ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-05 17:25:58    
ຈີນ​ຈະ​​​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​​ໂດຍ​ສັນ​ຕິ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ​ບໍ່​ຫວັ່ນ​ໄຫວ

cri

ຕາມ​ຂ່າວCRI: ວັນ​ທີ 5 ມີ​ນາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ເວີນ​ເຈ່ຍ​ປາວ ນາ​ຍົກລັດຖະມົນຕີ​ຈີນ​ກ່າວ​ວ່າ, ຈີນ​ຈະ​​​ເດີນ​ຕາມ​ເສັ້ນທາງ​ພັດທະ​ນາ​​ໂດຍສັນຕິຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ​ບໍ່​ຫວັ່ນ​ໄຫວ, ຈະ​ເພີ່ມ​ທະວີ​ວຽກ​ງານການ​ຕ່າງປະ​ເທດ​ຮອບດ້ານ​ບົນ​ພື້ນຖານ​ຫຼັກ5​ປະການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ.

ທ່ານ​ເວີນ​ເຈ່ຍ​ປາວ​ ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ປະຈຳ​ປີ​ຂອງສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ -​ເຊິ່ງ​ເປັນ​ອົງການ​ອຳນາດ​​ສູງ​ສຸດ​ແຫ່ງ​ລັດຂອງຈີນ​ໃນ​ວັນ​ທີ 5 ມີນາ.

ທ່ານ​ເວົ້າ​ວ່າ, ​ໃນ​ວຽກ​ງານ​ລະຫວ່າງ​ຊາດ, ຈີນ​ຈະ​ຍຶດ​ໝັ້ນ​ຫຼັກ​ການ​ທີ່ ​ປະຊາ​ທິປະ​ໄຕ​ທ່ຽງ​ທຳ ຖືກ​ຕ້ອງ​ປອງ​ດອງ​ກັນ​​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ ສະ​ເໝີ​ພາບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ ​ໄຂ​ປະຕູ​ແລະ​ກວມ​ລວມ, ຕັ້ງໜ້າ​ຊຸກຍູ້ລະບຽບສາກົນຂະຫຍາຍ​ໄປ​ສູ່​ທິດທ່ຽງ​ທຳ​ແລ​ະສົມ​ເຫດ​ສົມ​ຜົນ. ຂະນະ​ດຽວ​ກັນ, ຈີນ​ຈະ​ປັບປຸງ​ແລະ​ເພີ່ມ​ທະວີ​​ໄມຕີ​ຈິດ​​ແລະ​ຮ່ວມ​ມືກັບປະ​ເທດ​ພວມ​ພັດ​ທະນາ​ອັນ​ກວ້າງ​​ໃຫຍ່​ໄພສານ, ຍຶດໝ້ນ​ເຂັມທິດ​ການ​ຕ່າງປະ​ເທດມີ​ເຈດ​ຕະນາ​ດີ​ຕໍ່​ປະ​ເທດ​​ໃກ້​ຄຽງ​ແລະຖື​ປະ​ເທດ​ໃກ້​ຄຽງ​ເປັນ​ໝູ່​ເພຶ່ອນ. ​ເປີດ​ກວ້າງ​ຜົນ​ປະ​ໂຫຍ​ດຮ່ວມ​ກັບປະ​ເທດ​ພັດທະນາ, ​ຊຳລະແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຢ່າງ​ເໝາະ​ສົມ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ແລະ​ດຳ​ເນີນ​ວຽກ​ງານ​ການ​ທຸດພະຫຸ​ພາຄີ, ​ເປີດ​ກວ້າງ​ແລະ​ລົງ​ເລິກ​ແລກປ່ຽນ​ວັດທະນະທຳ​ກັບຕ່າງປະ​ເທດ.