ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-04 20:53:03    
ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ສ້າງ​ກົນ​ໄກ​ແລກ​ປ່ຽນ​ປະ​ຈຳ​ກັບ​ສະ​ພາ​ແຫ່ງ​ຊາດ​ຫຼື​ສະ​ພາ​ທ້ອງ​ຖິ່ນ​ຂອງ​ຫຼາຍ​ປະ​ເທດ

cri

ຕາມ​ຂ່າວcri:ວັນ​ທີ5 ມີນາ,ກອງ​ປະຊຸມ​ສະ​ໄໝສາມັນ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈະ​​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ.ວັນ​ທີ4 ມີນາ,​ໃນ​ງານ​ຖະ​ແຫຼງຂ່າວທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ຈ່ຽງ​ເອີ່ນ​ຈູ້ ​ໂຄສົກ​ຖະ​ແຫຼງຂ່າວ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ກ່າວ​ວ່າ,ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ສ້າງ​ກົນ​ໄກ​​ແລກປ່ຽນ​ ​ປະຈຳ​ກັບ​​ສະພາ​​ແຫ່ງ​ຊາດ​ຫຼື​ສະພາ​ທ້ອງ​ຖິ່ນ​ຂອງ​ຫຼາຍ​ປະ​ເທດ​ຄືອາ​ເມ​ລິ​ກາ,ຣັດ​ເຊຍ,​ເຢຍລະ​ມັນ,ສ​.ເກົາຫຼີ​ເປັນ​ຕົ້ນ.ກົນ​ໄກ​ຊະນິດ​ນີ້​ໄດ້​ສະໜອງ​ແທ່ນ​ອັນ​ໝັ້ນ​ທຽງ,ມີ​ຜົນ​ສັກສິດ​ໃນ​ໄລຍະ​ຍາວ​ນານໃຫ້ການສົນທະນາ​ປະຈຳ​ລະຫວ່າງສອງ​ຝ່າຍ​,ຈະ​ບໍ່​ຖືກ​ກະທົບ​ຍ້ອນປ່ຽນ​ຊຸດ​ຫຼື​ປ່ຽນ​ສະມາຊິກ​ສະພາ.

ທ່ານ​ຈ່ຽງ​ເອີ່ນ​ຈູ້​ກ່າວ​ວ່າ,​ເພີ່ມ​ທະວີ​ການ​ແລກປ່ຽນ​ກັບ​ສະພາ​ຕ່າງປະ​ເທດ,ມີ​ຜົນ​ດີ​ຕໍ່ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​​ເຊິ່ງກັນ​ແລະ​ກັນ,ປັບປຸງ​ແລະ​ເປີດ​ກວ້າງ​ພື້ນ​ຖານມະຕິ​ມະຫາຊົນຂອງ​ການ​ພົວພັນລະຫວ່າງ​ສອງ​ຝ່າຍ,ຊຸກຍູ້​ການ​ຂະຫຍາຍການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.