ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-05 20:40:51    
ຈີນ​ຈະ​ຢັ່ງ​ແທກ​ການ​ແຈກ​ຢາຍ​ຂອງ​ພິດ​ຊະ​ຄະ​ນິດ​ທີ່​ມີ​ຄຸນ​ປະ​ໂຫຍ​ດ 14 ຊະ​ນິດ​ຢູ່​ດວງ​ພະ​ຈັນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ຈີນ​ຈະ​ຢັ່ງ​ແທກ​ການ​ແຈກ​ຢາຍ​ຂອງ​ພິດຊະ​ຄະນິດທີ່​ມີ​ຄຸນ​ປະ​ໂຫຍດ 14 ຊະນິດ​ຢູ່ທົ່ວ​ດວງ​ພະຈັນ.

​ໃນ​ກອງ​ປະຊຸມ​ລາຍ​ງານ​ວິຊາ​ການ​ເທື່ອ​ໜຶ່ງ​ທີ່​ຈັດຂຶ້ນຢູ່​ເມືອງ​ກຸ້ຍ​ຢາງ ທາງ​ພາກ​ໃຕ້​ຂອງ​ຈີນ, ທ່ານ​ໂອ່​ວຢາງ​ຈື້ຢວນ ບັນດິດ​ສະພາ​ບັນດິດ​ວິທະຍາສາດ​ຈີນ ນັກວິທະຍາສາດ​ຜູ່​ທີ​ໜຶ່ງ​ຂອງ​​ໂຄງ​ການຢັ່ງ​ແທກ​ດວງ​ພະຈັນ​ຈີນ​ກ່າວ​ວ່າ, ຢູ່​ດວງ​ພະຈັນ​ມີ​ຊັບພະຍາ​ກອນ​ອັນຫຼວງຫຼາຍ​ຈະ​ມີ​ບົດບາດ​ຄ້ຳ​ຊູ​ຫຼາຍສົມຄວນຕໍ່​ອະນາຄົດ​ຂອງ​ໂລກ, ສະນັ້ນ ມີ​ຄວາມ​ຈຳ​ເປັນ​ຢັ່ງ​ແທກປະລິມານ​ແລະສະພາບ​ການ​ແຈກ​ຢາຍຂອງ​ຊັບພະຍາກອນ​ເຫຼົ່ານີ້. ຕາມ​ໄດ້​ຊາບ, ປັດຈຸບັນ, ​ອາ​ເມ​ລິ​ກາ​ໄດ້​ຢັ່ງ​ແທກ​ສະພາບ​ການ​ແຈກ​ຢາຍ​ຂອງ​ຊັບພະຍາກອນ 5 ຊະນິດ​ຄື ​ເຫຼັກ​ແລະ​ອູ​ລາ​ນີອົມ​ເປັນຕົ້ນຢູ່​ດວງພະ​ຈັນ​ແລ້ວ.