ຕາມຂ່າວCRI: ຕອນເຊົ້າວັນທີ 5 ມີນາ ຢູ່ທີ່ປັກກິ່ງ, ທ່ານເວິນເຈຍປາວ ນາຍົກລັດຖະມົນຕີຈີນກ່າວວ່າ, ລັດຖະບານຈີນຈະຫັນຈຸດໜັກການລົງທຶນໃນການກໍ່ສ້າງ ພື້ນຖານໂຄງລ່າງໄປສູ່ຊົນນະບົດ.
ທ່ານເວິນເຈຍປາວແມ່ນໃຫ້ທັດສະນະດັ່ງກ່າວໃນເວລາອ່ານບົດລາຍງານວຽກງານລັດຖະບານໃນກອງປະຊຸມສະໄໝສາມັນຂອງສະພາປະຊາຊົນແຫ່ງຊາດຈີນ ເຊິ່ງແມ່ນອົງການອຳນາດແຫ່ງລັດສູງສຸດຂອງຈີນທີ່ໄຂຂຶ້ນໃນມື້ດຽວກັນ. ທ່ານກ່າວວ່າ, ຕ້ອງເພີ່ມທະວີການກໍ່ສ້າງພື້ນຖານຊົນລະປະທານໄຮ່ນາແລະການກໍ່ສ້າງລະບົບປ້ອງກັນນ້ຳນອງປ້ອງກັນໄພແຫ້ງແລ້ງແລະຫຼຸດຄວາມເສຍຫາຍຍ້ອນໄພທຳມະຊາດ ເຊິ່ງແມ່ນຖືການກໍ່ສ້າງຊົນລະປະທານຂະໜາດນ້ອຍໃນຊົນນະບົດຈີນເປັນຈຸດໜັກ, ເພີ່ມທະວີການກໍ່ສ້າງພື້ນຖານໂຄງລ່າງຊົນນະບົດ ເຊັ່ນ ເສັ້ນທາງ ນ້ຳກິນ ອາຍເມຕານ ເຄືອຂ່າຍໄຟຟ້າແລະໂທລະຄົມເປັນຕົ້ນ ແລະການກໍ່ສ້າງສະພາບແວດລ້ອມເຮືອນຢູ່ຂອງມະນຸດໃນຊົນນະບົດ, ພ້ອມທັງເພີ່ມທະວີການສ້າງສາພາລະກິດສາທາລະນະຊົນນະບົດ ເຊັ່ນ ການສຶກສາ ສາທາລະນະສຸກແລະວັດທະນະທຳເປັນຕົ້ນ. ນອກຈາກເພີ່ມການລົງທຶນຕໍ່ຊົນນະບົດແລະກະສິກຳຈາກການເງິນແຫ່ງຊາດແລະທຶນສິນເຊື່ອແລ້ວ, ລັດຖະບານຍັງຈະສົ່ງເສີມແລະຊັກນຳສັງຄົມໄປລົງທຶນໃນການສ້າງສາຊົນນະບົດອີກດ້ວຍ.
|