ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-05 19:12:03    
ປີ​ນີ້​ຈີນ​ຈະ​ຍົກ​ເລີກ​ຄ່າ​​ຄ່າ​ສຶກ​ສາ​ຄ່າ​ສາ​ລະ​ພັດ​ຕ່າງໆ​ຂອງ​ນັກ​ຮຽນ​ຊົນ​ນະ​ບົດ​​ໃຫ້​ໝົດ

cri

ຕາມ​ຂ່າວcri:​ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ,ລັດຖະບານ​ຈີນ​ຈະ​ຍົກ​ເລີກ​ຄ່າ​ສຶກສາ​ຄ່າ​ສາລະພັດ​ຕ່າງໆ​ຂອງ​ນັກຮຽນຊົນ​ນະ​ບົດ​​ທົ່ວ​ປະ​ເທດ,​ເພື່ອ​ຊຸກຍູ້​ການ​ສຶກສາ​ພາກ​ບັງຄັບ.

ວັນ​ທີ5 ມີນາ,​ທ່ານ​ເວິ່ນ​ເຈ່ຍ​ປາວນາຍົກລັດຖະມົນຕີຈີນ​ໃຫ້​ທັດສະນະ​ດັ່ງກ່າວໃນ​ກອງ​ປະຊຸມປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ເຊິ່ງ​ແມ່ນອົງການອຳນາດ​​ສູງ​ສຸດ​​ແຫ່​ງລັດຈີນ.ທ່ານ​ເວິ່ນ​ເຈ່ຍ​ປາ​ຍ່ຍັງ​ກ່າວ​ວ່າ,​ໃນ​5ປີ​ຕໍ່ໜ້າ,ການ​ເງິນ​ແຫ່ງ​ຊາດ​ຈະ​ເພີ່ມ​ຄ່າ​ໃຊ້​ຈ່າຍ​ການ​ສຶກສາພາກ​ບັງຄັບ​ຕື່ມ218,2ຕື້​ຢວນ(ປະມານ27ຕື້​ໂດ​ລາ​ສະຫະລັດ),​ເພື່ອ​ຮັບປະກັນ​ການ​ໝູນ​ເດີນ​ຄ່າ​ໃຊ້​ຈ່າຍ​ຂອງ​ຊົນນະບົດ,ການ​ບົວລະບັດ​ສ້ອມ​ແປງ​ໂຮງຮຽນ​ແລະ​ເງິນ​ເດືອນ​ຂອງ​ຄູ​ເປັນ​ຕົ້ນ.

ເພື່ອ​ອອກ​ແຮງ​ເຜີຍ​ແຜ່​ແລະ​ປັບປຸງ​ການ​ສຶກສາ​ພາກ​ລັງ​ຄັບ,ທ່ານ​ເວິ່ນ​ເຈ່ຍປາວ​ຍັງ​ກ່າວ​ວ່າ,ຕ້ອງ​​ແກ້​ໄຂ​ບັນຫາ​​ເຂົ້າ​ຮຽນ​ຍາກ​ຂອງ​ລູກ​ຫຼານຂອງຄອບຄົວທີ່​ມີ​ລາຍ​ຮັບຕ່ຳ​​ໃນຕົວ​ເມືອງ​ແລະຂອງ​ຊາວ​ກະສິກອນທີ່​​ ​ເຮັດ​ວຽກຢູ່​ໃນ​ຕົວ​ເມືອງ.