ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-05 21:17:36    
ບົດ​ບັນ​ທຶກ​ປະຈຳ​ວັນ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສອງ​ສະ​ພາ​ໃນ​ວັນ​ທີ 5 ມີ​ນາ

cri Author: da
ກອງ​ປະຊຸມ​ປະຈຳ​ປີ​ຂອງສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ສະພາ​ປຶກສາ​ການ​ເມືອງຈີນ​ໄດ້​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​ເປັນ​ລຳດັບ,​ໃນ​ເວລາ​​ໄປ​ເອົາ​ຂ່າວ ຂ້າພະ​ເຈົ້າ​ໄດ້ຮູ້​ວ່າ,ລະດັບ​ເປີດ​ເຜີຍ​ຂອງ​ກອງ​ປະຊຸມ​ສອງ​ສະພາ​ໃນ​ປີ​ນີ້​ແມ່ນ​ບໍ່​ເຄີຍ​ມີ​ມາ​ກ່ອນ.​ເມື່ອ​ທຽບ​ກັບ​ປີ​ກາຍ​​ແລ້ວ,ກອງ​ປະຊຸມ​ສອງ​ສະພາ​ໃນ​ປີ​ນີ້​ຈະ​​ເຮັດ​ໃຫ້​ວິທະຍຸ ​ໂທລະພາບ​ແລະ​ຖ່າຍ​ທອດ​ສົດ​​ກອງ​ປະຊຸມຫຼາຍ​ກວ່າ​ເກົ່າ​ແລະ​ໃຫ້​ນັກ​ຂ່າວ​ຕ່າງປະ​ເທດ​ເຂົ້າທີ່​ປະຊຸມ​ຫຼາຍ​ກວ່າ​ເກົ່າ.ນອກ​ນີ້,ກອງ​ປະຊຸມ​ສອງ​ສະພາ​ຍັງ​​ໄດ້ຕັ້ງ​ແວບ​ຂອງ​ສູນຖະ​ແຫຼງ​ຂ່າວ​ກອງ​ປະຊຸມ​ສອງ​ສະພາ,ປະກາດ​​ແຈ້ງ​ການ​ແລະ​ຂ່າວ​​ຫຼ້າ​ສຸດ​ຂອງ​ກອງ​ປະຊຸມ​ສອງ​ສະພາ​​ຢ່າງ​ທັນ​ການ.ກອງ​ປະຊຸມ​ສອງ​ສະພາ​ກໍ​ຈະ​ໃຊ້​ມາດ​ຕະການ​ລະອຽດ,ສົ່ງ​ເສີມ​ຜູ້​ແທນ​ສະພາປະຊາຊົນ​​ແຫ່ງ​ຊາດ​ແລະ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​ຕ້ອນຮັບ​ການ​ເຂົ້າສຳພາດ​ຂອງ​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ຫຼາຍ​ກວ່າ​ເກົ່າ.

ກອງ​ປະຊຸມ​ສອງ​ສະພາ​ແມ່ນ​​ເຫດການໃຫຍ່​ໃນ​ຊີວິດ​ການ​ເມືອງ​ຂອງ​ຈີນ,ຫົວ​ຂໍ້​ທີ່ຜູ້​ແທນ​ສະພາປະຊາຊົນ​​ແຫ່ງ​ຊາດ​ແລະ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​ສົນ​ໃຈນັ້ນກໍ​ແມ່ນ​ຫົວ​ຂໍ້​ທີ່​ມວນ​ຊົນ​ຈີນ​ສົນ​ໃຈ,ກອງ​ປະຊຸມ​ສອງ​ສະພາ​ເຂົ້າສູ່​ສາຍຕາ​ປວງ​ຊົນ​ດ້ວຍ​ທ່າ​ທີ​ໄຂ​ປະຕູ​ແລະ​ໃກ້ຊິດ​ກັບ​ປວງ​ຊົນ,​ແມ່ນ​ຄວາມ​ຮູ້ສຶກອັນ​ເລິກ​ເຊິ່ງທີ່​ສຸດ​ຂອງ​ຂ້າພະ​ເຈົ້າ​ໃນ​ຖານ​ເປັນ​ນັກ​ຂ່າວ​ໃນ​ເວ​ລາ​ເອົາຂ່າວກອງ​ປະຊຸມ​ສອງ​ສະພາ.

ຂ້າພະ​ເຈົ້າ​​ເຄີຍ​ຖາມ​ເພື່ອນ​ຮ່ວມ​ງານ​ທີ່​ເອົາຂ່າວ​ກອງ​ປະຊຸມ​ສອງ​ສະພາ,ພວກ​ເຂົາ​ເຈົ້າລ້ວນ​ແຕ່​ເວົ້າວ່າ,ຜູ້​ແທນ​ສະພາປະຊາຊົນ​​ແຫ່ງ​ຊາດ​ແລະ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​​ໃນ​ປີ​ນີ້​ມີ​ທ່າ​ທີ​ເປີດ​ກວ້າງ​ກວ່າ​ເກົ່າ,ພວກທ່ານ​ໄດ້​ຍິນ​ດີ​ຕ້ອນຮັບ​ການ​ເຂົ້າ​ສຳ​ພາດ​ຂອງ​ສື່​ມວນ​ຊົນ​ຫຼາຍ.​ໃນ​ໄລຍະ​ກອງ​ປະຊຸມ ທ່ານ​ເສີງ​ອີ​ຈູ ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ຮອງ​ປະທານຄະນະ​ປະຈຳ​ສະພາ​ປະຊາຊົນ​ນະຄອນ​ຈຸ​ງ​ກິ​ງ​ໄດ້​ຕັ້ງ​ເປີດ​ຄໍ​ລຳ​ບັນທຶກ​ຂອງ​ຕົນ​ຢູ່​ເທິງ​ແວບ,​ຂ້າພະ​ເຈົ້າທີ່​ເປັນ​ນັກ​ຂ່າວ​ໄດ້​ເຫັນ​​ເພິ່ນ​ໄດ້​ຂຽນ​ໃນ​ບົດ​ໜຶ່ງ​ວ່າ:"ນີ້​ແມ່ນ​ຂ້າພະ​ເຈົ້າຂຽນ​ບົດ​​ຢູ່​ເທິງ​ແວບ​​ເປັນເທື່ອ​ທຳ​ອິດ.ຢູ່​ທີ່​ນີ້,ຖານະ​ຂ້າພະ​ເຈົ້າ​ແມ່ນ​ຜູ້​ແທນ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ.​ໃນ​ກອງ​ປະຊຸມ​ສອງ​ສະພາ​ຄັ້ງນີ້,ຄວາມ​ຄຶດ​ແລະ​ຄຳ​ເວົ້າຂອງ​ຂ້າພະ​ເຈົ້າ​,ລ້ວນ​ແຕ່​ຈະແຈ້ງ​ໃຫ້​ຄົນ​ທັງຫຼາຍ​ຊາບ​ໂດຍ​ຜ່ານ​ບົດ​ຢູ່​ເທິງ​ແວບ.ຄວາມ​ເຫັນ​​ແລະ​ຂໍ້​ສະ​ເໜີ​ຂອງ​ຄົນ​ທັງຫຼາຍ,ກໍສາມາດ​ບອກ​ຂ້າພະ​ເຈົ້າຮູ້​ໂດຍຜ່ານ​ບົດເທິງ​ແວບ​​ເຊັ່ນ​ດຽວ​ກັນ."​ກ່ອນ​ນີ້​ສອງມື້,ຂ້າພະ​ເຈົ້າ​ໄດ້​ພົບ​ທ່ານ​ນາງ​ຫູ​ຕ້າ​​ປາຍ ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ທີ່​ມາ​ຈາກ​ແຂວງ​​ເຫີ​ນານ​,​ເພິ່ນ​ໄດ້​ນຳ​ເອົາ​ຂໍ້​ສະ​ເໜີ 4 ຂໍ້​ແລະ​ຍັດຕິ 10 ສະບັບ​ມາ​ເຂົ້າຮ່ວມ​ກອງ​ປະຊຸມ,ທ່ານ​ນາງ​ບອກ​ນັກ​ຂ່າວ​ວ່າ,​ໃນ​ບໍ່​ເທົ່າ​ໃດ​ມື້​ທີ່​ຮ່ວມ​ປະຊຸມ​ຢູ່​ທີ່​ປັກ​ກິ່ງ,ທ່ານ​​ໄດ້​ສຳຜັດ​ກັບ​ບັນດາ​ໝູ່​ເພື່ອນ,​ໃນ​ນັ້ນສ່ວນ​ຫຼາຍ​ແມ່ນ​ນັກ​ຂ່າວຂອງ​ບັນດາ​ສື່​ມວນ​ຊົນ.ທ່ານ​ນາງ​ເວົ້າວ່າ,ກໍ​ຄື​ກັນ​ກັບ​ຜູ້​ແທນສະພາ,ພວກ​ຂ້າພະ​ເຈົ້ານັກ​ຂ່າວ​ກໍມີໜ້າ​ທີ່​ຮັບຜິດຊອບ ມີຄວາມ​ເອົາ​ໃຈ​ໃສ່ ​ແລະ​ຫົວ​ຂໍ້​ສົນທະນາເຊັ່ນ​ດຽວ​ກັນ,ນີ້​ກໍ​ແມ່ນ​ການພັດທະນາ​​ແຫ່ງ​ຊາດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

​ເລື່ອງ​ທີ່​ໜ້າ​ມ່ວນ​ຊື່ນນັ້ນ​ແມ່ນ,​​ໃນ​ເວລາ​ເພື່ອນ​ຮ່ວມ​ວຽກ​ຜູ້​ໜຶ່ງ​ໄປ​ສຳພາດ​ຜູ້​ແທນ​ສະພາ​ປະຊາຊົນ​ທີ່​ມາ​ແຕ່​ມາ​ກາວ,​ເລີຍ​ບໍ່​ນຶກ​ບໍ່​ຝັນ,​ເພິ່ນພັດ​ກາຍ​ເປັນ​ຜູ້​ຖືກ​ຜູ້​ແທນ​ສະພາສຳພາດ.​ຜູ້​ແທນ​ສະພາຖາມ​ເພິ່ນ​ວ່າ:"ຄຽງ​ຄູ່​ກັບ​ຂະ​ບວນປະຊາ​ທິປະ​ໄຕ​ຂອງ​ຈີນມີ​ຄວາມ​ກ້າວ​ໜ້າ,ທ່ານ​ມີ​ຄວາມ​​ເຫັນ​ຫຍັງ​ຕໍ່​ຄວາມ​ເສລີພາບ​ດ້ານ​ຄຳ​ເວົ້າວາຈາ."​ນັກ​ຂ່າວ​ທີ່​ເປັນ​ເພື່ອນ​ຮ່ວມ​ງານ​ເວົ້າວ່າ,ສະຕິ​ຕໍ່ປະຊາ​ທິປະ​ໄຕ​ຂອງ​ປວງ​ຊົນ​ຈີນ​ເພີ່ມ​ທະວີ​ຫຼາຍຂຶ້ນ,ພວກ​ເຂົາ​ເຈົ້າບໍ່​ຢາກ​ຮູ້​ຂ່າວ​ທີ່​ແຈ້ງ​ແຕ່​ຝ່າຍ​ດຽວ.​ໃນ​ຖານ​ເປັນ​ນັກ​ຂ່າວ,ໜ້າ​ທີ່​​ຂອງ​ພວກ​ຂ້າພະ​ເຈົ້າກໍ​ແມ່ນ​ເອົາ​ຂ່າວ​ຈາກກຸ່ມ​ຄົນ​ຕ່າງ​ກັນ​ທີ່​ມີ​ທັດສະນະ​ຄະຕິ​ແລະ​ສຽງຕ່າງ​ກັນ,​ເຮັດ​ໃຫ້​​ຜູ້​ຟັງ​ຂອງ​ພວກ​ຂ້າພະ​ເຈົ້າຮູ້ຈັກ​ຈີນ​ທີ່​ແທ້​ຈິງ.