ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-04 17:10:12    
ຊາວ​ຈີນ​ພົ້ນທະ​ເລ​ພາກັນ​ກ່າວ​ປະ​ນາມ​ການ​ກະ​ທຳ​ຢຸດ​ຕິ​ການ​ໝູນ​ເດີນ​ຂອງ​ຄະ​ນະ​ກຳ​ມະ​ການ​ໂຮມ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ແລະ​ການ​ໃຊ້​ໂຄງ​ການ​ໂຮມ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ທ່ານ​ເສິນ​ສຸຍ​ປຽນ

cri Author: lm

ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້ ຊາວ​ຈີນ​ພົ້ນທະ​ເລ​ໄດ້​ສືບ​ຕໍ່​​ໃຫ້​ສຳພາດຫຼືຂຽນ​ບົດ​ຄວາມ, ກ່າວ​ປະນາມ​ການ​ຕົກລົງ​ຂອງ​ທ່ານ​ເສິນ​ສຸຍ​ປຽນ​ທີ່ຢຸດຕິ​ການ​ໝູນ​ເດີນ​ຂອງຄະນະ​ກຳ​ມະ​ການ​ໂຮມ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ແລະ​ການ​ໃຊ້​ໂຄງການ​ໂຮມ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ.

ວັນ​ທີ 3 ມີນາ, ສະຖານທູດ​ຈີນ​ປະຈຳ​ເຢຍລະ​ມັນ​ໄດ້​ຈັດ​ງານ​ສົນທະນາ​ຜູ່​ແທນ​ຊາວ​ຈີນ​ທີ່​ອາ​ໄສ​ຢູ່​ເຢຍລະ​​ມັນ​ແລະນັກ​ສຶກສາ​ຈີນ​ທີ່​ຮຽນ​ຢູ່​ເຢຍລະ​ມັນ, ​ເດັດດ່ຽວຄັດ​ຄ້ານ​ກົນ​ອຸ​ບາຍ​ຂອງ​ທ່ານ​ເສິນ​ສຸຍ​ປຽນທີ່ຊຸກ​ຍູ້​ການ​ເຄື່ອນ​ໄຫວແຍກ​ໄຕ້​ຫວັນ​ອອກ​ເປັນ​ເອກະລາດ ​ແບ່ງ​ແຍກ​ປະ​ເທດ​ຊາດ. ​ໃນ​ຂະນະ​ດຽວ​ກັນ, ຜູ່​ຮ່ວມ​ງານ​ສົນທະນາ​ໄດ້​ຮຽກຮ້ອງ​ໃຫ້​ຊາວ​ຈີນ​ທີ່​ອາ​ໄສ​ຢູ່​ເຢຍລະ​ມັນ​ເອົາ​ໃຈ​ໃສ່​ແລະ​ສະໜັບສະໜູນ​ພາລະກິດພັດທະນາ​​ແຫ່ງ​ຊາດແລະ​ການ​ໂຮມ​ຊາດເຂົ້າ​ເປັນ​ເອກະ​ພາບ​ກັນ, ປະກອບສ່ວນຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ໂຮມ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ກັນ.

​ມື້​ດຽວ​ກັນ, ຫຼາຍອົງການ​ຊາວ​ຈີນ​ອາ​ໄສຢູ່​ຝຣັ່ງຄື ສະມາຄົມ​ການໂຮມຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນ​​ໂດຍ​ສັນຕິ​ຝຣັ່ງເປັນຕົ້ນ​ແລະ​ຊາວ​ຈີນ​ທີ່​ອາ​ໄສ​ຢູ່​ຝຣັ່ງ​ໄດ້​ຈັດ​ງານ​ຊຸມນຸມ, ກ່າວ​ປະນາມ​ຢ່າງ​ຮຸນ​ແຮງຕໍ່ທ່ານ​ເສິນ​ສຸຍ​ປຽນ​ກໍ່​ສະຖານະ​ການ​ອັນ​ເຄັ່ງ​ຕຶງ​ຢູ່​ເຂດ​ຊ່ອງ​ແຄບ​ໄຕ້​ຫວັນ​ດ້ວຍ​ເຈດ​ຕະນາ​ຮ້າຍ, ທ້າ​ທາຍ​ເກາະ​ຜິດ​ສັນຕິພາບ​ຂອງ​ເຂດ​ຊ່ອງ​ແຄບ​ໄຕ້​ຫວັນ​ແລະ​ຂອງ​ໂລກ.

​ໃນ​ຂະນະ​ດຽວ​ກັນ, ອົງການ​ຊາວ​ຈີນ​ພົ້ນທະ​ເລ​ທີ່​ອາ​ໄສ​ຢູ່​ໄທ ມາ​ເລ​ເຊຍ ກຳປູ​​ເຈຍ ປອກ​ຕຸຍ​ການ ​ໂຮ​ນລັງ ​ແອ​ສປາຍ ສິງກະ​ໂປ​ແລະ​​ເບຼຊິນ​ເປັນຕົ້ນ ກໍ່​ພາກັນ​ອອກ​ຖະ​ແຫຼງ​ການ ກ່າວ​ປະນາມ​ກາ​ນກະທຳອັນ​ອັບອາຍ​ຂາຍໜ້າ​ຂອງ​ທ່ານ​ເສິນ​ສຸຍ​ປຽນ.