ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-03 18:38:24    
ທ່ານ​ເປ​ເຣັສ ປະ​ທານ​ພັກ​ກຳ​ມະ​ກອນ​ອິສ​ຣາ​ແອນ​ເຈລະ​ຈາກັບ​ທ່ານ​ອັບ​ບາສ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 2 ມີນາ,ຢູ່​ດ່ານ​ຊາຍ​​​ແດນ​ແຫ່ງ​ໜຶ່ງ​ລະຫວ່າງ​ອິສຣາ​ແອນ​ກັບ​ຊອກດາ​ນີ,ທ່ານ​​ເປ​ເຣັສ ປະທານ​ພັກກຳ​ມະກອນ​ອິສຣາ​​ແອນ​ໄດ້​ເຈລະຈາ​ກັບ​ທ່ານອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ.

ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ການ​ເຈລະຈາ,ທ່ານ​ເປ​ເຣັສເວົ້າ​ວ່າ,ອິສຣາ​ແອນ​ບໍ່​ມີ​ການ​ປະ​ທະ​ກັນ​ກັບ​ປະຊາຊົນ​ປາ​ເລັສຕີນ​ແລະ​ໂລກ​ອາ​ລາບ,​ເປົ້າ​ໝາຍ​ທີ່​ອິສຣາ​ແອນ​ຢາກ​ໂຈມ​ຕີ​ນັ້ນ​ພຽງ​ແຕ່​ແມ່ນ"ອົງການ​ກໍ່​ການ​ຮ້າຍ"​ເທົ່າ​ນັ້ນ.ທ່ານ​ຍັງ​ເວົ້າ​ວ່າ,​ໃນ​ຂະນະ​ທີ່​ປ້ອງ​ກັນ​ບໍ່​ໃຫ້​ທຶນ​ຊ່ອຍ​ເຫຼືອ​ປາ​ເລັສຕີນ​ຖືກ"ອົງ​ການກໍ່​ການ​ຮ້າຍ"ນຳ​ໃຊ້​ນັ້ນ,ຕ້ອງ​ຮັບປະ​ກັນ​ການ​ຊ່ອຍ​ເຫຼືອ​​ແບບ​ມະ​ນຸດ​ສະທຳ​ຕໍ່ປາ​ເລັສຕີນ​ດຳ​ເນີນ​ຕໍ່​ໄປ.

ມື້​ດຽວ​ກັນ,ທ່ານ​ໂອ​ເມີດ ຜູ້​ວ່າການ​ແທນ​ນາຍົກ​ລັດຖະ​ມົນຕີ​ອິສຣາ​​ແອນ​ເວົ້າ​ວ່າ,ອິສ​ຣາ​ແອນ​ຈະ​ໃຊ້​ວິທີ​​ແຂງມາ​ຮັບ​ມື​ກັບ​ການ​ຫຼອນ​ໂຈມ​ຕີ​ຂອງ​ພວກ​ປະ​ກອບ​ອາວຸດ​ປາ​​ເລັສ​ຕີນ​ທີ່​ມີ​ຕໍ່​ອິສຣາ​ແອນ,​ແລະ​ກ່າວ​ວ່າ,ກອງ​ທະຫານ​ອິສຣາ​ແອນ​ສາມາດ​ບໍ່​ຖືກ​ຈຳກັດ​ໃນ​ເວລາ​ສະກັດ​ກັ້ນ​ການ​ຫຼອນ​ໂຈມ​ຕີ​ຕ້ານ​ອິສຣາ​ແອນ.