ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-04 21:04:50    
ລະ​ບອບ​ສະ​ພາ​ປະ​ຊາ​ຊົນ​ຈີນ(ສຽງ)

cri Author: da


ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາປະຊາຊົນ​​ແຫ່​ງຊາດ​ຈີນ ຊຶ່ງ​ເປັນ​ອົງການ​ອຳນາດ​​ສູງ​ສຸດຂອງ​ຈີນຈະ​ເລີ່​ມຈັດ​ຂຶ້ນ​ແຕ່​ວັນ​ທີ 5 ມີນາ,ນີ້​ແມ່ນ​ເລື່ອງ​ໃຫຍ່​ໃນ​ຊີວິດ​ການ​ເມືອງ​ຂອງ​ປະຊາຊົນ​ຈີນ.ລະບອບສະພາ​ປະຊາຊົນ​​ຈີນ​ແມ່ນ​ລະບອບ​ການ​ເມືອງ​ກົກ​ຮາກຂອງ​ຈີນ,ທັງ​ແມ່ນ​ຮູບ​ການການ​ຈັດຕັ້ງຂອງອົງການ​ອຳນາດຂອງ​ຈີນ​.

ຢູ່​ຈີນ,ສິດ​ອຳນາດທັງ​ໝົດ​ຂອງ​ລັດ​ແມ່ນ​ເປັນຂອງ​ປະຊາຊົນ,ອົງການ​ທີ່​ປະຊາຊົນ​​ໃຊ້​ສິດ​ອຳນາດຂອງ​ລັດ​ແມ່ນ​ສະພາປະຊາຊົນ​ແຫ່ງ​ຊາດແລະ​ສະພາ​ປະຊາຊົນທ້ອງ​ຖິ່ນ​ທຸກຂັ້ນ.ບໍ່​ວ່າຈະ​ແມ່ນ​ສະພາປະຊາຊົນແຫ່ງ​ຊາດຫຼື​ຂອງ​ທ້ອງ​ຖິ່ນ​ທຸກຂັ້ນ,ລ້ວນ​ແຕ່​ເລືອກ​ຕັ້ງກຳ​ເນີ​ດຂຶ້ນ​ຢ່າງ​ປະຊາ​ທິປະ​ໄຕ.ສະພາປະຊາຊົນ​​ຈີນ​ແບ່ງ​ເປັນ​ຂັ້ນລະດັບ​ຊາດ ຂັ້ນ​ແຂວງ ຂັ້ນ​ເມືອງ​ແລະ​ຂັ້ນຕາ​ແສງ,ອົງການ​ບໍລິຫານ ອົງການ​ຕັດສິນ ອົງການ​ໄອ​ຍະ​ການ​ທຸກຂັ້ນຂອງ​ຈີນ​ແມ່ນ​ກຳ​ເນີ​ດຈາກ​ສະພາ​ປະຊາຊົນທຸກຂັ້ນ,ຮັບຜິດຊອບ​ຕໍ່​ສະພາປະຊາຊົນ​,​ແລະ​ຮັບ​ການຕິດຕາມ​ກວດກາ​ຈາກສະພາປະຊາຊົນ​.ວຽກ​ງານ​ນິຕິບັນຍັດ ຕົກລົງ​ນະ​ໂຍບາຍ ປະຕິບັດ​ແລະກວດກາຂອງລັດ​ຕ້ອງສ່ອງ​ແສງ​​ເຈດ​ຕະນາລົ​ມຂອງ​ປະຊາຊົນ​ແລະ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ.

ຢູ່​ຈີນ,ສະພາປະຊາຊົນ​ແຫ່ງ​ຊາດ​ແມ່ນ​ອົງການ​ອຳນາດສູງ​ສຸດ​ຂອງ​ຈີນ,ສະພາ​​ປະຊາຊົນທ້ອງ​ຖິ່ນທຸກຂັ້ນ​ແມ່ນ​ອົງການ​ອຳນາດ​ແຫ່ງ​ລັດ​ໃນ​ທ້ອງ​ຖິ່ນ.ປະຈຸ​ບັນ ຜູ້​ແທນ​ສະພາ​​ປະຊາຊົນທຸກຂັ້ນມີ​ເກືອບ 2 ລ້ານ 9 ​ແສນ​ຄົນ.​ຜູ້​ແທນ​ສະພາປະຊາຊົນ​​ແຫ່ງ​ຊາດ​ແຕ່​ລະ​ຊຸດ​ມີ​ອາຍຸ​ຕຳ​ແໜ່​ງ 5 ປີ.

ຈີນ​ມີ​ແຜ່ນດິນອັນ​ກວ້າງ​ໃຫຍ່​ໄພສານ,ມີ 56 ​ຊົນ​ເຜົ່າ.ຜູ້​ແທນ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ກວມ​ບຸກຄົນ​ໃນ​ເຂດ​ຕ່າງໆ ຊົນ​ເຜົ່າ​ຕ່າງໆ​ແລະວົງ​ການຕ່າງໆ.ວຽກ​ງານ​ຂອງຜູ້​ແທນ​ສະພາ​ປະຊາຊົນ​ຈີນ​ສ່ວນ​ຫຼາຍ​ແມ່ນ​ນອກ​ອາຊີບ,​ໃນ​ຍາມທຳ​ມະ​ດາ ພວກ​​ເຂົາ​ເຈົ້າມີ​ອາຊີບ​ຕ່າງ​ກັນ​ຢູ່​ແຫ່ງ​ຕ່າງໆ,ສະນັ້ນມີ​ລັກສະນະ​ຕົວ​ແທນ​ອັນ​ກວ້າງຂວາງ.ສາມາດ​ເວົ້າ​ໄດ້​ວ່າ,ລະບອບ​ສະພາ​ປະຊາຊົນ​ໄດ້​ລະດົມ​ປະຊາຊົນຈີນ​ທົ່ວ​ປະ​ເທດ​ເຂົ້າຮ່ວມ​ການ​ສ້າງສາ​ປະ​ເທດ​ຊາດ​ໃນ​ນາມ​ເປັນ​ເຈົ້າຂອງ​ບ້ານ​ເມືອງ.

ສິດ​ຕຳ​ແໜ່​ງ​​ຂອງ​ສະພາ​​ປະຊາຊົນ​​ແຫ່ງ​ຊາດ​ຕົ້ນຕໍ​ມີ​ດັ່ງ​ນີ້:ປັບປຸງ​ລັດຖະທຳ​ມະນູນ​​ແລະ​ຕິດຕາມ​ກວດກາ​ການ​ປະຕິບັດລັດຖະທຳ​ມະນູນ​;ສ້າງ​ແລະ​ປັບປຸງກົດໝາຍ​ສຳຄັນ;ຕິດຕາມ​ກວດກາ​ວຽກ​ງານ​ຂອງ​ລັດຖະບານ ສານ​ປະຊາຊົນ​ສູງ​ສຸດ​ແລະ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ,​ຕົກລົງບັນຫາ​ສຳຄັນທີ່​ກ່ຽວຂ້ອງ​ກັບ​ທົ່ວພາກສ່ວນຂອງ​ຊາດ,​ເລືອກ​ຕັ້ງ​ແລະ​ຕົກລົງ​ຜູ້ນຳ​​ລັດ​ເປັນຕົ້ນ.ສະນັ້ນ,​ໃນ​ກອງ​ປະຊຸມ​ປະຈຳ​ປີ,​ຜູ້​ແທນທັງຫຼາຍ​ຕ້ອງ​ຮັບຟັງ​ແລະ​ສຳ​ຫຼວດພິຈາລະນາ​ບົດ​ລາຍ​ງານ​ຫຼາຍສະບັບຊຶ່ງ​ລວມທັງ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ,​ແລະ​ລົງມະຕິທີ່​ສົມຄູ່​ກັນ.ພວກ​ເຂົ​າ​ເຈົ້າ​ໃຊ້​ສິດສຳ​ຫຼວດ​ພິຈາລະນາ ສິດສະ​ເໜີ​ຍັດຕິ ສິດ​ເລືອກ​ຕັ້ງ ສິດ​ລົງ​ມະຕິ ສິດ​ຊັກ​ຖາມ​ແລະ​ສິດ​ຖອນ​ແລະ​ປົດ​ຕຳ​ແໜ່​ງ​ເປັນຕົ້ນ,​ເຂົ້າຮ່ວມ​ການ​ນຳ​ໃຊ້​ສິດ​ອຳນາດ​ແຫ່ງລັດ.​ໃນ​ໄລຍະ​ປິດ​ກອງ​ປະຊຸມ,ຄະນະ​ປະຈຳ​ສະພາ​ປະຊາຊົນ​​ແຫ່ງ​ຊາດ ຊຶ່ງ​ເປັນອົງການປະຈຳ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈະ​ໃຊ້​ອຳນາດ​ສູງ​ສຸດ​​ແຫ່ງ​ລັດ.

​ແຕ່​ກອງ​ປະຊຸມສະພາປະຊາຊົນ​​ແຫ່ງ​ຊາດ​ຈີນຄັ້ງປະຖົມມະ​ເລີກຈັດ​ຂຶ້ນ​ເມື່ອ​ປີ 1954 ​ເປັນຕົ້ນມາ,ສະພາປະຊາຊົນ​ແຫ່ງ​ຊາດ​ແລະ​ຄະນະ​ປະຈຳ​ສະພາ​ໄດ້​ພິຈາລະນາ​ຮັບຮອງ​ເອົາ​ກົດໝາຍ 400 ກວ່າ​ສະບັບ.ປະຈຸ​ບັນ,ລະບົບ​ກົດໝາຍທີ່​ມີ​ເອກະລັກ​ພິ​ເສດ​ຂອງ​ຈີນ​ໄດ້​ຈໍ່​ຕົວ​ຂຶ້ນ​ໃນ​ຂັ້ນ​ເບື້ອງຕົ້ນ​ແລ້ວ.

ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 5 ຮອດ​ວັນ​ທີ 14 ມີນາ​ແມ່ນ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຄັ້ງທີ 4 ສະ​ໄໝ​ທີ 10 .​ໃນ​ກອງ​ປະຊຸມ,ຜູ້​ແທນ​ຈະຮັບ​ຟັງ​ແລະ​ສຳ​ຫຼວດພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານຂອງ​ລັດຖະບານທີ່ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນກ່າວ​ຕໍ່​ກອງ​ປະຊຸມ,ຍັງ​ຈະ​ພິຈາລະນາ"​​​ແຜນ​ກຳນົດ 5 ປີ​ຄັ້ງທີ 11 ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ​ແລະ​ສັງຄົມ",ກຳນົດ​ເສັ້ນທາງ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ຂອງ​ຈີນ​ໃນ 5 ປີ​ຂ້າງ​ໜ້າ.ນອກ​ນີ້,ຜູ້​ແທນ​ຍັງ​ຈະ​ສະ​ເໜີຍັດຕິ​ແລະ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ບັນຫາ​ຈຸດ​ຮ້ອນ​ແລະ​ບັນຫາ​ທີ່​ກ່ຽວຂ້ອງ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢ່າງ​ແໜ້ນ​ແຟ້ນ,​ເຊັ່ນ:ນະ​ໂຍບາຍ​​ກະສິກຳ ຊົນນະບົດ​ແລະ​ຊາວ​ກຳມະກອນ,ການ​ປະຕິ​ຮູບ​ໂຄງ​ປະກອບ​ປີ່​ນປົວ,ການ​ອະນຸລັກສິ່ງ​​ແວດ​ລ້ອມ​ແລະ​ການ​ສ້າງສາ​ຊີວະ​ພາບ,ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ການ​ສ້າງສາອົງການ​ປົກຄອງ​ໃຫ້​ປອດ​ໄສ​ໄຮ້​ມົນທິນ ​ແລະ​ບັນຫາ​ອື່ນໆ.