ຕາມຂ່າວCRI: ຫາງສຽງຂອງຮົງກົງແລະຂອງມາກາວເຫັນວ່າ, ການໄຂກອງປະຊຸມສະໄໝສາມັນຂອງສະພາປະຊາຊົນແຫ່ງຊາດຈີນແລະກອງປະຊຸມສະໄໝສາມັນຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ, ຈະປຸກລະດົມແລະສາມັກຄີປະຊາຊົນຈີນບັນດາເຜົ່າ ເປີດຂະບວນການໃໝ່ສ້າງສາທັນສະໄໝຂອງຈີນ.
ບົດນຳຂອງໜັງສືພິມ "ເຫວິນຮຸ້ຍປ້າວ" ຮົງກົງຂຽນວ່າ, ຜູ່ແທນສະພາປະຊາຊົນແຫ່ງຊາດແລະກຳມະການສະພາປຶກສາການເມືອງແຫ່ງຊາດຫຼາຍພັນຄົນທີ່ມາຈາກແຫ່ງຕ່າງໆຂອງຈີນຊຸມນຸມກັນຢູ່ທີ່ປັກກິ່ງ, ເຊື່ອວ່າ ພວກທ່ານຈະຖືຈິດໃຈຮັບຜິດຊອບຕໍ່ປະເທດແລະປະຊາຊົນໃນລະດັບສູງ, ປະກອບຄວາມຄິດຄວາມເຫັນແລະວາງຂໍ້ສະເໜີ, ບູລະນະໂຄງການຊີ້ນຳການສ້າງສາປະເທດ, ສະໜອງແຜນການແຈ່ມແຈ້ງໃຫ້ແກ່ການພັດທະນາຂອງຈີນໃນ 5 ປີຂ້າງໜ້າຈົນກວ່າໄລຍະຍາວໄກ.
ໃນບົດນຳຂອງໜັງສືພິມ "ມາກາວລາຍວັນ" ຂອງມາກາວແລະໜັງສືພິມ "ຕ້າກົ່ງປ້າວ" ຂອງຮົງກົງສະບັບມື້ດຽວກັນໄດ້ຊີ້ອອກວ່າ, ຜົນງານອັນມະຫາສານທີ່ເຂດໃນຍາດມາໄດ້ໃນການພັດທະນາເສດຖະກິດ ເຮັດໃຫ້ຮົງກົງແລະມາກາວໄດ້ຮັບການຊ່ອຍເຫຼືອອັນໃຫຍ່ຫຼວງ.
|