​ວັນ​ທີ 13 ກຸມພາ, ນາງ​ເຊິນ​ເສ​ກັບ​ທ້າວ​ຈ້າວ​ຫົງ​ປໍ ​ແຊມ​ປຽນ​ໂລກ​ຄູ່​ທຳ​ອິດ​ຂອງ​ຈີນ​ໃນ​ລາຍການ​ດັ່ງກ່າວ​ຊິງ​ໄດ້ຫຼຽນທອງ. ຢູ່​ເບື້ອງຫຼັງຫຼຽນທອງຫຼຽນນີ້ມີ​ເລື່ອງ​ເຮັດ​ໃຫ້​ຄົນ​ຕື້ນ​ຕັນ​ໃຈ​, ​ໃນ​ລາຍການ​ພາກ​ນີ້​, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະກອບສຽງທີ່​ພາດ​ຫົວ​ເລື່ອງ​ວ່າ: ແຊມ​ປຽນ​ໂລກ​ລາຍ​ການ​ໄຕ່​ສະ​ເກັດຄູ່ຂອງ​ຈີນອຳ​ລາ​ຈາກ​ສຳ​ໜາມ​ກິລາ​ນ້ຳກ້າມ​ທີ່​ຕູຣິນຢ່າງ​ໄດ້​ຜົນ​ເຕັມ​ເມັດ​ເຕັມ​ໜ່ວຍ.

​ໃນ​ງານ​ແຂ່ງຂັນ​ໄຕ່​ສະ​ເກັດ​ລວດລາຍ​ຊີງ​ຊະນະ​ເລີດ​ລະດັບໂລກທີ່​ຈັດ​ຂຶ້ນ​ໃນ​ເດືອນ​ມີນາ​ປີ 2002, ນາງ​ເຊິ​ນ​ເສ​ກັບ​ທ້າວ​ຈ້າວ​ຫົງ​ປໍ ນັກ​ກິລາ​ຈີນ​​ໄດ້ເອົາ​ຊະນະ​ຄູ່​ແຂ່ງ​, ​ແລະ​ເປັນ​ແຊມ​ປຽນ​ໂລກ​ຄູ່​ທຳ​ອິດ​ຂອງ​ຈີນ​ໃນ​ລາຍການ​ໄຕ່​ສະ​ເກັດ​ຄູ່​; ​ໃນ​ງານ​ແຂ່ງຂັນ​ຊິງ​ຊະນະ​ເລີດ​ລະດັບ​ໂລກ​ທີ່​ຈັດ​ຂຶ້ນ​ໃນ​ປີ 2003, ນັກ​ກິລາ​ຈີນ​ຄູ່​ນີ້​ຊິງໄດ້​​ແຊມ​ປຽນ​ອີກ, ​ແລ້ວ​ໄດ້​ສ້າງຖານະ​ນຳ​ໜ້າ​ໂລກ​ຂອງ​ຈີນ​ໃນ​ລາຍການ​ໄຕ່​ສະ​ເກັດ​ຄູ່​ດັ່ງກ່າວ. ​ແຕ່​ວ່າ, ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ທີ່​ຈັດ​ຂຶ້ນຢູ່​ເມືອງ​ຊອນ​​ເລກອາ​ເມ​ລິ​ກາ​ໃນ​ເດືອນ​ກຸມພາ​ປີ 2002, ນາງ​ເຊິ​ນ​ເສ​ກັບ​ທ້າວ​ຈ້າວ​ຫົງ​ປໍ​ຊີງ​ໄດ້ພຽງ​​ແຕ່ຫຼຽນທອງ, ສະນັ້ນ, ກ່ອນງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຕູຣິນ, ​ເຂົາ​ເຈົ້າ​ລ້ວນ​ແຕ່​ມີ​ຄວາມ​ຄອງ​ຄອຍ​ຕໍ່​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຄັ້ງນີ້. ​ເວົ້າສຳລັບ​ທ້າວ​ຈ້າວ​ປົງ​ປໍ​ທີ່​ອາຍຸ 33 ປີ​ແລະ​ນາງ​ເຊິ​ນ​ເສ​ທີ່​ອາຍຸ 28 ປີ​ແລ້ວ, ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຕູຣິນ​ເປັນ​ໂອກາດ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ເທື່ອ​ສຸດ​ທ້າຍ​ແລ້ວ.

​ແຕ່​ບໍ່​ເປັນ​ຈັ່ງ​ບຸນ, ​ໃນວັນ​ທີ 5 ສິງຫາ​ປີ 2005 ​ເຊິ່ງຫ່າງ​ຈາກ​ມື້​ໄຂ​ງານ​ກິລາ​ໂອ​ລິມ​ປິກ​ລະດູ​ໜາວ​ຄັ້ງທີ 20 ຍັງ​ເຫຼືອພຽງ​ແຕ່ 6 ​ເດືອນ​ກວ່ານັ້ນ, ທ້າວ​ຈ້າວ​ປົງ​ປໍ​ພັດ​ໄດ້​ບາດ​ເຈັບ​ຄື ​ເສັ້ນ​ເອັນ​ສົ້ນຂາຊ້າຍ​ແຕກ​ໃນ​ການ​ຝຶກ​ແອບ​. ພາຍຫຼັງບົ່ງມະຕິ​ແລ້ວ ນາຍ​ໝໍ​ກ່າວ​ວ່າ, ​ເມື່ອ​ສັງ​ເກດ​​ເບິ່ງອາການ​ເຈັບ​ຂອງ​ທ້າວ​ຈ້າວ​ຫົງ​ປໍ, ​ເວົ້າສຳລັບ​ຄົນ​ທຳ​ມະ​ດາ​ແລ້ວ, ​ເຖິງ​ວ່າຈະ​ພັກ 6 ​ເດືອນ, ກໍ່​ບໍ່​ສາມາດ​ຟື້ນ​ຟູ​ການ​ແລ່ນ​ໄດ້, ຍິ່ງ​ບໍ່​ຕ້ອງ​ເວົ້າວ່າ​​ເຮັດ​ອິລິ​ຍະ​ບົດ​ຄວາມ​ຍາກ​ສູງ​ເທິງນ້ຳກ້າມ. ການ​ໂຈມ​ຕີ​ຢ່າງ​ກະທັນຫັນ​ດັ່ງກ່າວ, ​ເກືອບ​ໄດ້​ທັບ​ມ້າງ​ຄວາມປາຖະໜາຂອງ​ທ້າວ​ຈ້າວ​ຫົງ​ປໍ​ທີ່ຫວັງ​ຢາກ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ທີ່​ຕູ​ຣິນ.

​ເມື່ອຫວນ​ຄືນ​ປະສົບ​ການ​ດັ່ງກ່າວ, ທ້າວ​ຈ້າວ​ຫົງ​ປໍ​ມີຄວາມຮູ້ສຶກຢ່າງ​ເລິກ​ເຊິ່ງ, ​ເພິ່ນ​ເວົ້າ​ວ່າ: ຂ້າພະ​ເຈົ້າຮູ້ສຶກ​ວ່າ, ​ໃນ​ຊີວິດ​ກິລາຂອງ​ຂ້າພະ​ເຈົ້າ ປີ​ນີ້​ແມ່ນ​ປີ​ໜຶ່ງ​ທີ່​ປະສົບ​ຄວາມ​ຫຍຸ້ງ​ຍາກຫຼາຍກວ່າ​ຍາມ​ໃດ​ໝົດ, ​ເປັນ​ປີ​ໜຶ່ງ​ທີ່​ປະສົບຄວາມລຳບາກ​ກາກ​ກຳຫຼາຍກວ່າ​ຍາມ​ໃດ​ໝົດ.

​ແມ່ນ​ແທ້! ​ເມື່ອ​ທ້າວ​ຈ້າວ​ຫົງ​ປໍ​ຖືກ​ບາດ​ເຈັບ, ລາຍການ​ໃໝ່ "ມາດາ​ມ​ແມງກະ​ເບື້ອງ" ​​ເຊິ່ງ​ແມ່ນ​ລາຍການ​ທີ່​ທ້າວ​ຈ້າວ​ຫົງ​ປໍ​ກັບ​ນາງ​ເຊິ​ນ​ເສກຽມ​​​ແຂ່ງຂັນໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຕູຣິນຍັງ​ແມ່ນລາຍການ "​ເຄິ່ງສຳ​ເລັດ​ຮູບ" ທໍ່​ນັ້ນ, ​​ເຖິງ​ວ່າ​ຈ້າວ​ຫົງ​ປໍ​ໄດ້​ຮັບ​ການ​ບົວລະບັດ​ທາງ​ການ​ແພດ​ດີກ​ວ່າ​ໝູ່​ ​ແລະ​ສາມາດ​ຟື້ນ​ຟູ​ການ​ຝຶກ​ແອບ​ກ່ອນ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວກໍ່ຕາມ, ​ແຕ່​​ໃນ​ເວລາ​ແຂ່ງຂັນ ​ເສັ້ນ​ເອັນ​ສົ້ນຂາ​ຂອງ​ຕົນທີ່​ຍັງ​ອ່ອນ​ແອ​ທົນ​ໄດ້ຫຼືບໍ່​ໃນ​ເວລາ​ທ້າວ​ຈ້າວ​ຫົງ​ປໍ​ເຮັດ​ອະລິຍະ​ບົດ​ຄວາມ​ຍາກ​ສູງ?

​ຫຼັງຈາກ​ນັ້ນ, ທ້າວ​ຈ້າວ​ຫົງ​ປໍ​ກໍ່ໄດ້​ທົນ​ຕໍ່ຄວາມ​ເຈັບ​ປ່ວຍສາຫັດ​ທີ່​ຄົນ​ທຳ​ມະ​ດາ​ບໍ່​ອາດ​ທົນ​ໄດ້, ​ເພິ່ນ​ໄດ້​ຟື້ນ​ຟູ​ການ​ຝຶກ​ແອບ​ເສັ້ນ​ເອັນ​ສົ້ນຂາ​ຂອງ​ຕົນກ່ອນ​ເວລາ​ກຳນົດ. ວັນ​ທີ 24 ພະຈິກ​ປີ 2005, ​ເພິ່ນ​ໄດ້​ຟື້ນ​ຟູ​ການ​ຝຶກ​ແອບ​ຢູ່​ເທິງນ້ຳກ້າມ​ຢ່າງ​ເປັນ​ທາງ​ການຄັ້ງທຳ​ອິດຫຼັງຈາກ​ບາດ​ເຈັບ, ​​ເວ​ລາ​ນີ້​​ຫ່າງ​ຈາກ​ເວລາບາດ​ເຈັບ​ຂອງ​ເພິ່ນພຽງ​ແຕ່ 3 ​ເດືອນ​ເຄິ່ງທໍ່​ນັ້ນ. ວັນ​ທີ 4 ມັງກອນປີ 2006, ​ເພິ່ນ​ເລີ່​ມຟື້ນ​ຟູ​ການ​ຝຶກ​ແອບ​ການເຕັ້ນ​ຢູ່​ເທິງ​ນ້ຳກ້າມ, ວັນ​ທີ 7 ກຸມພາ, ກ່ອນ​ອອກ​ຈາກ​ປັກ​ກິ່ງ​ໄປ​ຕູຣິນມື້ໜຶ່ງ, ​ເພິ່ນ​​ໄດ້​ສຳ​ເລັດ​ອິລິ​ຍະ​ບົດ​ຄວາມ​ຍາກ​ສູງ​​ໃນ​ລາຍການຄື ​ເຕັ້ນຫັນ​ກາຍສາມຮອບ​ແລ້ວ​ເຕັ້ນຫັນ​ກາຍ​ຕໍ່​ອີກ​ສອງ​ຮອບຄັ້ງທຳ​ອິດ.

​ແຕ່​ໃນ​ການ​ແຂ່ງຂັນ​ໄຕ່​ສະ​ເກັດ​ຄູ່​ລວດລາຍ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ກຸມພາ, ​ແຊມ​ປຽນ​ເກົ່າລະດັບໂລກ​ຄູ່​ນີ້​ໄດ້​ສະ​ແດງ​ລາຍການ "ມາດາ​ມ​ແມງກະ​ເບື້ອງ" ທີ່​ພວກ​ເຂົາ​ເຈົ້າຝຶກ​ແອບນຳ​ກັນ​​ຍັງ​ບໍ່​ຮອດ 2 ​ເດືອນ ​ເຖິງ​ວ່າ​ບໍ່​ທັນ​ຈົບງາມສົມບູນ​ແຕ່​ພັດ​ໝັ້ນໜຽວ​ທົນ​ທານ​ທີ່​ສຸດ, ​ແລະ​ໄດ້ສະ​ເທືອ​ນທົ່ວ​ໂລກ. ​ໃນ​ທີ່​ສຸດ ພວກ​ເຂົາ​ເຈົ້າຊິງ​ໄດ້ຫຼຽນທອງ. ນາງ​ເຊິ​ນ​ເສ​​ເວົ້າວ່າ: ຮູ້ສຶກ​​ພໍ​ໃຈຢູ່, ​ເພາະວ່າ​ນີ້​ກໍ່​ແມ່ນ​ລະດັບ​ຝຶກ​ແອບ​ຂອງ​ພວກ​​ຂ້າພະ​ເຈົ້າ​ແລ້ວ. ນັກ​ກິລາຄູ່​ອື່ນ​ໄດ້​ຝຶກ​ແອບ​ໜຶ່ງ​ປີ​ແລ້ວ, ​ແຕ່ພວກ​ຂ້າພະ​ເຈົ້າ​ຝຶກ​ແອບ​ພຽງ​ແຕ່ 2 ​ເດືອນ​ທໍ່​ນັ້ນ, ມີ​ການ​ປະພຶດ​ຄື​ແນວ​ນີ້, ພວກ​ຂ້າພະ​ເຈົ້າກໍ່​ດີ​ໃຈ​ແລ້ວ.

​ໃນ​ນາມ​ເປັນ​ນັກ​ກິລາ​ໄຕ່​ສະ​ເກັດ​ຄູ່​ທີ່​ດີ​ເດັ່ນ​ກວ່າ​ໝູ່​ຂອງ​ຈີນ​ກໍ່​ຄື​ຂອງ​ໂລກ, ພັດ​ບໍ່​ສາມາດ​ຊິງ​ໄດ້​ແຊມ​ປຽນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ ຈັ່ງ​ແມ່ນ​ເສຍ​ໃຈ​ແທ້ໆ; ​ແຕ່​ກໍ່​ຄື​ດັ່ງ​ຄຳ​ເວົ້າຂອງ​ທ່ານ​ຢາ​ວປິ່ນ ຄູ​ຝຶກ​ໃຫຍ່​ກອງ​ໄຕ່​ສະ​ເກັດ​ລວດລາຍ​ຈີນທີ່​ວ່າ, ນາງ​ເຊິ​ນ​ເສ​ກັບ​ທ້າວ​ຈ້າວ​ຫົງ​ປໍ​ສາມາດ​ລົງ​ສະໜາມ​ແຂ່ງຂັນ​ທີ່​ຕູຣິນ, ​ນີ້​​ແມ່ນ​ເລື່ອງອັດສະຈັນ​ແລ້ວ. ຫຼຽນຄຳ​ຈະ​ກວມ​ຄວາມ​ໝາຍ​ທັງ​ໝົດ​ຂອງ​ກິລາບໍ່​ໄດ້, ​ໃນ​ຂະ​ບວນການ​ກະກຽມ​ເພື່ອ​ງານ​ກິລາ​ໂອ​ລິ​ມປິກຕູ​ຣິນ ນາງ​ເຊິ​ນ​ເສ​ກັບ​ທ້າວ​ຈ້າວ​ຫົງ​ປໍ​ໄດ້​ສະ​ແດງຄວາມ​ໝາຍ​ຂອງ​ນ້ຳ​ໃຈ​ກິລາ​ເປັນ​ຢ່າງ​ດີ, ການ​ອຳລາ​ຈາກ​ສະໜາມກິລາ​ນ້ຳກ້າມ​ຢູ່ຕູຣິນຂອງ​ພວກ​ເຂົາ​ເຈົ້າ​ແມ່ນ​ຈົບງາມ.