ຕາມຂ່າວCRI: ເພື່ອປະຢັດແລະຫຼຸດການສິ້ນເປືອງພະລັງງານຕື່ມອີກ, ລັດຖະບານຈີນໄດ້ວາງຈຸດໝາຍການຫຼຸດການສິ້ນເປືອງພະລັງງານຕໍ່ຫົວໜ່ວຍ GDP ຂອງປີນີ້ແລະຂອງ 5 ປີຕໍ່ໜ້າຕ່າງແມ່ນປະມານ 4% ແລະ 20%.
ທ່ານເວິນເຈຍປາວ ນາຍົກລັດຖະມົນຕີຈີນແມ່ນໃຫ້ທັດສະນະດັ່ງກ່າວ ໃນເວລາອ່ານບົດລາຍງານວຽກງານລັດຖະບານໃນກອງປະຊຸມສະໄໝສາມັນຂອງສະພາປະຊາຊົນແຫ່ງຊາດຈີນ ເຊິ່ງແມ່ນອົງການອຳນາດສູງສຸດແຫ່ງລັດຈີນທີ່ໄຂຂຶ້ນໃນວັນທີ 5 ມີນາ. ນອກນີ້, ລັດຖະບານຈີນຍັງສະເໜີວ່າ, ພາຍໃນ 5 ປີຕໍ່ໜ້າ, ຍອດປະລິມານລະບາຍສິ່ງເສື່ອມພິດຕົ້ນຕໍຕ້ອງຫຼຸດລົງ 10%.
ທ່ານເວິນເຈຍປາວກ່າວວ່າ, ລັດຖະບານຈີນຕ້ອງອອກແຮງຊຸກຍູ້ການໃຊ້ອຸປະກອບໃໝ່ແລະດັດແປງເຕັກນິກທີ່ຖືການປະຢັດແລະຫຼຸດການສິ້ນເປືອງພະລັງງານເປັນຈຸດໜັກ, ອອກແຮງພັດທະນາເສດຖະກິດໝູນວຽນ.
|