ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-04 20:56:21    
ຜູ່​ນຳ​ຈີນ​ຄື​ທ່ານ​ຫູ​ຈິນ​ທາວ​ເປັນ​ຕົ້ນ​ພົບ​ປະ​ກຳ​ມະ​ການ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​​ແຫ່ງ​ຊາດ​ຈີນ​ແລະ​ເຂົ້າ​ຮ່ວມ​ການ​ອະ​ພິ​ປາຍ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 4 ​ມີນາຢູ່​ທີ່​ປັກ​ກິ່ງ, ຜູ່​ນຳ​ຈີນ​ຄື​ ທ່ານ​ຫູ​ຈິນທາວ ​ເລຂາທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​​ແລະຜູ່​ນຳ​ທ່ານ​ອື່ນໆ​ຕ່າງໄດ້ພົບ​ປະ​ກຳ​ມະ​ການ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຂອງສະພາ​ປຶກສາ​ການ​ເລືອ​ງປະຊາຊົນ​​ແຫ່ງ​ຊາດ​ຈີນ ​ແລະ​ເຂົ້າ​ຮ່ວມ​ການອະພິປາຍ.

​ໃນ​ກອງ​ປະຊຸມ​ປະສົມຂອງ​ກຳມະການອົງການ​ສຳພັນ​ປະຊາທິປະ​ໄຕ​ຈີນ​ແລະສະ ມາ​ຄົມ​ສົ່ງ​ເສີມ​ປະຊາທິປະ​ໄຕ​ຈີນ, ທ່ານ​ຫູ​ຈິ​ນທາວ​ໄດ້​ຮັບ​ຟັງ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ກຳມະການຫຼາຍທ່ານ ​ແລ້ວ​ຊີ້​ອອກ​ວ່າ, ການ​ບັນລຸ​ຈຸດໝາຍ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ໃນ 5 ປີ​ຕໍ່​ໜ້າ, ຕ້ອງລົງ​ເລິກ​ລະດົມ​ມວນ​ຊົນຢ່າງ​ກວ້າງຂວາງ, ອາ​ໄສ​ມວນ​ຊົນ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ, ສ້າງ​ຄວາມສຸກ​ໃຫ້​ແກ່ມ​ວນຊົນ​ຢ່າງ​ຈິງ​ອົກ​ຈິງ​ໃຈ, ​​ໃຫ້​ທົ່ວ​ປວງ​ຊົນ​ເສີມ​ຂະຫຍາຍນ້ຳ​ໃຈ​ເປັນ​ເຈົ້າການ​ທາງ​ປະຫວັດສາດ​ຢ່າງ​ເຕັມ​ສ່ວນ.

ທ່ານ​ອູ​ປາງ​ໂກ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ເຂົ້າຮ່ວມ​ກອງ​ປະ​ຊຸມປະສົມ​ຂອງກຳມະການພັກ​ປະຊາທິປະ​ໄຕ​ຊາວນາ​ກຳມະກອນ​ຈີນ​ແລະ​ສະມາຄົມ​ວິຊາ​ການ​ຈິ​ວຊານ​ຈີນ, ທ່ານ​ອູ​ປາງ​ໂກ​ຊີ້​ອອກ​ວ່າ, ລະບອບການ​ຮ່ວມ​ມື​ແລະ​ການ​ປຶກສາ​ຫາລື​ການ​ເມືອງ​ລະ​ຫວ່າງ​ຫຼາຍພັກ​ທີ່​ນຳພາ​ໂດຍ​ພັກ​ກອມ​ມູນິດ​ຈີນ​ແມ່ນ​ລະບອບ​ພື້ນຖານການ​ເມືອງທີ່​ສອດ​ຄ່ອງ​ກັບ​ສະ​ພາບ​​ແຫ່ງ​ຊາດ​ຈີນ, ສູນ​ກາງ​ພັກ​ກອມ​ມູນິດຈີ​ນຈະ​ເຮັດ​ຄື​ແຕ່​ເກົ່າ​ເມືອຫຼັງ ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ແລະ​ການຮ່ວມ​ມືກັບ​ບັນດາ​ພັກ​ຝ່າຍ​ປະຊາທິປະ​ໄຕ​ແລະ​ບຸກຄົນ​ບໍ່​ສັງກັດ​ພັກ​ຝ່າຍ​ໃດ. ທ່ານ​ຫວັງ​ໃຫ້​ບັນດາ​ພັກ​ຝ່າຍ​ປະຊາທິປະ​ໄຕ​ຈົ່ງ​ຕັ້ງໜ້າ​ປະກອບ​ຄວາມ​ເຫັນ​ແລະ​ວາງ​ຂໍ້​ສະ​ເໜີ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ສັງຄົມໃຫ້​​ພັດ​ທະ​ນາ.

​ໃນ​ເວລາ​ເຂົ້າຮ່ວມ​ການ​ອະພິປາຍຂອງ​ກຳມະການ​ໃນ​ວົງ​ການ​ເສດຖະກິດ, ທ່ານ​ເວິນ​ເຈ່ຍ​ປາວ ນາ​ຍົກລັດຖະມົນຕີຈີນກ່າວ​ວ່າ, ສູນ​ກາງ​ພັກ​ກອມ​ມູນິດຈີນ​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງ​ນຳ​ການ​ຕົກ​ລົງ​ນະ​ໂຍບາຍຕາມຫຼັກວິທະຍາສາດ​ແລະ​ມີ​ປະຊາທິປະ​ໄຕ. ​ເວົ້າ​ສຳ​ລັບ​ລັດ​ຖະ​ບານ​ແລ້ວ, ຕ້ອງ​​ແຈ້ງ​ສະພາບ​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ໃຫ້​ສະພາ​ປຶກສາ​ການ​ເມືອງ​ຊາບ​ຢ່າງ​ທັນ​ການ, ຕັ້ງໜ້າ​ຄົ້ນຄວ້າ​ແລະ​ຮັບ​ເອົາ​ຂໍ້​ສະ​ເໜີ​ແລະ​ຍັດ​ຕິ​ຂອງ​ສະ​ພາ​ປຶກສາ​ການ​ເມືອງ​ແລະ​ກຳມະການ, ຮັບ​ເອົາການ​ຕິດຕາມ​ກວດກາ​ວຽກ​ງານ​ລັດ​ຖະ​ບານ​ຂອງ​ສະ​ພາ​ປຶກສາ​ການ​ເມືອງ​ຢ່າງ​ເປັນ​ເຈົ້າການ.