ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-03 18:26:37    
ຂົວ​ອາ​ກາດ​060302(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາ​ໄດ້ຮັບຈົດໝາຍ​ທີ່​ນັກ​ການ​ທູດລາວ​ຜູ້​ໜຶ່ງ​ຝາກ​ຈາກ​ຝຣັ່ງ,ທ່ານ​ຊື່ວ່າ​ ບຸນ​ຄ້າຍ ຈະ​ເລີ​ນສຸກ,​ໃນ​ຈົດ​ໝາຍ ທ່ານ​ບອກ​ໃຫ້​ພວກ​ເຮົາ​ວ່າ:ປະຈຸ​ບັນ,ຂ້າພະ​ເຈົ້າ​ເປັນ​ນັກ​ການ​ທູດ​ແລະ​ໃນ​ເວລາ​ດຽວກັນ​ນີ້,ກໍ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ປຣິນຍາ​ເອກ​ດ້ານ​ການ​ເມືອງ​ແລະ​ການ​ປົກຄອງ​ທີ່​ປະ​ເທດ​ຝະຣັ່ງ.ທ່ານ​ເວົ້າ​ວ່າ​ຈາກ​ລາຍ​ການ​ຂອງ​ພວກ​ເຮົາ,​​ທ່ານໄດ້​ຮັບ​ຄວາມ​ຮູ້​ໃໝ່ໆ​ຫຼາຍ​ຢ່າງ,ທ່ານ​ຂຽນ​ວ່າ:ນອກ​ຈາກ​ຂ່າວ​ສະພາບ​ການ​ທົ່ວ​ໄປ​ແລ້ວ,ຂ້າພະ​ເຈົ້າ​ໄດ້​ອັດ​ເອົາ​ນິທານ​ຕ່າງໆ​​ໃນລາຍ​ການ​ຜ່ານ​ມາ​ແລະ​ໄດ້​ອ່ານ​ໃນ​​ເວລາ​ຫວ່າງ,​ເພາະ​ເຫັນ​ວ່າ​ເປັນ​ຄະຕິ​ເຕືອນ​ໃຈ​ແລະ​ບົດຮຽນ​ທີ່​ດີ​ໃຫ້​ແກ່​ຂ້າພະ​ເຈົ້າ​ແລະ​ຖ້າ​ມີ​ໂອກາດ​ຈະ​ນຳ​​ໄປເຜີຍ​ແຜ່​ໃຫ້​ຜູ້​ອື່ນ​ຮູ້​ແລະ​ໄດ້​ອ່ານ​ນຳ.

ນອກຈາກ​ຕີ​ລາຄາ​ຕໍ່​ລາຍການ​ຂອງ​ພວກ​ເຮົາ​ແລ້ວ,ທ່ານ​ບຸນ​ຄ້າຍ​ຍັງ​ໄດ້​ຝາກ​ໃບ​ຕອບ​ຄຳຖາມ​ການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ໄຕ້​ຫວັນ​ໃຫ້​ພວກ​ເຮົາ,​ພ້ອມ​ກັນ​ນັ້ນ,​ໃນ​ຈົດ​ໝາຍ,ທ່ານຍັງ​ໄດ້ສະ​​ແດງ​ຄວາມ​ຄິດ​ຄວາມ​ເຫັນvຂອງ​ທ່ານ​ເອງ​ກ່ຽວ​ກັບ​ບັນຫາ​ໄຕ້​ຫວັນ​ແລະ​ຄວາມ​ສະໜັບສະໜູນ​ຕໍ່​ນະ​ໂຍບາຍ​ໄຕ້​ຫວັນ​ຂອງ​ລັດຖະບານ​ສູນ​ກາງ​ຈີນ,ນະທີູ່​ນີ້,ພະ​ນັກງານ​ທັງຫຼາຍ​ພາກ​ພາ​ສາລາ​ວ​ຂອງ​​ວິທະຍຸ​CRIປັກ​ກິ່ງ​ຂໍສະ​ແດງ​ຄວາມ​ຂອບ​ອົກຂອບ​ໃຈ​ຕໍ່​ທ່ານ,ຂອບ​ໃຈ​ທ່ານທີ່​ໄດ້​ເອົາ​ໃຈ​​ໃສ່​ແລະ​ສະໜັບ​ສະໜູນ​ລາຍ​ການ​ຂອງ​ພວກ​ເຮົາ,ໃນ​ລາຍການ​"ຂົວ​ອາ​ກາດ"ມື້​ນີ້,​ພວກ​ເຮົາ​ຂໍມອບ​ເພງ​ທີ່​ຈື໊ກຈັ໊ກ​ດີ​ເພງ​ໜຶ່ງ​ໃຫ້​​ແກ່ທ່ານ,​ເພງ​ນີ້​ຊື່​ວ່າ"ຕົ້ງ​ສີ​​ລາຍ"--ຈົ່ງ​ເຕັ້ນ​ຈົ່ງ​ລຳ,​ສ່ວນ​ທ່ານ​ຜູ້​ຟັງ​ທີ່​ພວມ​ຟັງ​ລາຍການ​ຂອງ​ພວກ​ເຮົາ​ກໍ່​ຈົ່ງ​ເຕັ້ນ​ນຳ​ກັນ​ເດີ້,​ເຊີນ​ຟັງ​ໄດ້​ເລີຍ.