ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-05 20:40:58    
ປີ​ນີ້ ຈີນ​ຈະ​ເລີ່ມ​ສ້າງ​ທາງ​ລົດ​ໄຟ​ດ່ວນ​ລອຍ​ດ້ວຍ​ແຮງ​ແມ່​ເຫຼັກ​ຈາກ​ຊຽງ​ໄຮ້​ຮອດ​ຮາງ​ໂຈ່ວ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ທາງ​ລົດ​ໄຟລອຍ​ດ້ວຍ​​ແຮງແມ່​ເຫຼັກຈາກ​ຊຽງ​ໄຮ້​ຫາຮາງ​ໂຈ່​ວມີ​ຫວັງ​ເລີ່​ມສ້າງ​ໃນ​ປີ​ນີ້,​ແລະ​ຈະ​​ເລີ່​ມທຸລະ​ກິດ​ກ່ອນ​ງານ​ເອັກສ໌​ໂປ​ຊຽງ​ໄຮ້​ໃນ​ປີ 2010.

ວັນ​ທີ 4 ມີນາ ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຜູ້​ໜຶ່ງ​ທີ່​ມາ​ຈາກ​ເມືອງ​ຊຽງ​ໄຮ້​ໄດ້​ເປີດ​ເຜີຍ​ຂ່າວ​ດັ່ງກ່າວຢູ່​ປັກ​ກິ່ງ.ທ່ານ​ເວົ້າວ່າ,ທາງ​ລົດ​ໄຟດ່ວນລອຍ​ດ້ວຍ​ແຮງ​ແມ່​ເຫຼັກຈາກ​ຊຽງ​ໄຮ້​ຫາຮາງ​ໂຈ່​ວຍາວ​ບໍ່​ຮອດ 200 ກິ​ໂລ​ແມັດ,ຄາດ​ວ່າ​ຈະ​ລົງທຶນ 35 ຕື້​​ຢວນ,ຄວາມ​ໄວສູ​ງສຸດຈະ​ບັນລຸ 430 ກິ​ໂລ​ແມັດຕໍ່​ຊົ່ວ​ໂມງ,ພາຍຫຼັງ​ສ້າງ​ສຳ​ເລັດ​ແລ້ວ ຈາກ​ຊຽງ​ໄຮ້​ຮອດ​ຮາງ​ໂຈ່​ວ ​ໃຊ້​ເວລາພຽງ​ເຄິ່ງຊົ່ວ​ໂມງທໍ່​ນັ້ນ.

ພ້ອມ​ກັນນັ້ນ ທ່ານ​ເຜີຍ​ໃຫ້​ຮູ້​ວ່າ,ທາງ​ລົດ​ໄຟດ່ວນລອຍ​ດ້ວຍ​ແຮງ​ແມ່​ເຫຼັກຈາກ​ຊຽງ​ໄຮ້​ຫາຮາງ​ໂຈ່​ວຈະ​ໃຊ້​ເຕັກນິກ​ຂອງ​ເຢຍລະ​ມັນ​ຈຳນວນ​ໜຶ່ງ,​ແຕ່​ຕົ້ນຕໍ​ແມ່ນ​ຈີນ​ສ້າງ​ສຳ​ເລັດ​ໂດຍ​ຕົນ​ເອງ.ຈີນ​​ແລະ​ເຢຍລະ​ມັນ​ພວມ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ໂອນ​ເຕັກນິກ.